ຈີນ ປະທ້ວງ ການຢ້ຽມຢາມ ກຸງ Prague ຂອງ ອົງດາໄລລາມາ ແລະ ມາດາມ Kadeer

ຈີນ ປະທ້ວງ ການຢ້ຽມຢາມ ຂອງນັກເຄື່ອນໃຫວ ຕົວຕັ້ງຕົວຕີ ຊາວວີເກີ madame Rebiya Kadeer ແລະຜູ້ນໍາ ທາງດ້ານຈິດໃຈ ຂອງຊາວທິເບດ ອົງດາໄລລາມາ ເພື່ອໄປເຂົ້າຮ່ວມ ກອງປະຊຸມ ສັນຕິພາບ, ປະຊາທິປະໄຕ ແລະ ສິດທິມະນຸດ ໃນເອເຊັຽ ທີ່ກຸງ Prague ສາທາຣະນະຣັດ Checz.
ມະນີຈັນ
2009.09.11
F-Kadeer (ຈາກຊ້າຍໄປຂວາ)ອະດີດປະທານາທິບໍດີອາຟຣິກກາໃຕ້ ແລະອະດີດຜູ້ໄດ້ຮັບNobel Peace Prize Laureate Frederik Willem de Klerk,ອົງດາໄລລາມາແລະ ມາດາມRabiya Kadeer.ຮູປຖ່າຍໃນວັນເຂົ້າຮ່ວມປະຊຸມ ທີ່ກຸງປຣັກວັນທີ11ກັນຍາ2009.
AFP PHOTO MICHAL CIZEK

ທ່ານ Chen Jian Jun ໂຄສົກສຖານທູດຈີນ ທີ່ກຸງ Prague ກ່າວໃນວັນ ພຣະຫັດ ນີ້ວ່າ, ທາງການຈີນ ຂັດຄ້ານການເດີນທາງ ຂອງມາດາມ Kadeer ເພາະມີເປົ້າໝາຍ ສົ່ງເສີມທັສນະ ຢາກແຍກດິນແດນ ຂອງນາງ.

ມາດາມ ກາເດີຣ ແລະ ອົງດາໄລລາມາ ມີກໍານົດ ເຂົ້າຮ່ວມ ກອງປະຊຸມ ຊຶ່ງຈັດໂດຍ ມູນນິທິ Forum 2000 ທີ່ຕັ້ງຂຶ້ນໂດຍ ອະດີດ ປະທານາທິບໍດີ Czec –Vaclav Havel ໃນວັນສຸກນີ້.

ທາງການປັກກິ່ງ ກ່າວວ່າ ມາດາມກາເດີຣ ຜູ້ລີ້ໄພຢູ່ ສະຫະຣັດ ອະເມຣິກາ ເປັນຜູ້ຍຸຍົງໃຫ້ເກີດ ເຫດການວູ້ນວາຍ ຣະຫວ່າງຊົນເຜົ່າ ສ່ວນນ້ອຍວີເກີ ແລະ            ຊາວຈີນ-ຮັນ ທີ່ມີອິດທິພົລ ໃນແຂວງຊີນຈຽງ ຊຶ່ງມີຜູ້ເສັຽ ຊີວິດຍ້ອນ ຢ່າງໜ້ອຍ197ຄົນ ແລະບາດເຈັບອີກ ຫລາຍກວ່າ1700ຄົນ. ມາດາມກາເດີຣ ປະຕິເສດ ຂໍ້ກ່າວຫານັ້ນ.  

ສ່ວນອົງ ດາໄລລາມາ ທີ່ລີ້ໄພຢູ່ພາກເໜືອ ຂອງອິນເດັຽນັ້ນ, ທາງການປັກກິ່ງ ກໍກ່າວວ່າທ່ານ ຊອກຊ່ອງທາງ ເພື່ອໃຫ້ທິເບດ ແຍກຕົວອອກ ເປັນເອກກະຣາຊ ຈາກຈີນ, ຂນະທີ່ ອົງດາໄລລາມ ຢືນຢັນວ່າທ່ານ ຕ້ອງການໃຫ້ທິເບດ ເປັນເຂດປົກຄອງ ຕົນເອງ ຫລາຍຂຶ້ນເທົ່ານັ້ນ.

ທາງກະຊວງການ ຕ່າງປະເທດເຊັກ ບອກວ່າ, ການຢ້ຽມຢາມຂອງ ມາດາມ ກາເດີຣ ບໍ່ອາດ ຖືເປັນສັນຍານ ການສນັບສນູນ ແນວຄິດ ຢາກແຍກດິນແດນ ຂອງຊາວວີເກີໄດ້,  ແລະວ່າ ຫົວຂໍ້ກອງປະຊຸມ ກໍຄື ສິດທິມະນຸດ, ແລະປະຊາທິປະໄຕ ຊຶ່ງເປັນກົກເຫງົ້າ ນະໂຍບາຍ ຕ່າງປະເທດ ຂອງເຊັກ ກະທັງໃນການ ພົວພັນກັບຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.