ເຣື້ອງທີ່ເກັບບັນທຶກໄວ້
2010-12-28
ເຊີນທ່ານ ຮັບຟັງ ການສັມພາດ ທ່ານ ອຸດົງ ໄຊຊະນະ ນັກຮຽນຮູ້ ປັນຍາຊົນ ລາວ ທີ່ຣັຖ Washington ສະຫະຣັຖ America ຕອນນີ້ ເວົ້າເຖີງ ການເລືອກຕັ້ງ ຢູ່ ສປປລາວ ສັມພາດ ໂດຍ: Avary
2010-12-27
ການປ່ຽນຕົວ ນາຍົກຣັຖມົນຕຣີ ຂອງ ສປປລາວ ໂດຍເອົາ ປະທານ ສະພາແຫ່ງຊາດ ມາຮັບ ໜ້າທີ່ແທນ ແບບກະທັນຫັນ ຢູ່ໃນກອງ ກອງປະຊຸມ ສມັຍສາມັນ ເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ 6 ມີສາເຫດ ມາຈາກຫຍັງ? ຊຶ່ງມີການ ສົງໃສກັນວ່າ ເປັນການຍາດແຍ່ງ ອິດທິພົນ ໃນລາວ ຂອງ ຈີນ ແລະ ວຽດນາມ.
2010-12-22
ກົດໝາຍ ວ່າດ້ວຍ ສະພາແຫ່ງຊາດ ແລະ ກົດໝາຍ ວ່າດ້ວຍການ ເລືອກຕັ້ງ ສະມາຊິກ ສະພາແຫ່ງຊາດ ສະບັບ ປັບປຸງ ຊຶ່ງໄດ້ ຖືກຮັບຮອງ ເອົາຢູ່ໃນ ກອງປະຊຸມ ສມັຍສາມັນ ເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ 6 ໃນວັນທີ 15 ທັນວາ ນີ້ ມີຄວາມສໍາຄັນ ຕໍ່ແມ່ຍິງລາວ ຢ່າງໃດ ທີ່ວ່າຈະມີ ຄນະສະພາ ແຫ່ງຊາດເພດຍິງ ຢູ່ໃນ ໂຄງປະກອບ ຂອງສະພາ ແລະຈະເພີ້ມ ຈໍານວນ ສະມາຊິກ ສະພາເພດຍິງ ຂຶ້ນຕື່ມອີກນັ້ນ.
2010-12-21
ຈີນ ກໍາລັງຂຍາຍ ອິດທິພົລ ທາງດ້ານ ການລົງທຶນ ໃນລາວ ຫລາຍຂື້ນ, ແລະ ການລົງທືນ ຂອງຈີນ ໃນລາວ ກຳລັງ ຈະແຊງໜ້າ ວຽດນາມ ແລະ ໄທ, ຈີນ ຖືວ່າ ການລົງທືນ ດັ່ງກ່າວ ເປັນການເຊື່ອມ ອໍານາດ ທາງດ້ານ ການເມືອງ ໄປພ້ອມໆກັນ. ແຕ່ຣັຖບານລາວ ຈະສາມາດ ສ້າງຄວາມ ສົມດູນ ທາງດ້ານການເມືອງ ຣະຫວ່າງຈີນ ກັບວຽດນາມ ໄດ້ຫຼືບໍ່?
2010-12-17
ສປປລາວ ສລອງວັນ ຕໍ່ຕ້ານກາຣ ສໍ້ຣາສບັງຫລວງ ສາກົລ ພ້ອມກັນຢືນຢັນ ຈັດຕັ້ງໂຄງກາຣ ປະຕິບັຕງານ ເພື່ອປາບປາມ ກາຣທຸຈຣິຕ ໃນທຸກຮູບແບບ ໃຫ້ໝົດສິ້ນໄປ ແຕ່ໃນ ຂນະດຽວກັນ ຊາວລາວ ທີ່ອາສັຍຢູ່ ຕ່າງປະເທສ ກໍໃຫ້ ທັສນະວ່າ ເປັນໂຄງກາຣ ທີ່ເວົ້າໄດ້ງ່າຍ ແຕ່ອາຈ ປະຕິບັຕ ໄດ້ຍາກ.
