ເຣື້ອງທີ່ເກັບບັນທຶກໄວ້
2011-12-30
ໃນປີ 2011 ທີ່ກໍາລັງຈະ ສິ້ນສຸດ ລົງນີ້ ມີເຫດການ ທີ່ສໍາຄັນ ຫລາຍເຫດການ ຢູ່ລາວ ເຊັ່ນກອງປະຊຸມ ໃຫຍ່ຂອງພັກ ການແຕ່ງຕັ້ງ ຄນະຣັຖບານ ການເລືອກຕັ້ງ ສະມາຊິກ ສະພາ ຊຸດໃໝ່ ແລະ ໄພນໍ້າຖ້ວມ. ອາວະຣີ ຂໍສເນີ ຣາຍລະອຽດ ກ່ຽວກັບ ເຫດການ ໃນອັນດັບ ຕໍ່ໄປ...
2011-12-29
ການປະຕິຮູບ ຣະບົບ ການສຶກສາ ແຫ່ງຊາດ ຢູ່ ສປປລາວ ດໍາເນີນ ໄປ ໃນຂນະ ທີ່ ກະຊວງ ສຶກສາທິການ ແລະ ກິລາ ຕີ ຣາຄາ ວ່າ ຄ່ານິຍົມ ໃນ ສັງຄົມ ບໍ່ຖືກຕ້ອງ ຈໍາປາທອງ ມີຣາຍງານ ມາສເນີ ທ່ານ.
2011-12-27
ນິຍາຍ ”ຄິດຮອດບ້ານເກີດ” ເປັນເຣື່ອງ ກ່ຽວກັບ ຊິວິດ ແລະ ເຫດການ ຄວາມເປັນຈິງ ຂອງ ບຸກຄົນນື່ງ ທີ່ໄດ້ ບັນທຶກໄວ້ ພາຍຫຼັງທີ່ໄດ້ ປະສົບ ພົບພໍ້ ດ້ວຍຕົນເອງ ໃນສມັຍ ຕອນ ທີ່ຜູ້ກ່ຽວ ພ້ອມດ້ວຍລູກ ກັບຄືນ ຢ້ຽມຢາມ ບ້ານເກີດ ເມືອງນອນ ຂອງຕົນເອງ.
2011-12-23
ການປ່ຽນແປງ ຈາກ ຜະເດັດການ ໄປສູ່ ຣະບອບ ປະຊາທິປະໄຕ ໃນປະເທດ ພະມ້າ ຈະເປັນໄປ ໄດ້ແທ້ຫຼືບໍ່ ແລະ ມີຄວາມຈິງ ພຽງໃດ? ແຕ່ ໃນຫລາຽເດືອນ ຜ່ານມາ ຣັຖບານ ກໍມີ ບົດບາດ ທີ່ກ້າວໜ້າໄປ ໃນທາງ ທີ່ດີຂຶ້ນ ສໍາລັບ ຄວາມຖືກຕ້ອງ ປອງດອງ ໃນພະມ້າ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີທ່ານ...
2011-12-22
ກອງປະຊຸມ ຄັ້ງທີ 2 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຂອງ ສປປ ລາວ ທີ່ໄຂຂຶ້ນ ໃນວັນທີ 7 ທັນວາ ໄດ້ປິດລົງ ໃນວັນທີ 21 ທັນວາ ນັ້ນ ໄດ້ຕົກລົງ ຮັບຮອງເອົາ ບັນຫາ ໃດແດ່ ແລະດໍາເນີນໄປ ໃນບັນຍາກາດ ແນວໃດ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີ ທ່ານ
2011-12-21
ຂ່າວການເຖິງ ແກ່ກັມ ຂອງ ທ່ານ Kim Jong IL ໃນມື້ວັນຈັນ ຜ່ານມາ ໄດ້ເຮັດໃຫ້ ເກີດຄວາມ ບໍ່ແນ່ໃຈ ຄວາມກັງວົນ ແລະ ການຮຽກຮ້ອງ ໃຫ້ມີການ ສືບທອດ ອຳນາດ ຢ່າງສັນຕິ.
