ອົງການ ນິຣະໂທດກັມ ວ່າຄວນຍົກເລີກ ຂໍ້ຫ້າມ ຕ່າງໆ ຕໍ່ຄີວບາ

ອົງການ ນິຣະໂທດກັມ Amnesty International ທີ່ມີສູນກາງ ຢູ່ກຸງລອນດອນ ຮຽກຮ້ອງໃຫ້ ປະທານາທິບໍດີ ສະຫະຣັຖ ຍົກເລີກ ຂໍ້ຫ້າມຕ່າງໆຕໍ່ ຄີວບາ.
ສົມເນ
2009.09.02

ໃນວັນພຸດນີ້ ອົງການ ນີຣະໂທດກັມ ໄດ້ຮຽກຮ້ອງໄປຍັງ, ປະທານາທິບໍດີ ສະຫະຣັຖ ທ່ານ Barack Obama ໃຫ້ຢຸດການວາງຂໍ້ ຈໍາກັດຫວງຫ້າມ ຕ່າງໆ ຕໍ່ຄີວບາ, ພ້ອມທັງກ່າວເຕືອນວ່າ, ຊາວຄີວບາ ຫລາຍລ້ານຄົນ ທີ່ກໍາລັງບໍ່ໄດ້ ຮັບການຮັກສາ ສຸຂພາບ ແລະຂາດ ຢາປົວພະຍາດ.

ການຮຽກຮ້ອງນີ້ ມີຂື້ນ, ກ່ອນຮອດວັນທີ່ ປະທານາທິບໍດີ ສະຫະຣັຖ ຈະຕໍ່ກໍານົດເວລາ ໃນການວາງຂໍ້ຈໍາກັດຕ່າງໆ ຕໍ່ຄີວບາ ພາຍໃຕ້ກົດໝາຍ ການຄ້າກັບສັຕຮູ.
ທ່ານ Irene Khan ເລຂາທິການຂອງ ອົງການ Amnesty International ກ່າວວ່າ: ມັນເປັນໂອກາດ ທີ່ເໝາະສົມແລ້ວ, ສໍາລັບ ປະທານາທິບໍດີ Obama ທີ່ຕ້ອງເອົາໂຕຫ່າງ ອອກຈາກ ນະໂຍບາຍ ທີ່ລົ້ມແຫລວ ໃນລະຍະຜ່ານມາ, ແລະສົ່ງສັນຍານ ໄປຍັງ ສະພາສະຫະຣັຖ, ວ່າມັນມີຄວາມ ຕ້ອງການ ຕ້ອງຍົກເລີກ ຂໍ້ຫ້າມ ທີ່ສະຫະຣັຖ ປະຕິບັດຕໍ່ ຄີວບາ.

ອົງການ Amnesty ໄດ້ພິມເຜີຽແພ່ ລາຍງານອອກໃນ ວັນພຸດນີ້ ກ່ຽວກັບ ຜົນສະທ້ອນທາງ ດ້ານເສຖກິດ, ຈາກການວາງຂໍ້ ຈໍາກັດໃສ່ ຄີວບາ. ລາຍງານວ່າ ຄີວບາ ບໍ່ສາມາດນໍາເຂົ້າ ຢາປົວພຍາດ ອຸປກອນການແພດ ແລະເທັກໂນໂລຈີ, ທີ່ກ່ຽວຂ້ອງຈາກ ສະຫະຣັຖ ຫລືຈາກ ບໍຣິສັດ ຂອງອາເມຣິກາ ຢູ່ນອກປະເທດ.

ຝ່າຍສະຫະຣັຖນັ້ນ ຕ້ອງການໃຫ້ ຄີວບາ ມີຜົນຄືບໜ້າ ໃນການເຮັດໃຫ້ ຄີວບາ ມີຣະບອບ ການປົກຄອງແບບ ປະຊາທິປະໄຕ ກ່ອນສະຫະຣັຖ ຈະຍົກເລີກ ຂໍ້ຈໍາກັດ ຕ່າງໆຕໍ່ຄີວບາ ທາງດ້ານເສຖກິດ.

ກ່ຽວກັບເຣື້ອງນີ້ ທ່ານ Obama ໄດ້ກ່າວວ່າ ທ່ານຈະກະຕຽມ ໃຫ້ມີການປ່ຽນແປງ, ໃນດ້ານຄວາມສໍາພັນ ຣະຫ່ວາງ ສະຫະຣັຖ ແລະຄີວບາ. ເທົ່າທີ່ ປະຕິບັດມານີ້, ສະຫະຣັຖ ໄດ້ອະນຸຍາດ ໃຫ້ຊາວ ຄີວບາ -ອາເມຣິກັນ, ເດີນທາງໄປຢ້ຽມຢາມ ປະເທດເດີມ ຂອງຕົນເລື້ອຍໆ ຕາມຄວາມຕ້ອງການ ແລະ ສີ້ນສຸດຂໍ້ຈໍາກັດ ໃນການສົ່ງ ເງິນຄໍາ ໃຫ້ຄອບຄົວໃນ ຄີວບາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.