ເປັດ-ໄກ່ ເກີດໂຣກລະບາດ ຫລື ຕາຍຮ່າ ບໍ່ຮູ້ ສາເຫດ

ເປັດ-ໄກ່ ເປັນທີ່ນິຍົມ ກັນລ້ຽງຫລາຍ ຢູ່ລາວ ຊຶ່ງແຕ່ລະປີ ມັກເກີດມີ ໂຣກລະບາດຫລື ການຕາຍຮ່າແຕ່ ບໍ່ມີໃຜຮູ້ວ່າ ສາເຫດການ ຕາຍຂອງສັດນັ້ນ ແມ່ນມາຈາກ ຫຍັງກັນແທ້. ຕໍ່ມາຈຶ່ງມີ ການຄົ້ນພົບ ໂຣກໄຂ້ຫວັດນົກ ທີ່ເປັນອັນຕະລາຍ ຮ້າຍແຮງ ບໍ່ພຽງແຕ່ ຕໍ່ສັດປີກເທົ່ານັ້ນ ແຕ່ຫາກຍັງ ສາມາດຕິດຕໍ່ ໃສ່ຄົນຈົນເຖິງ ແກ່ຊີວິດໄດ້ນຳອີກ.
ຈຳປາທອງ
2009.02.24

ຕາມປົກະຕິ ໃນແຕ່ລະປີ ຈາກໄລຍະໜາວ ໄປຫາຮ້ອນເຖິງ ຕົ້ນລະດູຝົນ ເປັນໄລຍະທີ່ ສັດລ້ຽງປະເພດ ເປັດ ໄກ່ ຂອງປະຊາຊົນ ລາວ ຢູ່ຕາມບ້ານ ໃນທົ່ວປະເທດ ມັກເກີດໂຣກ ລະບາດ ຫລື ໂຣກຕາຍຮ່າ ບາງປີກໍຕາຍ ແບບບໍ່ຮ້າຍແຮງ ພໍເທົ່າໃດແຕ່ ບາງປີກໍຕາຍ ໝົດຄອກກໍມີ ຊຶ່ງສ່ວນໃຫຍ່ກໍ ແມ່ນຂື້ນຢູ່ກັບ ສະພາບ ດິນຟ້າ ອາກາດ.

ຫລາຍປີກ່ອນໜ້ານີ້ ທາງການລາວ ກໍຍັງບໍ່ຮູ້ວ່າ ສາເຫດທີ່ເຮັດ ໃຫ້ ເປັດ-ໄກ່ ຫລືວ່າສັດປີກ ທົ່ວໄປ ເກີດໂຣກລະບາດ ຫລື  ຕາຍຮ່າ ຢ່າງຫລວງຫລາຍ ນັ້ນມາຈາກ ຫຍັງກັນແທ້ ມີແຕ່ພາກັນ ເຂົ້າໃຈວ່າມັນເປັນ ໄປຕາມປົກກະຕິ ແບບທັມມະຊາດ ໂດຍບໍ່ໃຫ້ຄວາມ ສົນໃຈທີ່ຈະ ຊອກຫາສາເຫດ ເພື່ອແກ້ໄຂພໍ ເທົ່າໃດ. ດັ່ງເຈົ້າໜ້າ ທີ່ລາວທີ່ຮັບ ຜິດຊອບດ້ານໄຂ້ ຫວັດນົກ ເວົ້າຢູ່ແຂວງ ຜົ້ງສາລີ ເມື່ອບໍ່ນານຜ່ານ ມານີ້ວ່າ:

