ເຣື້ອງທີ່ເກັບບັນທຶກໄວ້
2011-02-18
ໄຊຊະນະ ຂອງພວກ ປະທ້ວງໃນ Egypt ທີ່ສາມາດ ໂຄ່ນລົ້ມຜູ້ນໍາ ທີ່ປົກຄອງ ປະເທດແບບ ຜະເດັດການ ມາເຖິງ 30 ປີນັ້ນ ພາໃຫ້ ປະຊາຊົນ ໃນຫລາຍ ປະເທດ Arab ເຂົ້າໃຈວ່າ ຖ້າພວກຕົນ ສາມາດ ປຸ້ມລຸມກັນເຂົ້າ ເປັນກຸ່ມໃຫຍ່ ກໍມີທາງ ທີ່ຈະເຮັດໃຫ້ ຜູ້ນໍາປະເທດ ປະນິປະນອມ ຫລືຍອມຮັບ ເງື່ອນໄຂ ຂອງ ພວກຕົນໄດ້.
2011-02-16
ການປະທ້ວງ ແບບສັນຕິ ຂອງຊາວ Egypt ເພື່ອໂຄ້ນລົ້ມ ຣະບອບຜະເດັດການ ຂອງ ປະທານາທິບໍດີ Hosni Mubarak ທີ່ມີມາເປັນ ເວລາ 30 ປີແລ້ວນັ້ນ ຈົບລົງ ໃນມື້ທີ່ 18 ດ້ວຍໄຊຊະນະ ຂອງ ປະຊາຊົນ ທີ່ລຸກຂຶ້ນ ຕໍ່ຕ້ານ ການຂາດສິດ ເສຣີພາບ ປະຊາທິປະໄຕ. ແຕ່ໄຊຊະນະ ດັ່ງກ່າວ ເປັນພຽງການ ລິເລີ້ມ ສັກກະຣາດ ໃໝ່ ສໍາລັບຊາວ Egypt ຊຶ່ງເຮັດໃຫ້ ຫລາຍປະເທດ ທີ່ປົກຄອງ ດ້ວຍຣະບອບ ຜະເດັດການ ຕິດຕາມ ສິ້ງຊອມເບິ່ງ ດ້ວຍຄວາມ ບໍ່ສບາຍໃຈ.
2011-02-15
ມາຮອດ ປັດຈຸບັນນີ້ ການກະກຽມ ກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງພັກ ປະຊາຊົນ ປະຕິວັດລາວ ດໍາເນີນໄປ ຢ່າງເຄັ່ງຕຶງ ຖ້າມກາງຄວາມ ຂັດແຍ່ງ ພາຍໃນວົງການ ຜູ້ນໍາ ຣະດັບສູງ ຂອງພັກ.
2011-02-11
ກອງປະຊຸມ ໃຫຍ່ຄັ້ງ ທີ 9 ຂອງພັກ ປະຊາຊົນ ປະຕິວັດລາວ ທີ່ຈະໄຂຂຶ້ນ ໃນອີກ ບໍ່ດົນນີ້ ຈະມີການ ຣາຍງານ ການເມືອງຂອງ ຄນະບໍຣິຫານ ງານ ສູນກາງພັກ ສມັຍ ທີ 8 ແລະ ຣາຍງານ ກ່ຽວກັບ ທິດທາງ ໜ້າທີ່ຕົ້ນຕໍ ຂອງແຜນພັທນາ ເສຖກິດສັງຄົມ 5 ປີ ຄັ້ງທີ 7 ອັນໃດແດ່ ແລະ ສະພາບ ຄວາມເປັນຈິງ ເປັນຄືແນວໃດ?…
2011-02-09
ພັກຝ່າຍຄ້ານ ຂອງຣັຖບາລ ທະຫາຣພະມ້າ ຢາກເຈຣະຈາ ກັບບັນດາ ປະເທສ ຕາເວັນຕົກ ກ່ຽວກັບກາຣ ລົງໂທສ ທາງເສຖກິຈ ແບບມີກາຣ ປະນີປະນອມ ເພື່ອຊຸກຍູ້ ໃຫ້ມີກາຣ ປ່ຽນແປງ ໄປສູ່ກາຣມີ ປະຊາທິປະໄຕ ແຕ່ທາງກາຣ ສະຫະຣັຖ ຢືນຢັນ ໃຫ້ກົດດັນ ຕໍ່ໄປ ຈົນກວ່າຈະ ມີກາຣຣີເຣີ່ມ ປ່່ຽນແປງ ເສັຽກ່ອນ.
2011-02-08
ທາງການ ແຂວງໄຊຍະບູຣີ ກໍາລັງຕຣຽມ ຈັດເທສການ ບຸນຊ້າງ ປະຈໍາປີ ທີ່ຈະໄດ້ ຈັດຂື້ນຢູ່ ເມືອງປາກລາຍ ໃນວັນທີ່ 18, 19 ແລະ 20 ກຸມພາ ນີ້ ໂດຍຄາດວ່າ ຈະມີຂະບວນ ແຫ່ຊ້າງ ບໍ່ຕໍ່າກວ່າ 50 ເຊືອກ ພ້ອມນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ຫລາຍພັນຄົນ ເຂົ້າຮ່ວມ.
