ເຣື້ອງທີ່ເກັບບັນທຶກໄວ້
2012-06-12
ເຖີງວ່າ ຄວາມເຄັ່ງຕຶງ ໃນທະເລ ຈີນໃຕ້ ຣະຫວ່າງ ຈີນ ແລະ Philippines ຈະຜ່ອນຄາຍ ລົງແດ່ແລ້ວ ກໍຕາມ ແຕ່ Philippines ກໍຍັງ ພຍາຍາມ ເສີມສ້າງ ກໍາລັງ ທາງທະເລ ຂອງຕົນ ໃຫ້ເຂັ້ມແຂງຂື້ນ ໂດຍຫັນໄປ ຂໍການຊ່ວຍເຫລືອ ຈາກ ສາຫະຣັຖ ອະເມຣິກາ. ສເນີໂດຍ ວຽງໄຊ
2012-06-11
ນິຍາຍ ເຣື້ອງ ”ຄິດຮອດບ້ານເກີດ” ບົດທີ 23. ການຊ້ອມແປງ ເຮືອນໃຫ້ແມ່ ກໍໄດ້ ສຳເຣັຈ ເສັດສິ້ນໄປ ຢ່າງຈົບງາມ ເມື່ອເຖິງວັນ ນັບພົບ ກັບເພື່ອນແກ້ວ ມາເຖີງ ການທ່ຽວຊົມ ເມືອງວຽງຈັນ ຂອງ ນາງບົວຫອມ ກໍໄດ້ດໍາເນີນຕໍ່... ສເນີໂດຍ : ບັນເທົາ ບຸບຜານຸວົງ.
2012-06-11
ການຖືກຂັງ ບໍຣິເວນ ເຖິງ 24 ປີ ແນ່ນອນວ່າ Madame Aung San Suu Kyi ເຈົ້າຂອງ ຣາງວັນ Nobel ຂແນງ ສັນຕິພາບ ໄດ້ມີເວລາ ຢ່າງລົ້ນເຫລືອ ຕຶກຕອງ ໃນບັນຫາ ຮອບດ້ານ ທີ່ ພະມ້າ ກຳລັງ ປະສົບຢູ່ ໃນປັດຈຸບັນ ຊຶ່ງທ່ານ ກໍໄດ້ຖແລງ ອອກສ່ວນນຶ່ງ ໃນເວລາ ໃຫ້ສຳພາດຂ່າວ ຢູ່ບາງກອກ. ສເນີໂດຍ : ວຽງໄຊ
2012-06-08
ການພົວພັນ ທາງທະຫານ ຣະຫວ່າງ ສະຫະຣັຖ ອະເມຣິກາ ແລະ ວຽດນາມ ມີຄວາມໝາຍ ສຳຄັນ ຕໍ່ການຮ່ວມມື ຂອງສອງ ປະເທດ ແລະ ການປົກປັກ ຮັກສາ ສັນຕິພາບ ຢູ່ ທະເລຈີນ ໃຕ້. ສເນີໂດຍ : ຈຳປາທອງ
2012-06-07
ປະຊາທິປະໄຕ ເປັນສິ່ງທີ່ ມະນຸສ ທຸກຄົນ ຮວມທັງ ປະຊາຊົນ ລາວ ໄຝ່ຝັນຫາ ປາຖນາ ແລະ ເສັຽສລະ ຕໍ່ສູ້ເພື່ອໃຫ້ ໄດ້ມາ ໃນຂນະທີ່ ທາງການ ຈໍາກັດຮັດແຄບ ສິດ ເສຣີພາບ ຂອງ ພົລເມືອງລາວ ຢ່າງຮ້າຽແຮງ ຢູ່ນັ້ນ. ສເນີໂດຍ : ຈໍາປາທອງ
2012-06-06