ແຕ່ວ່າ ສາເຫດມາຈາກ ໃສແທ້ໆກໍຍັງ ບໍ່ທັນຮູ້ ຮູ້ແຕ່ວ່າເກີດ ຢູ່ນີ້ຕາມລາຍງານ ຂອງປະຊາຊົນ ເກີກຕາມທັມມະຊາດ ຢູ່ນີ້ດຽວນີ້ ໄກ່ຕາຍນີ້ກໍ ເຊົາແລ້ວກຳລັງ ໄປໂຄ ສະນາຢູ່ແຕ່ ລະບ້ານ ເມື່ອມີຂ່າວວ່າ ຢູ່ໃນໂລກມີ ການລະບາດຂອງ ເຊື້ອໄຂ້ຫວັດນົກ ສາຍພັນ H5N1 ມາຕັ້ງແຕ່ປີ 2003 ແລະນັກ ວິທະຍາສາດ ວ່າໃນວັນນຶ່ງ ຂ້າງໜ້າເຊື້ອ virus ໄຂ້ຫວັດນົກ H5N1 ນັ້ນຈະສາມາດ ປ່ຽນສາຍພັນແລະ ຈະກາຍເປັນໂຣກ ລະບາດທີ່ສາມາດ ຕິດຕໍ່ຈາກຄົນ ໄປສູ່ຄົນໄດ້ ຢ່າງໄວວາ ແລະ ຢູ່ ສ.ປ.ປ.ລາວ ເອງເມື່ອຕົ້ນປີ 2007 ກໍມີຂ່າວວ່າ ມີແມ່ຍິງອາຍຸ 17 ເສັຍຊີວິດຍ້ອນ ໄຂ້ຫວັດນົກ ທີ່ບ້ານສ້າງເຫວີຍ  ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນ
ແລະທາງການລາວ ກໍໄດ້ປະກາດ ບໍ່ໃຫ້ມີການ ເຄື່ອນຍ້າຍສັດປີກ ແລະໃຫ້ທຳລາຍ ສັດປີກທັງໝົດ ພາຍໃນລັດສະໝີ 1 ກິໂລແມດ ແຕ່ກໍມີຫລາຍ ກໍລະນີທີ່ວ່າ  ແທນທີ່ຈະນຳ ເອົາສັດ ປີກໄປທຳລາຍ ຖິ້ມຕາມຫກັກການ ຂອງສັດຕະວະແພດ ແຕ່ກໍຍັງມີການ ນຳສັກປີກນັ້ນ ໄປກິນຢູ່.

ດັ່ງນັ້ນ ການຈຳກັດການ ແຜ່ຣະບາດຂອງ ໄຂ້ຫວັດນົກ ຢູ່ປະເທດລາວ ຈຶ່ງປະເຊີນກັບ ບັນຫາຫລາຍຢູ່ ເຖິງແມ່ນວ່າ ຈະໄດ້ມີການ ປະກາດຢ່າງ ເຄັ່ງຄັດຢ່າງທາງ ການກໍດີແຕ່ ສ່ວນຫລາຍແລ້ວ ມັນເປັນພຽງແຕ່ ຮູບການຫລາຍກວ່າ. ແຕ່ເຖິງຢ່າງໃດ ກໍດີ ມາເຖິງປັດຈຸບັນ ນີ້ກໍເຫັນວ່າ ທາງການລາວ ເອົາໃຈໃສ່ແກ້ ໄຂບັນຫາ ນີ້ຂື້ນຕື່ມ.

ເມື່ອເດືອນ ມົກກະລາ ປີ 2009 ນີ້ກໍມີ ໄຂ້ຫວັດນົກ ສາຍພັນ H5N1 ທີ່ສາມາດເຮັດ ໃຫ້ຄົນເສັຍຊີວິດ ໄດ້ນັ້ນລະບາດ ຢູ່ເມືອງຂວາ ແຂວງຜົ້ງສາລີ ຂອງລາວ. ທາງໜ່ວຍງານທີ່ ກ່ຽວຂ້ອງຂອງແຂວງ ແລະຈາກສູງກາງ ກໍໄດ້ລົງຕິດຕາມ ຫາວິທີສະກັດກັ້ນ ດ້ວຍການທຳລາຍ ສັດປີກ ທີ່ຕ້ອງສົງໃສ ໃນເຂດທີ່ເກີດ ໂຣກລະບາດ ແລະເຂດທີ່ຄວນ ລະວັງ ພ້ອມກັນນັ້ນ ກໍຕິດຕາມເບິ່ງ ສຸກຂະພາບຂອງ ຊາວບ້ານທີ່ຢູ່ ໃນເຂດ ຊຶ່ງມີຄວາມສ່ຽງ ທີ່ຈະເກີດໂຣກ ລະບາດນັ້ນຢູ່ຕໍ່ໄປ ແຕ່ມາຣອດ ເວລາ ນີ້ກໍຍັງບໍ່ທັນ ມີຜູ້ໃດຕິດເຊື້ອ ນັ້ນເທື່ອ ດັ່ງເຈົ້າໜ້າທີ່ລາວ ທີ່ຮັບຜິດຊອບ ດ້ານໄຂ້ຫວັດນົກ ບອກໃຫ້ຮູ້ວ່າ:

