ເຂື່ອນໄຟຟ້າ ໃນແມ່ນໍ້າຂອງ

ປາກົດວ່າ ເຂື່ອນໄຟຟ້າ ຈໍານວນນຶ່ງ ໃນແມ່ນໍ້າຂອງ ສາຍຫລັກ ຍັງຈະສ້າງ ຂຶ້ນຕາມແຜນ ຮວມທັງນ ວຽດນາມ ກັມພູຊາ ແລະ ໃນລາວ ຊຶ່ງກ່ອນອື່ນໝົດ ກໍແມ່ນເຂື່ອນ ໄຊຍະບູລີ ເຖິງແມ່ນວ່າ ການສຶກສາ ສໍາຣວດ ໃຫ້ຮູ້ວ່າ ຈະສົ່ງ ຜົລກະທົບ ຢ່າງໃຫຍ່ຫລວງ ໃສ່ທັງຄົນ ແລະ ສະພາບແວດລ້ອມ ໂດຍມີທັງ ຜົລກະທົບ ທີ່ບໍ່ສາມາດ ຟື້ນຟູ ໄດ້ກໍຕາມ. ມະນີຈັນ ມີຣາຍງານ ສ່ວນນຶ່ງ ມາສເນີທ່ານ ກ່ຽວກັບເຣື້ອງນີ້.
ມະນີຈັນ
2010.09.28

ກົດຟັງສຽງ


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 29, 2012 02:43 AM

ຂ້າພະເຈົ້າຄິດວ່າ ການສ້າງເຂື່ອນໃສ່ແມ່ນໍ້າຂອງ ທີ່ເປັນແຫຼ່ງທໍາມາຫາກິນຂອງປະຊາຊົນນັ້ນ ເປັນການລົງທຶນທີ່ຂາດທຶນ ຢ່າງມະຫາສານ ເພາະຜົນເສຍຂອງມັນ ມີຫຼາຍກ່ວາຜົນທີ່ເຮົາຈະໄດ້ ແລະ ມັນເປັນການນໍາໃຊ້ ຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດ ບໍ່ເກີດປະໂຫຍດສູງສຸດ ຂ້າພະເຈົ້າຄິດວ່າ ການທີ່ຈະລົງທຶນດ້ານນີ້ ຍັງມີທາງເລືອກ ອີກຫຼາຍທາງ ທີ່ມັນຄຸ້ມຄ່າກ່ວາການທໍາລາຍ ສິ່ງແວດລ້ອມແບບບໍ່ຈໍາເປັນ ເພື່ອອະນາຄົດທີ່ດີກ່ວາ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Oct 13, 2011 03:16 PM

ບາງປີປະລິມານນ້ຳຝົນໃນເຂື່ອນຫຼາຍໆບ່ອນເກີນຂີດຈຳກັດ ພາກັນປ່ອຍຂື້ນຟ້າຫຼືປ່ອຍລົງຖ້ອມຜົນຜະ
ລິດ ຂອງ ປະຊາຊົນ ,

Anonymous
Oct 13, 2011 03:07 PM

ສ້າງເຂື່ອນມີກຳໄລມະຫາສານ ປະຊາຊົນຜູ້ເຮັດນາ ຮົ້ວ ສວນໄວ້ໃນນ້ຳ ຂາດທືນມະຫາສານ

Anonymous
Oct 13, 2011 03:23 PM

ແຕ່ກ່ອນມີແຕ່ເຂື່ອນບ່ອນດຽວ ປູກຜົນຜະລິດໄວ້
ບ່ອນທີ່ຕ່ຳສຸດກະໄດ້ກິນ ແຕ່ວ່າດຽວນີ້ປູກໄວ້ຫລັງ
ຄາເຮືອນກະຍັງນຳມາຖ້ວມ,

Anonymous
Nov 15, 2011 04:18 PM

ການສ້າງເຂື່ອນໃສ່ແມ່ນ້ຳຂອງມ ຂ້າພະເຈົ້າເຫັນວ່າມັນບໍ່ຄ່ອຍຈະດີປານ
ໃດ ເພາະຜົນກະທົບຕາມມາກໍຄື ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ດິນຖະຫລົ່ມ ອັນທີ່ສຳຄັນແມ່ນການທຳມາຫາກິນຂອງປະຊາກອນຫລາຍລ້ານຄົນຈະຕ້ອງຖືກກະທົບຢ່າງແນ່ນອນ. ແຕ່ຖ້າບໍ່ສ້າງ ກໍຈະບໍ່ມີການພັດທະນາໃດໆ ເພາະການພັດທະນາລ້ວນແລ້ວແຕ່ຕ້ອງການ ໄຟຟ້າທັງນັ້ນ.