ເຣື້ອງທີ່ເກັບບັນທຶກໄວ້
2009-12-21
ການໃຫ້ສັມປະທານ ທີ່ດີນຂນາດໃຫ່ຍ ເພື່ອປູກໄມ້ເສຖກິດ ຢູ່ ສປປລາວ ໄດ້ສ້າງບັນຫາຫລາຍຢ່າງ ດັ່ງພວກເຮົາໄດ້ ວິຈັຍໄປແລ້ວຫລາຍຄັ້ງ. ໃນມື້ນີ້ ພົງສວັນ ໄດ້ຮິບໂຮມໂດຍສະເພາະ ຂໍ້ມູນທີ່ກ່ຽວກັບ ຄວາມເປັນມາຂອງ ອຸດສາຫະກັມ ຢາງພາລາ ຊຶ່ງ “ຈເຣີນສຸກ” ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-18
ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 25 ທີ່ນະຄອນຫລວງວຽງຈັນ ໄດ້ປິດລົງໃນວັນທີ 18 ທັນວາ 2009 ໂດຍທີ່ປະເທດໄທ ໄດ້ຮັບຫລຽນຫລາຍ ກວ່າປະເທດອື່ນໆ ຮອງລົງມາກໍແມ່ນວຽດນາມ ອິນໂດເນເຊັຍ. ສ່ວນລາວໄດ້ຫລຽນ ຢູ່ໃນອັນດັບທີ 7 ໃນຈຳນວນ 11 ປະເທດ ທີ່ເຂົ້າຮ່ວມການແຂ່ງຂັນ. ພິທີປິດງານໄດ້ດຳເນີນໄປ ຢ່າງຄຶກຄື້ນພໍສົມຄວນ. ຈຳປາທອງ ມີລາຍງານກ່ຽວກັບເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-14
ໃນສັປດາທີ່ຜ່ານມາ ເຮົາໄດ້ວິຈັຍ ກ່ຽວກັບໂຄງການກ່ຽວພັນ ສປປລາວ ກັບປະເທດໃກ້ຄຽງ ຄືສາມຫລ່ຽມມໍຣະກົດ ຣະຫວ່າງ ລາວ ໄທ ແລະ ກຳພູຊາ ຕໍ່ມາເຮົາກໍໄດ້ເວົ້າເຖິງ ສາມຫລ່ຽມພັທນາ ຊຶ່ງກ່ຽວກັບ ລາວ ວຽດນາມ ແລະ ກຳພູຊາ: ມື້ນີ້ ພົງສວັນ ໄດ້ຮິບໂຮມຂໍ້ມູນ ກ່ຽວກັບໂຄງການ “ສີ່ຫລ່ຽມເສຖກິດ ແລະອານຸພູມີພາຄ ລຸ່ມແມ່ນ້ຳຂອງ” ຊຶ່ງຈາກສີ່ປະເທດ ໄດ້ກາຍເປັນຫ້າ ປະເທດເຂົ້າຮ່ວມໃນ ໂຄງການພັທນາດ້ານຕ່າງໆ ຊຶ່ງ “ຈະເຣີນສຸກ” ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-10
ງານມະຫາກັມ ກິລາຊີເກມສ໌ ຄັ້ງທີ 25 ໄດ້ເປີດຂຶ້ນ ຢູ່ນະຄອນຫລວງວຽງຈັນ ສປປລາວ ໃນວັນທີ 9 ທັນວາ ຊຶ່ງໃນຂນະນີ້ກຳລັງ ດຳເນີນການແຂ່ງຂັນ ຣະຫວ່າງນັກກິລາ ປະເພດຕ່າງໆຂອງ 11 ປະເທດສະມາຊິກ ສະຫະພັນກິລາຊີເກມສ໌. ຈຳປາທອງມີລາຍງານ ກ່ຽວກັບເລື່ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-09