ດຽວນີ້ຄົນນີ້ ຍັງບໍ່ທັນມີເທື່ອ ມີແຕ່ໃນໄກ່ ນັ້ນແຫລະ ແຕ່ວ່າດຽວນີ້ ກຳລັງໂຄສະນາ ແລະຕິດຕາມເຝົ້າ ລະວັງໄປສອບສວນ ຢູ່ເຂດໃດແມ່ນ ມີຄົນເຈັບຄົນ ເປັນບໍ່ ພາຍຫລັງເກີດ ອັນນີ້ແຕ່ວ່າ ບໍ່ພົບເຫັນເທື່ອ ແຕ່ເຖິງແນວໃດ ກໍດີກໍມີການ ຂໍຄວາມຮ່ວມມື ຈາກທຸກພາກສ່ວນ ບໍ່ໃຫ້ເຄື່ອນຍ້າຍ ສັດປີກຢູ່ໃນເຂດ ທີ່ວ່ານັ້ນ.

ການລະບາດຂອງ ເຊື້ອໄຂ້ຫວັດນົກ ຢູ່ແຂວງ ຜົ້ງສາລີ ຄັ້ງນີ້ຖືວ່າ ເປັນຄັ້ງທຳອິດ ທີ່ໄດ້ມີການ ທຳລາຍໄກ່ໄປແລ້ວ 3,000 ກວ່າຕົວແລະຖືວ່າ ເປັນກໍລະນີ ທຳອິດ ຢູ່ປະເທດລາວ ໃນປີ 2009 ພາຍຫລັງທີ່ໄດ້ ມີການລະບາດ ຢູ່ພາກເໜືອຂອງລາວ ຄືຢູ່ແຂວງ ຫລວງນ້ຳທາ ຫລວງພະບາງ ແລະແຂວງ ໄຊຍະບູລີ ໃນປີ 2008 ຜ່ານມາ ດັ່ງທີ່ ທ່ານ ທອງສະສວັນ ທຳມະວົງ ຫົວໜ້າຜະແນກ ກະສິກັມ ແລະ ປ່າໄມ້ ແຂວງຜົ້ງສາລີ ໄດ້ກ່າວວ່າ:

ເກີດຢູ່ເມືອງຂວາ ເກີດໃນຄົວເຮືອນ ຂອງຊາວບ້ານ ອັນນີ້ບໍ່ຮູ້ວ່າ ສາເຫດມາຈາກໃສ ກໍຢ້ານວ່າມາ ຈາກແລວນ້ຳກວ່າ ດຽວນີ້ໃນຂອບເຂດ 5 ກິໂລແມັດ ມົນທົນຖືວ່າ ເປັນເຂດສີແດງ ນອກນັ້ນເປັນເຂດ ສີເຫລືອງ ຖືວ່າໄດ້ກຳຈັດ ສັດປີກໝົດແລ້ວ ປະມານ 3,000 ກວ່າໂຕ.

ທ່ານ ເວົ້າໃຫ້ລະອຽດ ຕື່ມອີກວ່າ: ບ່ອນທະອິດທີ່ ມີການລະບາດ ຂອງເຊື້ອໂຣກໄຂ້ ຫວັດນົກນັ້ນ ແມ່ນຢູ່ບ້ານ ໂພໄຊເໜືອ ໂພໄຊໄຕ້ແລະ ບ້ານເມືອງຂວາ ໃນເຂດ ເມືອງຂວາ ຊຶ່ງມີຊາວບ້ານ ໄດ້ພົບເຫັນ ເປັດແລະໄກ່ ຂອງພວກເຂົາເຈົ້າຕາຍ ໂດຍບໍ່ຮູ້ສາເຫດ ເມື່ອພະນັກງານ ສັດຕະວະແພດ ເອົາເປັດ-ໄກ່ ນັ້ນໄປກວດ ໄປວິໃຈ ແລ້ວພົບວ່າມີ ເຊື້ອໂຣກໄຂ້ຫວັດນົກ ສາຍພັນ H5N1 ຢູ່ໃນເລືອດສັດນັ້ນ ແລະໄດ້ປະກາດ ແຈ້ງການ ໃນວັນສຸກ ວັນທີ 13 ກຸມພາ ຜ່ານມານີ້ ພ້ອມກັນນັ້ນ ກໍໄດ້ ປະກາດໃຫ້ບ້ານ ໃນເຂດນັ້ນ ເປັນບ້ານສີແດງ 10 ບ້ານ ບ້ານສີເຫລືອງ 6 ບ້ານ ພ້ອມທັງມີການ ປະກາດ ໃຫ້ເຝົ້າລະວັງ ຕິດຕາມເບິ່ງປາກົດ ການ ຂອງເຊື້ອໄຂ້ ຫວັດນົກທີ່ ອາດຈະເກີດຂຶື້ນ ຢູ່ຕາມເຂດອ້ອມ ແອ້ມນັ້ນນຳອີກ.

