ຣາຄາ ຮຸ້ນ ໃນເອເຊັຍ ຕົກ

ຕລາດຮຸ້ນ ໃນເອເຊັຍ ຕົກ ຍ້ອນບັນຫາ ເສຖກິດໂລກ ຫົດຖອຍ ຫລາຍຂື້ນ.
ໂພໄຊສວັດ ຣາຍງານ
2008.10.23

ລາຍ​ງານ​ຂ່າວ ຈາກ ຮົງ ກົງ ​ເມື່ອ​ວັນ​ທີ 23 ຕຸລາ​ນີ້ ເປີດ​ເຜີຍ​ວ່າ ຣາຄາຕລາດ​ຮຸ້ນ ​ໃນ​ເອ​ເຊັຍ ​ຕົກລົງຕໍ່າ ​ທີ່​ສຸດ​ພາຍ​ໃນ​ ຮອບ 4 ປີ ຍ້ອນ​ມີ ຄວາມ​ວິຕົກ​ ທີ່ສູງ​ຂື້ນ ວ່າ​ ຈະ​ເກີດ ພາວະ​ເສຖກິດ​ຕົກ ​ຕໍ່​ທົ່ວ​ໂລກ ​ແລະ ກໍາ​​ໄລ​ຂອງ ບໍລິສັດ​ ທົ່ວ​ໂລກ ຈະ​ຫລຸດ​ລົງ.

ພໍ່ຄ້າ ​ນັກ​ລົງທຶນ ຕ້ອງ​ໄດ້​ ຊອກ​ຫາ ​ທີ່​ເພິ່ງ ນໍາ​ ​ເງິນຕຣາ ຢູ​ໂຣ, ​ໂດ​ລາ ​ສະຫາຣັດ ​ແລະ ​ເງິນເຢັນ ​ຍີ່ປຸ່ນ ຫລັງ​ຈາກ​ ເກີດ​ການ​ທຸ່ນ​ທ່ຽງ ​ທາງ​ດ້ານ​ເງິນ​ກູ້ ​ແນ່​ເລັກ​ນ້ອຍ ​ເມື່ອອາທິດ​ ທີ່​ຜ່າ​ນມາ.

ຄ່າ​ປະກັນ​ພັຍ ໜີ້​ສິນ ​ຂອງຣັຖ ​ເຊັ່ນ​ໃນ ​ເກົາຫລີ​ໃຕ້, ອິນ​ໂດ​ເນ​ເຊັຍ ​ແລະ ຟິລິບ​ປີນ ພຸ້ງຂື້ນ​ສູງ ຫລັງ​ຈາກ ​ທີ່ທາງ​ການ ອາ​ເຢັນ​ຕິ​ນາ ​ເຂົ້າ​ໄປ​ຍຶດ ຄວບ​ຄຸມ ລະບົບ​ ເງິນ​ເບັ້ຍ​ບໍານານ ​ເປັນ​ຂອງຣັຖ.

ຕລາດ ​ໃນ​ປະ​ເທດ​ ທີ່ກໍາລັງ​ພັດທະນາ ຫລຸດ​ລົງ ​ຢ່າງ​ໜ້າ​ວິຕົກ ຈົນ​ເຮັດ​ໃຫ້ ຣາຄາ​ນໍ້າມັນ​ດິບ ຕົກລົງ ລຸ່ມ 70​ ໂດ​ລາ ຕໍ່​ຖັງ ​ແລະ ​ແກ່​ດຶງ ຣາຄາ ທອງ​ແດງ ​ໃຫ້​ຕໍ່​ລົງ ທີ່​ສຸດ ​ພາຍ​ໃນ​ ຮອບ 3 ປີ.

ຕລາດ​ ທີ່​ກໍາລັງ​ ເກີດ​ຂື້ນ​ໃໝ່ ທົ່ວ​ໂລກ ຫລຸດຜ່ອນ​ລົງ 3.7 ສ່ວນ​ຮ້ອຍ ​ເປັນ​ຕໍ່າ​ທີ່​ສຸດ​ໃນ​ຮອບ 4 ປີ ​ແລະ ຕົກລົງ ​ປະມານ 35 ສ່ວນ​ຮ້ອຍ ​ໃນ​ເດືອນ ຕຸລາ ​ລື່ນ​ ການ​ຫລຸດ​ລົງ ຂອງ ດັດ​ສະ​ນີ ຂອງ​ທົ່ວ​ໂລກ ​ຊຶ່ງ​ຕົກ​ປະມານ 25 ສ່ວນ​ຮ້ອຍ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຄວາ​ມຫວັງ​ ຂອງນັກ​ລົງທຶນ​ ໃນ​ປັດຈຸບັນ​ນີ້ ກໍ​ຍັງ​ເຫລືອ ​ຢູ່​ກັບ​ຮຸ້ນ ຂອງ​ການ​ລົງທຶນ ທີ່​ກ່ຽວ​ກັບ ການ​ສ້າງ​ເຮືອນ​ຊານ​ບ້ານ​ຊ່ອງ​ ທີ່ຢູ່​ອາສັຍ.

ນອກຈາກ​ນີ້​ແລ້ວ ສໍາລັບ​ ສປປລາວ ກໍ​ອາດ​ ຈະ​ບໍ່​ໄດ້​ຮັບການ​ກະທົບກະ​ເທືອ​ນ ຫລາຍ​ພໍ​ທໍ່​ໃດ ​ເພາະ​ເສຖກິດ​ລາວ ຍັງ​ບໍ່​ໄດ້ ​ຢູ່​ໃນ​ລະດັບ ສາກົນ​ເທື່ອ ​ແລະ ອີກ​ຢ່າງ​ນຶ່ງ ປັດຈຸບັນ​ນີ້​ ອາດ​ໄດ້​ຮັບ​ຜົນ​ດີ ຈາກ ຣາຄາ​ນໍ້າມັນ ທີ່​ຫລຸດ​ລົງ ອີກ​ຊໍ້າ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.