2011-02-04
ການປະທ້ວງ ຢ່າງນອງນັນ ໄປທົ່ວໂລກ ຊຶ່ງເລີ້ມຂຶ້ນ ທີ່ປະເທດ Tunisia ເມື່ອກາງ ເດືອນທັນວາ ຜ່ານມາ ໄດ້ແພ່ລາມໄປ ຫລາຍປະເທດ ໃນພາກຕາເວັນ ອອກກາງ ເຮັດໃຫ້ ຫລາຍປະເທດ ຕິດຕາມເບິ່ງ ຢ່າງໃກ້ຊິດ ດ້ວຍຄວາມ ວິຕົກກັງວົນ ອັນສືບເນື່ອງ ມາຈາກເຫດຜົນ ນາໆປະການ.
2011-02-02
ຢູ່ ສປປລາວ ສິດ ແລະໜ້າທີ່ ຂອງອົງການ ອັຍການ ປະຊາຊົນ ມີຄວາມ ສໍາຄັນຫລາຍ ໃນການກວດກາ ການເຄົາຣົບ ກົດໝາຍ, ໃນຂນະທີ່ ປະເທດກໍາລັງ ປະເຊີນກັບ ບັນຫາຫຍຸ້ງຍາກ ຫລາຍຢ່າງ ທັງທາງດ້ານ ເສຖກິດ ແລະ ສັງຄົມ.
2011-02-02
ນັກສືກສາ ປຣິນຍາເອກ ຈາກມະຫາວິທຍາໄລ ແຫ່ງຊາດລາວ ໃຫ້ທັສນະ ສ່ວນຕົວວ່າ ມີຫລາຍສິ່ງ ຫລາຍຢ່າງ ທີ່ພີ່ນ້ອງ ຊາວລາວ ຢູ່ຕ່າງປະເທດ ສາມາດ ຊ່ວຍສົ່ງເສີມ ການສືກສາ ໃນລາວ ແລະ ຊ່ວຍເຫລືອ ນັກສືກສາ ຜູ້ດ້ອຍໂອກາດ ໃຫ້ກ້າວໜ້າໄດ້.
2011-02-01
ບົດສໍາພາດ ທ່ານ ບຸນທັນ ຣັດຕິຍາ ປະທານອົງການ ຮ່ວມພະລັງ ຕໍ່ສູ້ເພື່ອ ປະຊາທິປະໄຕ ໃນລາວ ກ່ຽວກັບ ທັສນະ ຂອງທ່ານຕໍ່ການ ເສັຍຊິວິດ ຂອງອະດິດ ທ່ານນາຍພົນ ວັງປາວ ນາຍທະຫານ ຄົນສໍາຄັນ ຂອງ ກອງທັບ ແຫ່ງ ພຣະຣາຊອານາຈັກລາວ.
2011-01-20
ການຢ້ຽມຢາມ ສະຫະຣັຖ ຂອງ ປະທານ ປະເທດຈີນ ທ່ານ ຫູຈີນຕາວ ຈະມີຫຍັງໃຫມ່ ສໍາລັບການ ພົວພັນ ກັບສະຫະຣັຖ ແລະສອງຜູ້ນໍາ ຈະປືກສາ ຫາລືກັນ ໃນບັນຫາໃດແດ່.
2011-01-19
ເຊີນທ່ານຮັບຟັງ ທັສນະ ຂອງຄົນລາວ ຈໍານວນນຶ່ງ ທີ່ຢູ່ຕ່າງ ປະເທດ ຕໍ່ການທີ່ ທາງການລາວ ຍົກເວັ້ນຄ່າ ວິຊາ 2 ປະເພດ ໃຫ້ຄົນລາວ ທີ່ຢູ່ ຕ່າງປະເທດ ກັບຄືນເມືອ ຢາມບ້ານ ຊົ່ວຄາວ ໃນຂນະທີ່ ປະເທດລາວ ຍັງມີ ການປົກຄອງ ໂດຍຣະບອບ ພັກດຽວຜູກຂາດ ອໍານາດ ຢູ່ໃນ ເວລານີ້.
2011-01-19
ການເຊື່ອແບບງົມງາຍ ໃນລາວ ຍັງມີຫລາຍຢູ່ ໂດຍສະເພາະ ໃນກຸ່ມຊົນເຜົ່າ ຕ່າງໆ.
2011-01-14
ໃນຣະຫວ່າງ ທີ່ຖືກຮັບເປັນ ປະທານວຽນ ຂອງສະມາຄົມ ປະຊາຊາຕ ອາຊ້ຽນ ປີ 2011 ນີ້ ອີນໂດນີເຊັຽ ຢືນຢັນ ທີ່ຈະນໍາເອົາ ບັນຫາ ການຣະເມີດ ສິທທິມະນຸສຍະຊົນ ຂື້ນພິຈາຣະນາ ແກ້ໄຂ ແຕ່ນັກສັງເກດການ ເປັນຫ່ວງ ທີ່ອາດຈະ ແຕະຕ້ອງ ກິດຈະການ ພາຍໃນ ຂອງບັນດາ ປະເທດສະມາຊີກ ດຽວກັນ ກໍເປັນໄດ້.
2011-01-12
ອົງກາຣຊ່ວຍເຫລືອ ຊາວຄຣິສຕຽນ ສາກົລ ວ່າ ຍັງມີກາຣ ປາບປາມ ຊາວຄຣິສຕຽນ ໃນ ສປປລາວ, ຊຶ່ງຄັ້ງຫລ້າສຸດ ເກີດຂຶ້ນກ່ອນ ເທສກາຣ ຄຣິສຕ໌ມາສ (Chistmas) 2010 ຜ່ານມານີ້ ໃນເຂຕພາຄໃຕ້ ຂອງລາວ.