ສຳລັບບັນຫາ ໄຂ້ຫວັດນົກ ຢູ່ນະຄອນຫລວງວຽງຈັນ ນັ້ນແມ່ນມີກ່ອນ ແລະລະຫວ່າງຫລັງ ບຸນປີໃໝ່ຈີນ ແຕ່ທາງການລາວ ປົກປິດ ບໍ່ປະກາດຂ່າວ ເປີດເຜີຍເປັນ ທາງການ.

ເວົ້າເຖິງການລະບາດ ຂອງເຊື້ອໄຂ້ຫວັດນົກ ຢູ່ພາກເໜືອ ຂອງລາວເປັນຕົ້ນ ແຂວງຜົ້ງສາລີ ແລະ ແຂວງຫລວງນ້ຳທາ ຊຶ່ງຕັ້ງຢູ່ແປະກັບແຂວງ ຍຸນນານ ທາງພາກ ຕາເວັນຕົກສ່ຽງໄຕ້ ຂອງປະເທດຈີນ ທີ່ມີການລະບາດ ຂອງເຊື້ອໄຂ້ ຫວັດນົກ H5N1 ຊຶ່ງເຮັດໃຫ້ມີ ຜູ້ເຈັບປ່ວຍ ລາຍທີ 8 ຍ້ອນໄດ້ຈັບບາຍ ສັດປີກ ທີ່ຕາຍດ້ວຍ ເຊື້ອໂຣກນັ້ນ -

ຕາມການເປີດເຜີຍ ຂອງກະຊວງສາທາ ລະນະສຸກຈີນ ໃນວັນທີ 31 ມົກກະລາ ທາງການຈີນ ລາຍງານວ່າ ໃນຈຳນວນຜູ້ ຕິດເຊື້ອ ໄຂ້ຫວັດນົກ H5N1 ຢູ່ຈີນ ຄົນ ອື່ນໆ 7 ຄົນ ມາແຕ່ເດືອນ ມົກກະລາ 2009 ນີ້ນັ້ນມີ 5 ຄົນເຈັບໜັກ ແລະມີຜູ້ເສັຍ ຊີວິດໄປແລ້ວ 5 ຄົນ.

ສ່ວນຢູ່ແຂວງ Quang Ninh ທາງພາກເໜືອ ວຽດນາມ ທີ່ຢູ່ໄກ້ຊາຍ ແດນຈີນນັ້ນກໍ ມີການລະບາດ ຂອງເຊື້ອໄຂ້ ຫວັດນົກສາຍພັນ H5N1 ເຮັດໃຫ້ຄົນ ເສັຍຊີວິດ ຍ້ອນເປັນຄົນທຳອິດ ໃນວັນເສົາຜ່ານມາ ພາຍຫລັງທີ່ໄດ້ ຕິດເຊື້ອມາເປັນ ເວລາ 3 ອາທິດ ສຳລັບປີ 2009 ນີ້ ແລະເມື່ອຕົ້ນເດືອນ ມົກກະລາ ຢູ່ແຂວງ Thanh Hao ພາກເໜືອວຽດນາມ ກໍມີຂ່າວວ່າ ມີເດັກນ້ອຍແມ່ ຍິງອາຍຸ 8 ປີ ກໍໄດ້ຕິດເຊື້ອ ໄຂ້ຫວັດນົກ ສາຍພັນ H5N1 ຄົນທຳອິດ ໃນຮອບ 10 ກວ່າເດືອນ ຜ່ານມານີ້

ແລະວຽດນາມ ຊຶ່ງເປັນປະເທດ ໄກ້ຄຽງລາວ ກໍເປັນປະເທດ ທີ່ມີຜູ້ເສັຍ ຊີວິດຍ້ອນໄຂ້ ຫວັດນົກຈຳນວນ 53 ຄົນໃນຈຳນວນ 255 ຄົນ ທີ່ເສັຍຊີວິດ ຢູ່ໃນໂລກນັບ ຕັ້ງແຕ່ປີ 2003 ມາ.

