ເຣື້ອງທີ່ເກັບບັນທຶກໄວ້
2010-09-29
ຜົນກະທົບ ຈາກໂຄງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ປາກົດວ່າ ຈະມີຢ່າງ ຫລວງຫລາຍ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລະ ຣະບົບນິເວດ ຮວມທັງ ປູປານານໍ້າ ຊນິດຕ່າງໆ ແລະ ກໍເປັນບັນຫາ ສໍາຄັນ ຊຶ່ງໄດ້ນໍາຂຶ້ນ ອະພິປາຍ ຢູ່ສະພາສູງ ສະຫະຣັຖ ໃນກຸງ Washington DC ເມື່ອວັນທີ 24 ກັນຍາ ນີ້.
2010-09-28
ເນື້ອໃນບາງຕອນ ທີ່ເວົ້າເຖິງ ສະພາບ ການສາກົນ ແລະ ບັນຫາລາວ ໃນຄໍາປາໄສ ຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປລາວ ຕໍ່ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 65 ທີ່ ນິວຢ໊ອກ ສະຫະຣັດ ອະເມຣິກາ ໃນວັນທີ 24 ກັນຍາ 2010. ຈຳປາທອງ ມີລາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ...
2010-09-27
ຄນະກັມມະກາຣ ຄວາມສັມພັນ ກາຣຕ່າງປະເທສ ຂອງສະພາສູງ ສະຫະຣັຖ ມີກາຣຮັບຟັງ ກາຣອະພິປຣາຍ ຂອງ Mme Karen Brevard Stewart ທີ່ຖືກສເນີ ໃຫ້ເປັນ ເອກອັຄຣາຊທູຕ ຄົນໃໝ່ ປະຈໍາລາວ ຊື່ງຍານາງ ກໍຢືນຢັນ ທີ່ຈະສຶບຕໍ່ ໂຄງກາຣເສີມສ້າງ ສາຍພົວພັນ ກັບ ສປປລາວ ໃຫ້ແໜ້ນແຟ້ນ ກ່ວາເກົ່າ ດັ່ງ ຫວາດ ສີມູນ ມີຣາຍງານ ໃນອັນດັບ ຕໍ່ໄປ….
2010-09-24
ປະທານາທິບໍດີ ສະຫະຣັຖ ທ່ານ Barack Obama ຮຽກຮ້ອງ ຕໍ່ຜູ້ນໍາ ຈາກທົ່ວໂລກ ໃຫ້ເພີ້ມຄວາມ ຮ່ວມມື ເພື່ອໃຫ້ສາມາດ ບັນລຸເປົ້າໝາຍ ໂຄງກາຣພັທນາ ສະຫັຕສວັຕ ຂອງອົງກາຣ ສະຫະ ປະຊາຊາຕ ໃນຣະຍະ 5 ປີ ຂ້າງໜ້ານີ້ ເພື່ອຫລຸດຜ່ອນ ບັນຫາ ຄວາມທຸກຂ໌ຈົນ ຂອງປະຊາຊົນ ໃນທົ່ວໂລກ ຕລອດຮອດດ້ານ ກາຣສົ່ງເສີມ ກາຣສຶກສາ ສນັບສນູນ ຣະບົບ ກາຣປົກຄອງ ແບບໂປ່ງໃສ ກາຣມີ ປະຊາທິປະໄຕ ແລະອື່ນໆ.
2010-09-22
ສປປລາວ ໃຫ້ຄໍາໝັ້ນ ສັນຍາວ່າ ຈະຕັດສີນໃຈ ເພື່ອບັນລຸ ເປົ້າໝາຍ ສະຫັດສວັດ ດ້ານການພັທນາ ຂອງ ສະຫະ ປະຊາຊາດ ໂດຍອາສັຍ ກໍາລັງແຮງ ພາຍໃນ ແລະ ການສນັບສນູນ ຊ່ວຍເຫລືອ ຢູ່ກອງ ປະຊຸມສຸດຍອດ ທີ່ນະຄອນ New York ຊື່ງມີຜູ້ນໍາ ຈາກຫລາຍກວ່າ 130 ປະເທດເຂົ້າຮ່ວມ. ມະນີຈັນ ມີຣາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ ໃນອັນດັບຕໍ່ໄປ...
2010-09-21
ການເພີ້ມທະວີ ສາຍພົວພັນ ມິຕພາບ ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມື ຮອບດ້ານ ຣະຫວ່າງ ລາວ-ວຽດນາມ ໃນຂນະນີ້ ເປັນພື້ນຖານ ໃຫ້ແກ່ການ ປະຕິບັດ ຍຸທສາດ ຂອງພັກ ຄອມມິວນິສ ວຽດນາມ ໃນການຂຍາຍ ອິດທິພົນ ຢູ່ ສປປລາວ ແລະ ໃນຂົງເຂດ ເອເຊັຽຕາເວັນ ອອກຊ່ຽງໃຕ້. ຈໍາປາທອງ ມີລາຍງານ ກ່ຽວກັບເຣື້ອງນີ້ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-09-16
ຄອມມຸນິດ ສປປລາວ ຍັງມີ ການພົວພັນ ຢ່າງເລີກເຊີ່ງ ກັບກຸ່ມ ປະເທດ ຄອມມຸນີດ ອື່ນໆ ໃນໂລກ ຫລາຍຢູ່, ປະເທດ ຄອມມຸນີດ ທີ່ໃກ້ຊິດ ທີ່ສຸດ ກໍ່ແມ່ນ ວຽດນາມ ແລະຈີນ ຍັງບໍ່ມີ ຮ່ອງຮອຍວ່າ ຈະມີການ ປ່ຽນແປງໄດ້ ຢ່າງງ່າຍໆ ໃນອະນາຄົດ ອັນໃກ້ໆນີ້.