2010-12-15
ທ່ານ Richard Holbrooke ນັກການທູດ ອາວຸໂສ ຂອງ ສະຫະຣັຖ ເຖິງແກ່ກັມ ເມື່ອວັນຈັນ ທີ 13 ທັນວາ ຜ່ານມານີ້ ຊຶ່ງເຮັດໃຫ້ ປະທານາທິບໍດີ ບາຣັກ ໂອບາມາ ຮວມເຖິງບັນດາ ຜູ້ນໍາຕ່າງໆ ໃນໂລກ ຮູ້ສຶກ ເສົ້າສລົດໃຈ ນໍາເປັນຢ່າງຍິ່ງ. ທ່ານເປັນໃຜ, ມີຜົລງານ ສໍາຄັນແນວໃດ ຕໍ່ສະຫະຣັຖ ແລະ ຊາວໂລກ..
2010-12-15
HIV ເປັນເຊື້ອໂຣກ ອັນຕະລາຍ ຫລາຍ ທີ່ເຮັດໃຫ້ ເປັນ AIDS ຊຶ່ງມີຜູ້ຕິດ ເຊື້ອໂຣກ ນີ້ 30 ກວ່າລ້ານຄົນ ແລະ ເສັຍຊີວິດ ໄປແລ້ວ ຫລາຍກວ່າ 1,8 ລ້ານຄົນ. ໃນນັ້ນ ກໍມີ ລາວ ເສັຍຊີວິດ 1,000 ກວ່າຄົນ ແລະ ຕິດເຊື້ອອີກ 7,000 ຄົນ ຊຶ່ງປັດຈຸບັນນີ້ ຊາວໂລກ ກໍາລັງເລັ່ງ ຫາທາງແກ້ໄຂ ຢູ່. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ....
2010-12-14
ອາຫານການກິນ ແລະ ເຄື່ງໃຊ້ ຂອງສອຍ ຢູ່ ປະເທດລາວ ແພງຂຶ້ນ ນໍາເລື້ອຍໆ ແຕ່ຣາຍໄດ້ ຈາກການຂາຍ ແຮງງານ ຂອງ ປະຊາຊົນ ຕໍ່າເກີນໄປ ເຮັດໃຫ້ ການຄອງຊີບ ປະເຊີນກັບ ຄວາມຫຍຸ້ງຍາກ ລໍາບາກ ຫລາຍຂຶ້ນຕື່ມ. ແຕ່ກໍໄດ້ຍິນ ຂ່າວວ່າ ອົງການ ກັມມະບານ ລາວ ກໍາລັງຮ່າງ ຄໍາສເນີ ຂໍຂຶ້ນເງິນ ເດືອນຂັ້ນຕໍ່າ ຂອງ ຄົນງານລາວ ຢູ່. ຈຳປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ.
2010-12-01
Wikileaks ເປັນ Website ທີ່ລົງຂ່າວ ຊຶ່ງບໍ່ຮູ້ຈັກ ທີ່ມາ ແລະ ເປີດເຜີຍ ເອກກະສານລັບ ຂອງຣັຖບານ ແລະ ອົງການ ຈັດຕັ້ງຕ່າງໆ ຮວມທັງ ທາງສາສນາ ຊຶ່ງບໍ່ບອກ ທີ່ມາ ແລະ ຕິດຕາມຫາ ຜູ້ປ້ອນ ເອກກະສານ ບໍ່ໄດ້ນັ້ນ ສ້າງຄວາມ ເສັຍຫາຍ ໃຫ້ແກ່ຄວາມໝັ້ນຄົງ ຂອງ ສະຫະຣັດ ແນວໃດ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີ ທ່ານ.