ນັກຮຽນຮູ້ ປັນຍາຊົນ Hmong American ຈາກເມືອງ St.Paul ຣັຖ Minnesota ເຂົ້າຮ່ວມ ກອງປະຊຸມ ຝຶກອົບຮົມ ຊາວເອເຊັຍ Pacific ຜູ້ຊື່ງມີຄວາມ ສົນໃຈ ຢາກຮຽນຮູ້ ເປັນຜູ້ນໍາ ຂັ້ນທ້ອງຖີ່ນ ຫຼື ອົງການ ບໍຣິຫານຕ່າງໆ ໃນສະຫະຣັຖ ອາເມຣິກາ. ສເນີໂດຍ: ໄມຊູລີ
2012-06-06
ໃນອາທິດ ຜ່ານມາ ທ່ານ ທ່ອນ ຣັຕນະສວັນ ໄດ້ເວົ້າເຖິງ ປະຫວັດ ຂອງທ່ານ ກ່ອນແລະຫລັງ ຖືກໄປ ສໍາມະນາ ຢູ່ພາກເໜືອ ຂອງລາວ. ໃນມື້ນີ້ ແມ່ນທ່ານ ຈະເລົ່າເຖິງ ຊີວິດຂອງທ່ານ ຕອນເປັນນາຍຮ້ອຍ ທະຫານ ຈິນາຍໂມ້ ລຸ້ນທີ 16 ໃນຣະຍະ ຖືກສໍາມະນາ
2012-06-05
ໃນວັນທີ່ 3-4 ມີຖຸນາ 1989 ທະຫານ ກອງທັບ ປົດປ່ອຍ ປະຊາຊົນ ບຸກເຂົ້າ ກາງກຸງ Peking ແລະ ຍິງປືນ ເຂົ້າໃສ່ ພວກປະທ້ວງ ແລະ ພົລເມືອງ ທີ່ບໍ່ມີ ອາວຸດ ເຮັດໃຫ້ມີ ຜູ້ເສັຍຊີວິຕ ເປັນຮ້ອຍ ເປັນພັນ ໃນການປາບປາມ ການປະທ້ວງ ທີ່ດໍາເນີນໄປ ເປັນເວລາ 6 ອາທິດ ໃນເຂດ ອ້ອມແອ້ມ ຈະຕຸຣັດ Tiananmen. ໃນວັນຄົບຮອບ 23 ປີ ຂອງການ ປາບປາມ ຢ່າງນອງເລຶອດ ເທື່ອນີ້ ວຽງໄຊ ຈະລື້ມສູ່ ທ່ານຟັງວ່າ ແມ່ນຫຍັງ ເຮັດໃຫ້ ເກີດການປະທ້ວງ ດັ່ງກ່າວ ຊື່ງໄດ້ນໍາ ໄປສູ່ ໂສກນາຕກັມ ເທື່ອນັ້ນ ໄດ້ຢ່າງໃດ.
2012-06-04
ນິຍາຍ ເຣື້ອງ ”ຄິດຮອດ ບ້ານເກີດ” ປະຈຳ ສັປດາ ບົດທີ 22 ການທ່ຽວຊົມ ສະຖານທີ່ ຕ່າງໆ ໃນນະຄອນຫລວງ ວຽງຈັນ ມື້ທຳອິດ ຂອງນາງ ”ບົວຫອມ” ກໍຈົບລົງ ດ້ວຍດີ ... ສເນີໂດຍ : ບັນເທົາ ບຸບຜານຸວົງ
2012-05-31
ທ້າວ ຈອນ ດວງດາຣາ ລາວ-ອາເມຣິກັນ ທີ່ໄດ້ຮັບໃຊ້ ປະເທດຊາດ ໃນໜ່ວຍຣົບ ພິເສດ (Navy Seals) ສະຫະຣັຖ ອະເມຣິກາ ທີ່ໄດ້ຮັບກຽດ ນໍາສົບມາ ຝັງຢູ່ ສຸສານ ແຫ່ງຊາດ Arlington ໃນເຂດ ນະຄອນຫລວງ Washington DC. ສເນີໂດຍ : ມະນີຈັນ
2012-05-30