2011-12-20
ເກົາຫລີ ເຫນືອ ອາດຈະ ປະເຊີນກັບ ບັນຫາ ຄວາມ ບໍ່ແນ່ນອນ ຫລາຍຢ່າງ ຫລັງຈາກ ການຕາຍ ຂອງ ທ່ານ ກິມຈົງອຽວ ຜູ້ນຳ ສຸງສຸດ ຂອງ ເກົາຫລີເຫນືອ ໃນອາທິດ ນີ້ ເນື່ອງຈາກ ວ່າ ຜູ້ທີ່ຈະ ສືບທອດ ອຳນາດ ແມ່ນລູກຊາຍ ຫລ້າ ຂອງ ທ່ານ ຄືນາຍ ກີມຈົງອູນ ຜູ້ທີ່ ບໍ່ມີ ປະສົພການ ທາງການເມືອງ ພໍເທົ່າໃດ. ອາວະຣີ ມີລາຍ ລະອຽດ ມາສເນີ ທ່ານ.
2011-12-20
ສປປລາວ ແລະ ເກົາຫລີ ເຫນືອ ມີຄວາມ ສຳພັນ ຢ່າງໃກ້ຊິດ ຣະຫວ່າງກັນ ປະທານ ປະເທດ ລາວ ທ່ານ ຈູມມະລີ ໄຊຍະສອນ ກໍເຄີຍໄປ ຢ້ຽມຢາມ ເກົາຫລີ ເຫນືອ ໃນອະດີດ ແຕ່ຄວາມ ສຳພັນ ດັ່ງກ່າວ ຈະເປັນ ແນວໃດ ໃນ ອະນາຄົດ ຫລັງຈາກ ການເສັຽ ຊິວິດ ຂອງ ທ່ານ ກິມຈົງອຽວ ຜູ້ນຳ ສຸງສຸດ ຂອງ ເກົາຫລີເໜືອ. ຈຳປາທອງ ມີລາຍງານ
2011-12-19
ສາຣະຄະດີ ເຣື້ອງ ”ລາວຫລົງ” ຕອນທີ 4 ແລະ ກໍເປັນ ຕອນ ສຸດທ້າຍ ຂອງ ລາຍການ ແລະ ຈະໄດ້ ເລົ່າເຖິງ ເຣື້ອງ ຊິວີດ ຂອງ ມະນຸດ ແມ່ນເລືອກ ບ່ອນເກີດ ບໍ່ໄດ້ ແຕ່ຫນ້າ ຈະເລືອກ ບ່ອນຢູ່ໄດ້. ສຳລັບ ອົພຍົບ ພະມ້າ ເຊື້ອສາຍ ລາວ ຫລື ລາວຫລົງ ແລ້ວ ຊິວິດ ຂອງພວກ ຂະເຈົ້າ ຈະເປັນ ແນວໃດ ອະນາຄົດ ຂອງພວກ ຂະເຈົ້າ ເດ.... ຈະເລືອກ ທີ່ຢູ່ ໄດ້ບໍ?
2011-12-14
ອົງການ ແນວລາວ ສ້າງຊາດ ຊຶ່ງເປັນ ເຄື່ອງມື ແນວໂຮມ ຂອງ ຜູ້ນຳພັກ ປະຊາຊົນ ປະຕິວັດ ລາວ ເອົາການ ເອົາງານ ໜ້ອຍຫລາຍ ພຽງໃດ ພາຍຫລັງ ກອງປະຊຸມ ໃຫ່ຍ ຄັ້ງທີ 9 ຂອງພັກ. ສເນີໂດຍ: ຈຳປາທອງ
2011-12-12
ສາຣະຄະດີ ປະຈຳ ສັປດາ ເຣື້ອງ ”ລາວຫລົງ” ຕອນທີ່ 3. ໃນມື້ນີ້ ຈະໄດ້ ເລົ່າເຖິງ ຄວາມຮູ້ສືກ ຂອງ ຊາຍ ຊະຣາ ຜູ້ນຶ່ງ ທີ່ຢູ່ ໃນ ຊຸມຊົນ ອົພຍົບ ພະມ້າ ເຊື້ອສາຍ ລາວ ທີ່ ມັກຈະ ສະເທືອນ ໃຈ ຈົນນໍ້າຕາ ໄຫລ ເມື່ອໄດ້ຍີນ ຄໍາວ່າ ”ວຽງຈັນ” ເພາະ ຄໍາເວົ້າ ຄໍ່ນັ້ນ ມັນຝັງ ຢູ່ໃນ ຈິດໃຈ ມັນເປັນ ຖີ່ນກຳເນີດ ຂອງ ບັນພະບູຣຸດ ຂອງ ພວກຕົນ ແລະ ຈະມີ ໃຜແດ່ ທີ່ມີ ໂອກາດ ຂ້າມ ແມ່ນ້ຳຂອງ ໄປຫາ ”ວຽງຈັນ” ໃນ ສ່ວນເລີກ ຈິດສໍານຶກ ຂອງ ແຕ່ລະຄົນ ມີແຕ່ ຫວັງວ່າ ໃນຊາດນີ້ ຈະຕ້ອງ ໄປເຫັນ ”ວຽງຈັນ” ໃຫ້ໄດ້. ສເນີໂດຍ: ມະນີຈັນ.