2010-11-30
ການຄ້າ ຢາເສພຕິດ ປະເພດຢາບ້າ ຈາກ ສປປລາວ ໄປ ປະເທດໄທ ມີມາຢ່າງ ຕໍ່ເນື່ອງ ແລະ ເຈົ້າຫນ້າທີ່ ໄທ ກໍ່ຈັບຄົນລາວ ທີ່ລັກຢາບ້າ ຂ້າມໄປນັ້ນ ໄດ້ຢູ່ຕລອດ. ຈຳປາທອງ ມີລາຍງານ ກ່ຽວກັບ ເລື້ອງນີ້ມາ ສເນີທ່ານ.
2010-11-24
ໃນມື້ວັນ ອັງຄານ ທີ່ 23 ພຶສຈິກາ ນີ້ ເກົາຫລີເໜືອ ຍິງປືນໃຫຍ່ ຫລາຍສິບລູກ ຖລົ່ມເກາະ ແຫ່ງນຶ່ງ ຂອງ ເກົາຫລີໃຕ້ ເຮັດໃຫ້ມີ ຜູ້ເສັຍຊີວິຕ ແລະ ໄດ້ຮັບບາດເຈັບ. ອັນດັບຕໍ່ໄປ ວຽງໄຊ ຈະສເນີ ເບື້ອງຫລັງ ອັນເປັນທີ່ມາ ຂອງເຫດການ ຮ້າຍແຮງ ເທື່ອນີ້ ແລະ ປະຕິກີຣິຍາ ໂຕ້ຕອບ ຈາກຜູ້ນໍາ ສໍາຄັນໆ ຂອງໂລກ. ເຊີນທ່ານ ຕິດຕາມ ຮັບຟັງ ໄດ້ເລີຍ...
2010-11-24
ການສເລີມ ສລອງ ວັນສະຖາປະນາ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ວ່າມີ ຄວາມໝາຍສໍາຄັນ ສໍາລັບ ປະຊາຊົນ ລາວ ແຕ່ກໍມີ ຫລາຍຄົນ ສົນໃຈວ່າ ເປັນຫຍັງພັກ ປະຊາຊົນ ປະຕິວັດລາວ ຈຶ່ງເອົາວັນ ສ້າງຕັ້ງ ສປປລາວ ຄົບຮອບ 35 ປີ ເຂົ້າມາສົມທົບ ນໍາ.
2010-11-23
ກອງປະຊຸມ ທີ່ ນະຄອນຫລວງ ວຽງຈັນ ຕົກລົງຮັບ ເອົາແຜນການ ປະຕິບັດ ໃນການຫ້າມໃຊ້ ແລະຜລິດ ຣະເປີດ ລູກຫວ່ານ ຫຼື ຣະເບີດບອມບີ. ໂພໄຊສວັດ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ.
2010-11-23
ງານສລອງ ວັນຄົບຮອບ 450 ປີ ນະຄອນຫລວງ ວຽງຈັນ ແລະ 35 ປີ ສປປລາວ ສີ້ນສຸດລົງ ທຸກຢ່າງ ມີຕົວແທນ ລາວນອກ ເຂົ້າ ຮ່ວມປະມານ 200 ຄົນ ຈາກທົ່ວໂລກ. ທາງການລາວ ບອກວ່າ ເປັນງານເພື່ອ ສ້າງຄວາມ ສາມະຄີ ຣະຫວ່າງ ຊົນຊາດລາວ. ແຕ່່ລາວນອກ ບາງກຸ່ມ ບໍ່ເຫັນພ້ອມ ໃນຄວາມເຫັນ ດັ່ງກ່າວ ຖືວ່າ ເປັນການ ໂຄສະນາ ຊວນເຊື່ອ ຫລາຍກວ່າ. ສິດນີ ມີລາຍລະອຽດ.
2010-11-19
ສິດເສຣີພາບ ຂອງພົລເມືອງ ລາວ ທຸກຄົນ ໃນການເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ ຖືກຮັບປະກັນ ໂດຍ ຣັຖທັມມະນູນ ຂອງ ສປປລາວ ແຕ່ໃນພາກ ປະຕິບັດ ຕົວຈິງ ພົລເມືອງ ລາວ ມີສິດ ເສຣີພາບ ນັ້ນ ໜ້ອຍຫລາຍ ພຽງໃດ. ຈໍາປາທອງ ມີລາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີທ່ານ.