ການສໍ້ຣາສບັງຫລວງ ຢູ່ ສປປລາວ ເປັນຄືພຍາດຕິດແປດ ອັນຮ້າຍແຮງທີ່ຊຳເຮື້ອ ແລະຣະບາດ ຢູ່ໃນກະໂຕ ພັກປະຊາຊົນ ປະຕິວັດລາວ ຜູ້ຜູກຂາດອຳນາດ ໂດຍໃຊ້ຣະບອບການ ປົກຄອງ ດ້ວຍຣະບົບພັກດຽວ ເຄົ້າດຽວ ຊຶ່ງປະຊາຊົນລາວ ບໍ່ມີເສຣີພາບ ບໍ່ສາມາດໃຊ້ສິດ ໃນການຕ້ານການ ສໍ້ຣາສບັງຫລວງ ທີ່ມີຢູ່ຢ່າງແຜ່ຫລາຍ ຕັ້ງແຕ່ສູນກາງ ລົງຮອດທ້ອງຖິ່ນ. ຈຳປາທອງ ມີລາຍງານກ່ຽວກັບເລື່ອງນີ້ ມາສເນີທ່ານ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-12-07
ເມື່ອບໍ່ນານມານີ້ ເຮົາໄດ້ເວົ້າເຖິງເຂດ ສາມຫລ່ຽມມໍຣະກົດ ຣະຫວ່າງລາວ ໄທ ແລະກຳພູຊາ ເພື່ອສົ່ງເສີມການທ່ອງທ່ຽວ. ແຕ່ຍ້ອນບັນຫາ ການຂັດແຍ້ງ ຣະຫວ່າງໄທ ແລະກຳພູຊາ ໂຄງການດັ່ງກ່າວ ຈຶ່ງບໍ່ຄືບໜ້າ ດັ່ງຄາດໝາຍ. ມື້ນີ້ ພົງສວັນ ໄດ້ຮີບໂຮມຂໍ້ມູນ ກ່ຽວກັບການສ້າງເຂດພັທນາ ຣະຫວ່າງລາວ ວຽດນາມ ແລະກຳພູຊາ ຊຶ່ງເອີ້ນສ່າ “ສາມຫລ່ຽມພັທນາ” ຊຶ່ງ ວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-30
ປະເທດໄທ ກໍາພູຊາ ແລະສປປລາວ ເຄີຍມີໂຄງການທີ່ຈະ ພັທນາເຂດຊາຍແດນ ທີ່ຕິດກັນຣະຫວ່າງ ສາມປະເທດ ຢູ່ໃນເຂດພາກໃຕ້ຂອງລາວ ຊຶ່ງມີຊື່ວ່າ ສາມຫລ່ຽມມໍຣະກົດ ຕໍ່ມາຍ້ອນບັນຫາຫລາຍຢ່າງ ໂດຍສະເພາະຄວາມຂັດແຍ້ງ ຣະຫວ່າງກໍາພູຊາແລະໄທ ກ່ຽວກັບຜາສາຕ ເຂົາພະວິຫານ ໄດ້ເຮັດໃຫ້ໂຄງການ ດັ່ງກ່າວບໍ່ມີຄວາມຄືບໜ້າ ຣາຍຣະອຽດເປັນແນວໃດນັ້ນ ພົງສວັນ ໄດ້ຮິບໂຮມຂໍ້ມູນຕ່າງໆ ຊຶ່ງ ວຽງໄຊ ຈະນໍາມາສເນີທ່ານ ໃນອັນດັບຕໍ່ໄປ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-30
ເມື່ອເດືອນຕຸລາຜ່ານມາ ເຮົາໄດ້ເວົ້າເຖິງແຜນການ ຂອງຣັຖບານສປປລາວ ໃນການເປີດກ້ວາງ ໃຫ້ການຮ່ວມມື ຂອງຊາວລາວ ໃນຕ່າງປະເທດ ມີຄວາມສຳຄັນຫລາຍຂຶ້ນ ໂດຍມີການ ຮັບຮອງກົດໝາຍ ພ້ອມກັບການຈັດຕັ້ງ ກັມມະການຄນະນຶ່ງ ຂຶ້ນເພື່ອຕ້ອນຮັບ ເໝືອນດັ່ງທີ່ ປະເທດວຽດນາມ ໄດ້ປະຕິບັດ ກັບຊາວວຽດນາມ ໃນຕ່າງປະເທດ ທີ່ເອີ້ນວ່າ ‘ວຽດກ້ຽວ’. ມື້ນີ້ ພົງສວັນ ໄດ້ຮິບໂຮມຂໍ້ມູນ ກ່ຽວກັບການຮ່ວມມື ຂອງຊາວວຽດກ້ຽວ ໃນການພັທນາປະເທດ ຊຶ່ງ ວຽງໄຊ ຈະນຳມາສເນີທ່ານ ໃນອັນດັບຕໍ່ໄປ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-11