2011-12-08
ກອງປະຊຸມ ຄັ້ງທີ 2 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຂອງ ສປປ ລາວ ທີ່ ໄຂຂຶ້ນ ໃນວັນ ທີ 7 ເວົ້າເຖິງ 6 ບັນຫາ ຊຶ່ງ ໃນນັ້ນ ມີທັງ ການ ຄົ້ນຄວ້າ ຮັບຮອງ ເອົາຮ່າງ ກົດໝາຽ ໃໝ່ 3 ສະບັບ ແລະ ປັບປຸງ ກົດໝາຽ ເກົ່າ 10 ສະບັບ ນໍາດ້ວຍ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີ ທ່ານ.
2011-12-07
“ເຈົ້ານ້ອຍຂອງຈີນ” ຊຶ່ງ ໝາຍເຖິງ ລູກຫລານ ຂອງ ຜູ້ນຳ ພັກ Communist ດຽວນີ້ ມັກສະແດງ ອອກເຖິງ ຄວາມຮັ່ງມີ ແລະ ສິທ ພິເສດ ອັນນຳ ຄວາມ ບໍ່ສະບາຍໃຈ ໃຫ້ ຜູ້ເປັນ ພໍ່ແມ່ ຢ່າງ ຫລວງຫລາຍ ໃນເວລາ ທີ່ ປະຊາຊົນ ກຳລັງ ບໍພໍໃຈ ແລະ ຈັບຕາ ຊິ້ງຊອມ ເບິ່ງ ການນຳພາ ຂອງພັກ ຢູ່ນີ້. ວຽງໄຊ ມີຣາຍ ລະອຽດ ກ່ຽວກັບ ເຣື້ອງນີ້ ມາສເນີ ທ່ານ.
2011-12-07
ກອງປະຊຸມ ຄັ້ງທີ 2 ຂອງ ສະພາ ແຫ່ງຊາດ ສປປລາວ ທີ່ຈັດຂຶ້ນ ແຕ່ ວັນທີ 7 ເຖິງ 21 ທັນວາ 2011 ຊຶ່ງ ຈະເວົ້າເຖິງ 5 ບັນຫາ ນັ້ນ ຈະມີ ການຄົ້ນຄວ້າ ອອກຄໍາເຫັນ ຕາມສິດ ແລະ ໜ້າທີ່ ເພື່ອໃຫ້ ສົມກັບ ພາລະ ບົດບາດ ຂອງຕົນ ດັ່ງທີ່ ດຣ. ຄໍາເຜີຽ ປານມະໄລທອງ ເປັນຕົວຢ່າງ ໃຫ້ແລ້ວນັ້ນ ຈະມີໄດ້ ພຽງໃດ. ຈໍາປາທອງ ມີຣາຍງານ ກ່ຽວກັບ ເຣື່ອງນີ້ ມາສເນີທ່ານ
2011-12-05
ສາຣະຄະດີ ປະຈຳ ສັປດາ ”ລາວຫລົງ” ຕອນທີ່ 2. ໃນມື້ນີ້ ຈະໄດ້ເລົ່າເຖິງ ຄວາມເປັນມາ ຂອງຊາວ ອົພຍົບ ພະມ້າ ເຊື້ອສາຍ ລາວ ຫຼືຊຸມຊົນ ລາວ ທີ່ເອີ້ນວ່າ ”ລາວຫລົງ” ທີ່ໜີຈາກ ເມືອງລາວ ໄປໄດ້ ຢ່າງໃດ? ເຂົ້າໄປ ອາໄສ ຢູ່ ປະເທດໄທ ໄດ້ແນວໃດ? ສເນີໂດຍ : ມະນີຈັນ.