ໃນເດືອນ ພຶສພາ 2012 ນີ້ ມີເຫຕກາຣ ອັນສຍອງຂວັນ ເກີດຂຶ້ນ ຢູ່ ວັດພຸທທະຮັກສາ ເມືອງ ເອີຣ໌ວິງຕັນ (Irvington) ຣັຖ ອາລາບ໋າມ໋າ (Alabama) ສະຫະຣັຖ ອະເມຣິກາ ຍ້ອນມີ ເຈົ້າອາວາສ ຖືກທຸບຕີ ຈົນ ມໍຣະນະພາບ ໂດຽຄຣູບາ ໃນວັດດຽວກັນ ເຮັດໃຫ້ ຊາວພຸທ ລາວແລະໄທຽ ທີ່ເຄີຽຄໍ້າຊູ ວັດມາ ຕ່າງກໍມີຄວາມ ເສົ້າສລົດໃຈ ໄປຕາມໆກັນ. ສເນີໂດຍ : ຫວາດ ສີມູນ
2012-05-30
ທ່ານ ທ່ອນ ຣັຕນະສວັນ ອະດີດ ທະຫານ ນາຍຮ້ອຍ ຄ້າຍ ຈິນາຍໂມ້ ລຸ້ນທີ່ 16 ທີ່ໄດ້ຖືກໄປ ສຳມະນາ ເປັນເວລາ 11 ປີ ຢູ່ພາກເໜືອ ຂອງລາວ ແລະ ໄດ້ຫລົບໜີ ເຂົ້າຝັ່ງໄທ ກ່ອນທີ່ຈະໄດ້ ມາຢູ່ ສະຫະຣັຖ ອະເມຣິກາ ຊື່ງມີຄວາມ ສລັບຊັບຊ້ອນ ຢູ່ບໍ່ໜ້ອຍ. ສເນີໂດຍ : ຈຳປາທອງ
2012-05-29
ຣັຖບານ ສະຫະຣັດ ໄດ້ປະກາດວ່າ ວັນຈັນ ສຸດທ້າຍ ຂອງ ເດືອນພຶສພາ ທຸກປີ ເປັນວັນ ຣະລຶກເຖິງ ນັກຣົບ ທີ່ໄດ້ເສັຍ ສລະຊີວິຕ ເພື່ອຊາຕ ແລະໃນ ທ້າຍສັປດາ ຂອງເດືອນນີ້ ຊາວ ອະເມຣິກັນ ກໍພາກັນ ສລອງວັນ Memorial Day. ສເນີໂດຍ : ວຽງໄຊ
2012-05-29
ກະຊວງ ການຕ່າງປະເທດ ສະຫະຣັດ ອອກຣາຍງານ ກ່ຽວກັບ ການລ່ວງຣະເມິດ ສິດທິມະນຸສ ໃນຫລາຍປະເທດ ໃນໂລກ ກ່ຽວກັບ ສປປລາວ ທາງການ ສະຫະຣັດ ເຫັນວ່າ ສປປລາວ ຍັງເປັນປະເທດ ຜະເດັດການ ປະຊາຊົນ ບໍ່ມີສິດ ເສຮີພາບ. ສເນີໂດຍ : ອາວະຣີ
2012-05-29
ນິທານ ເຣື່ອງ ”ຄິດຮອດບ້ານເກີດ” ປະຈຳ ສັປດາ ບົດທີ 21 ໃນອາທິດ ທີ່ຜ່ານມາ ເຮົາໄດ້ເລົ່າ ມາຮອດຕອນ ການສໍ້ໂກງ ຂອງພວກເຈົ້ານາຍ ໃນຂະແໜງ ການສືກສາ ທີ່ຕ່າງປະເທດ ໄດ້ໃຫ້ການ ຊ່ອຍເຫລືອ ແລະ ການຂຍາຍວົງກວ້າງ ຂອງການສ້າງ ໂຮງຮຽນສອນ ພາສາ ວຽດນາມ ທີ່ນັບມື້ ມີຫລາຍຂື້ນ. ສເນີໂດຍ : ບັນເທົາ ບຸບຜານຸວົງ