ເຣື້ອງທີ່ເກັບບັນທຶກໄວ້
2010-11-16
ມາດາມ ອອງຊານຊຸຈິ ຜູ້ນໍາ ປະຊາທິປະໄຕ ພະມ້າ ທີ່ໄດ້ຮັບ ລາງວັນ Nobel ຂແນງສັນຕິພາບ ຖືກປ່ອຍຕົວ ຈາກການກັກຂັງ ອັນເປັນ ສັງກາດໃໝ່ ທີ່ຈະນໍາ ໄປສູ່ ປະຊາທິປະໄຕ ແລະຄວາມຖືກຕ້ອງ ປອງດອງຊາດ ຊຶ່ງຊາວໂລກ ຕ່າງກໍມີ ຄວາມຊື່ນຊົມ ຍີນດີນໍາ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ.
2010-11-12
ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຢູ່ພະມ້າ ຊຶ່ງປະຊາຄົມ ສາກົນ ກ່າວຂານ ກັນວ່າ ເປັນການ ເລືອກຕັ້ງ ທີ່ບໍ່ຍຸຕິທັມ ບໍ່ມີ ປະຊາທິປະໄຕ ແລະ ຮັບໃຊ້ ຜົນ ປະໂຫຍດ ຂອງ ຣັຖບານທະຫານ ນັ້ນ, ມີຫຍັງຄືກັນ ແລະ ແຕກຕ່າງຈາກ ການເລືອກຕັ້ງ ຢູ່ ສປປລາວ ແລະ ມີຫຍັງແດ່ ທີ່ສໍາຄັນ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ.
2010-11-10
ພາຍຫລັງຢ້ຽມຢາມ ປະເທສອິນເດັຽ ເປັນເວລາ 3 ມື້ ປະທານາທິບໍດີ Barack Obama ຈະເດີນທາງ ຕໍ່ໄປຢ້ຽມຢາມ ອິນໂດນີເຊັຽ ເພື່ອເສີມຂຍາຍ ສາຍກາຣ ພົວພັນ ກັບ ປະຊາຄົມ ມູສລີມ ໃນທົ່ວໂລກ ກ່ອນທີ່ຈະ ເດີນທາງ ຕໍ່ໄປຍັງ ເກົາຫລີໃຕ້ ແລະ ຍີ່ປຸ່ນ ໃນສັປດາ ນີ້. ໂດຍ: ຫວາດ ສີມູນ
2010-11-06
ສປປລາວ ຈະເປັນເຈົ້າພາບ ຈັດກອງປະຊຸມ ປະເທດພາຄີ ກ່ຽວກັບ ສົນທິສັນຍາ ບັງຄັບ ຫ້າມໃຊ້ ຣະເບີດລູກຫວ່ານ ຫລືຣະເບີດ ບອມບີ ເປັນຄັ້ງ ທໍາອິດ ໃນອາທີດໜ້າ. ກອງປະຊຸມ ດັ່ງກ່າວ ມີຄວາມສໍາຄັນ ແລະ ຈະໃຫ້ປະໂຍດ ຫຍັງແດ່ ແກ່ ສປປລາວ. ສິດນີ ມີລາຍງານ.
2010-11-04
ຜົນການເລືອກຕັ້ງ ເຄິ່ງສໄມ ຂອງ ສະຫະຣັຖ ອະເມຣິກາ ທີ່ເລືອກເອົາ ສະມາຊີກ ສະພາຕໍ່າ ທັງໝົດ, ສະມາຊີກ ສະພາສູງ ປະມານ ນຶ່ງສ່ວນສາມ ແລະ ຜູ້ປົກຄອງຣັຖ ຈໍານວນ ສາມສ່ວນສີ່ ຂອງຣັຖທັງໝົດ ໃນທົ່ວປະເທດ, ໃນວັນທີ 2 ພືສຈິກາ ມີຜົນອອກມາ ແນວໃດ? ຈໍາປາຫອງ ມີຣາຍງານ ມາສເນີທ່ານ ໃນອັນດັບ ຕໍ່ໄປ.
2010-11-03
ຜົນການ ຢ້ຽມຢາມ ວຽດນາມ, ຈີນ ແລະກໍາພູຊາ ຂອງມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ ມີຄວາມໝາຍ ສໍາຄັນ ແນວໃດແດ່ ຕໍ່ນະໂຍບາຍ ຂອງ ສະຫະຣັຖ ຮວມທັງ ບັນຫາ ສິດທິມະນຸດ ແລະ ຄວາມໝັ້ນຄົງ ນໍາດ້ວຍ. ມະນີຈັນ ມີລາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ ໃນອັນດັບ ຕໍ່ໄປ.