ສຳລັບຢູ່ແຂວງ ມຸກດາຫານ ປະເທດໄທ ຊຶ່ງເປັນປະເທດ ເພື່ອນບ້ານກັບ ລາວ ເຊື້ອໄຂ້ຫວັດນົກ ກໍເຄີຍລະບາດ ຄັ້ງນຶ່ງເມື່ອ 2–3 ປີກ່ອນ ແຕ່ມາໃນ ປັດຈຸບັນນີ້ ບໍ່ປາກົກເກີດມີ ດັ່ງທ່ານສຸໃຫຍ່ ລິມໂຕປະເສີດ ທ່ານໝໍ ແຂວງມຸກດາຫານ ກ່າວຢືນຢັນວ່າ:

ເວົ້າເຖິງ ໄຂ້ຫວັດນົກໃນ ແຂວງມຸກດາຫານ ດຽວນີ້ມີແຕ່ການ ຕິດຕາມເຝົ້າລະວັງ  ບໍ່ມີໄຂ້ຫວັດ ນົກເກີດຂື້ນໃນ ຊ່ວງກຸດຈີນນີ້ ເປັດ-ໄກ່ ພາຍໃນແຂວງ ມຸກດາຫານ ກໍກິນໄດ້ຕາມ ປົກກະຕິຕາມ ອົງການອະນາໄມ ໂລກວ່າ  ຜູ້ທີ່ເສັຍຊີວິດ ນັ້ນສ່ວນຫລາຍ ແມ່ນໄດ້ໄກ້ຊິດ ກັບສັດປີກ ທີ່ເຈັບປ່ວຽ ດັ່ງທີ່ເວົ້າມາ ຢູ່ໃນໂລກ ມີການລະ ບາດຂອງເຊື້ອໄຂ້ ຫວັດນົກສາຍພັນ H5N1 ແລະມີການຄາດ ກັນວ່າໃນວັນ ນຶ່ງຂ້າງໜ້າເຊື້ອ virus ໄຂ້ຫວັດນົກ H5N1 ນັ້ນຈະສາມາດ ປ່ຽນສາຍພັນ ແລະຈະ ກາຍເປັນໂຣກ ລະບາດ ທີ່ສາມາດ ຕິດຕໍ່ຈາກຄົນ ໄປສູ່ຄົນໄດ້ ຢ່າງໄວວາ ດັ່ງນັ້ນທາງການ ກໍຄວນມີສະຕິ ແລະ ຖືບັນຫານີ້ ເປັນບັນຫາສຳຄັນ ຂື້ນຕື່ມດ້ວຍການ ເພີ່ມງົບປະມານ ເຂົ້າໃນຂະແໜງ ການນີ້ຊຶ່ງຕ່າງ ປະເທດກໍໃຫ້ ການຊ່ວຍເຫລືອລາວ ເປັນຢ່າງດີ ຕະຫລອດມາ ແລະໃນຕໍ່ໜ້າ ທາງການລາວ ກໍຄາດວ່າຈະ ໄດ້ຮັບ ການຊ່ວຍເຫລືອຈາກ ພາກສ່ວນຕ່າງໆ ເຖິງ 14 ລ້ານໂດລາ ສະຫະຣັດ ຮວມທັງຈາກ ໂຄງການຄວບຄຸມ ແລະກະກຽມ ສະກັດກັ້ນການ ລະບາດຂອງເຊື້ອ ໄຂ້ຫວັດ ນົກ ແລະໄຂ້ຫວັດໃຫຍ່ ຂອງທະນາຄານໂລກ ໃນຮູບແບບຂອງ ການຊ່ວຍເຫລືອລ້າ IDA ຈຳນວນ 4 ລ້ານໂດລາ ຈາກໂຄງການ ພັດທະນາ ນະໂຍບາຍ ແລະຊັບ ພະຍາກອນມະນຸດ ຂອງປະເທດຍີ່ປຸ່ນ ຈຳນວນ 2 ລ້ານໂດລາ ແລະຈາກກອງທຶນ ຊ່ວຍເຫລືອຂອງ ນາໆຊາດ ເພື່ອຄວບຄຸມແລະ ກະກຽມສະກັດກັ້ນ ການລະບາດ ຂອງເຊື້ອໄຂ້ຫວັດນົກ ແລະ ໄຂ້ຫວັດໃຫຍ່ ອີກ 2 ລ້ານໂດລາ.



   
   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.