ໃນວັນທີ່ 9 ພືສຈິກາຜ່ານມາ ເປັນວັນຄົບຮອບ 20 ປີ ທີ່ກຳແພງ Berlin ໄດ້ພັງທະລາຍລົງ. ກຳແພງ Berlin ມີຄວາມສຳຄັນຢ່າງໃດ ແລະເຫດການເມື່ອ 20 ປີກ່ອນ ມີຄວາມໝາຍຫລາຍໜ້ອຍ ປານໃດ ເຊີນທ່ານຮັບຟັງ ບົດຄວາມ ກ່ຽວກັບເຣື້ອງນີ້... ສເນີໂດຍ ວຽງໄຊ.... ເຊີນທ່ານເປີດຟັງສຽງໄດ້.
2009-11-05
ການລົງທຶນຂອງ ຕ່າງປະເທດ ຢູ່ ສປປລາວ ໃນ 9 ເດືອນ ຂອງປີ 2009 ນີ້ມີ 208ໂຄງການ ແລະ ມີທຶນລົງທະບຽນ ທັງໝົດ 4,300 ລ້ານໂດລາ ສະຫະຣັດ ຄືຫລາຍ ຂື້ນກວ່າປີ 2008 ເກືອບ 4 ເທົ່າ. ເປັນຫຍັງນັກທຸຣະກິດ ຈຶ່ງເຂົ້າມາລົງທຶນຫລາຍ ໃນຂນະທີ່ ວິກິດການທາງດ້ານການເງິນ ແລະເສຖກິດໂລກ ຍັງຕົກຕ່ຳຄືຢູ່ ໃນປັດຈຸບັນນີ້ ຈຳປາທອງ ມີລາຍງານກ່ຽວກັບ ເລື້ອງນີ້ ມາສເນີທ່ານ…
2009-10-30
ການລັກລອບໄປ ຊອກວຽກເຮັດງານທຳ ຢູ່ປະເທດໄທ ຂອງຊາວລາວ ປະມານ 4 ແສນຄົນ ສ່ວນນຶ່ງແມ່ນຍ້ອນ ຄວາມທຸກຍາກ ບໍ່ມີວຽກເຮັດ ແລະ ຄ່າແຮງງານຕ່ຳ ສ່ວນ ນຶ່ງ ແມ່ນຍ້ອນຄົນງານຕ່າງດ້າວ ມາຍາດວຽກແລະ ອີກສ່ວນນຶ່ງ ແມ່ນຖືກຫລອກລວງ ໄປຕົກເປັນເຫຍື່ອຂອງ ຂະບວນການຄ້າມະນຸດ ຊຶ່ງຫລາຍຝ່າຍທີ່ ກ່ຽວຂ້ອງ ກຳລັງພະຍາຍາມ ແກ້ໄຂຢູ່ໃນ ປັດຈຸບັນນີ້.... ຈຳປາທອງ ມີລາຍງານກ່ຽວກັບ ເລື້ອງນີ້ ມາສເນີທ່ານ.
2009-10-27
ການສ້າງເຂື່ອນ ໄຟຟ້ານ້ຳຕົກ ເປັນເຂື່ອນທີ່ສ້າງ ໃສ່ນ້ຳຂອງ ຈະນໍາຜົນທີ່ຄຸ້ມຄ່າ ໃຫ້ປະເທດຊາດ ແລະ ປະຊາຊົນລາວ ຫລືວ່າຈະສ້າງ ຄວາມເສັຍຫາຍໃຫ້ ທັມມະຊາດ ອັນອຸດົມສົມບູນ ແລະ ສົ່ງຜົນກະທົບໃສ່ ປະຊາຊົນລາວ ຊຶ່ງສ່ວນຫລາຍ ທຸກຍາກ ຂາດເຂີນ ຢູ່ນັ້ນຕື່ມອີກ. ຈຳປາທອງ ມີບົດລາຍງານ ມາສເນີທ່ານ.
2009-10-26
ນັບຕັ້ງແຕ່ວັນສຸກ ທີ່ 23 ຕຸລາ ຜ່ານມາ ASEAN ມີອົງກອນໃໝ່ ຕັ້ງຂຶ້ນຢ່າງເປັນ ທາງການ ນັ້ນກໍຄື ກັມມະການ ສິດທິມະນຸສ ASEAN ຊຶ່ງອ່ານຫຍໍ້ເປັນ ພາສາອັງກິດວ່າ AICHR. ກັມມະການດັ່ງກ່າວ ມີບົດບາດ ແລະພາລະໜ້າທີ່ ຫຍັງແດ່? ວຽງໄຊ ຈະວີເຄາະ ສູ່ທ່ານຟັງ ໃນອັນດັບຕໍ່ໄປ.....
2009-10-23
ຍັງອີກບໍ່ພໍເທົ່າໃດມື້ ກໍຈະເຖິງ ວັນຄົບຮອບ 10ປີ ຂອງຂະບວນ ນັກສຶກສາເພື່ອ ປະຊາທິປະໄຕ 26 ຕຸລາ ຊຶ່ງຖືກ ທາງການລາວ ປາບປາມ... ຈໍາປາທອງ ຈະທົບທວນ ເຫດການ ແລະວິເຄາະ ກ່ຽວກັບເລື້ອງນີ້ວ່າ ເປັນຫຍັງຈຶ່ງ ເກີດມີ ຂະບວນນັກສຶກສາ 26 ຕຸລາ; ຂະບວນການນີ້ ມີຈຸດປະສົງ ແລະ ເປົ້າໝາຍແນວໃດ; ເປັນຫຍັງຈຶ່ງຖືກ ປາບປາມ ແລະ ຂະບວນການນີ້ ໄດ້ຖືກສະຫລາຍ ໄປແລ້ວ ຫລືວ່າ ຍັງເຄື່ອນໄຫວ ຕໍ່ສູ້ ເພື່ອຄວາມເປັນທັມ ໃນ ສປປ ລາວ.
2009-10-16
ປັດຈຸບັນ ຊາວໂລກ ກໍາລັງປະເຊີນ ກັບຄວາມທຸກຍາກ ແລະອຶດຫິວ ຫລາຍເພີ່ມຂຶ້ນ. ຈໍານວນຜູ້ອຶດຍາກ ເພີ່ມຂຶ້ນເປັນ 1 ພັນກວ່າລ້ານຄົນ ແລະຢ່າງໜ້ອຍ 400 ລ້ານຄົນ ເປັນເດັກນ້ອຍ ຊຶ່ງໃນນັ້ນ ມີປະຊາຊົນ ແລະເດັກນ້ອຍລາວ ຮວມຢູ່ນຳດ້ວຍ ແຕ່ກໍມີຂ່າວດີ ທີ່ບັນດາ ຜູ້ນໍາໂລກ ໃຫ້ສັນຍາວ່າ ຈະສນັບສນູນ ຂໍ້ລິເລີ່ມເພື່ອ ຮັບປະກັນ ດ້ານອາຫານເຖິງ 22 ພັນລ້ານໂດລາ ແລະຣັຖບານຂອງ ທ່ານ ບາຣັກ ໂອບາມາ ຂອງສະຫະຣັດ ອາເມຣິກາ ກໍມີຍຸທສາດໃໝ່ ເພື່ອຕໍ່ສູ້ຕ້ານ ຄວາມອຶດຫິວ. ຈຳປາທອງ ມີລາຍງານກ່ຽວກັບ ເລື້ອງນີ້ ມາສເນີທ່ານ.