ຈີນ ປ້ອງກັນ ຊາວປະມົງ
2009.07.02
ຊາວປະມົງ ວຽດນາມ ທີ່ດ່ານັ່ງ
ໜັງສືພິມ ຊິນຫົວ ຂອງທາງການຈີນ ເປີດເຜີຍ ມື້ວັນທີ 1 ກໍຣະກະດາ ວ່າເຈົ້າໜ້າທີ່ ທາງການ ຈີນ ໄດ້ຮຽກຮ້ອງ ໃຫ້ເຂັ້ມງວດ ໃນການລາດຕະເວນ ທະເລຈີນ ຕອນໃຕ້ ເພື່ອປ້ອງກັນ ພວກຊາວປະມົງ ຈາກເຮືອ ຂອງຊາວຕ່າງດ້າວ ແລະ ຈາກພວກໂຈນສະລັດ ທີ່ເຂົ້າມາໃນ ນ່ານນ້ຳ ເຂດຫາປາ ຂອງຈີນ ຢ່າງຜິດກົດໝາຍ.
ທ່ານ ວູຊວງ ຜູ້ອຳນວຍການ ອົງການຊາວປະມົງ ແລະ ຮັບຜິດຊອບ ແຄມທະເລຈີນ ຕອນໃຕ້ ກ່າວໃນພິທີ ຊ້ອມເຮືອ ໃນເຂດ ແຊນນີຍາ ທາງພາກໃຕ້ ແຂວງ ຮ່າຍໜານ ຂອງຈີນ ເພື່ອສລອງ ມື້ຄົບຮອບ 5 ປີ ຂອງການເຊັນສັນຍາ ແບ່ງແຍກ ອ່າວ ໄບບູ ລະຫວ່າງ ຈີນ ກັບ ວຽດນາມ.
ທ່ານ ວູ ເວົ້າອີກວ່າ ການຊ້ອມການເດີນເຮືອ ສແດງ ໃຫ້ເຫັນວ່າ ຈີນ ຕັ້ງໝັ້ນ ໃນການ ທີ່ຈະປົກປ້ອງ ເຂດນ້ຳແດນດິນ ຂອງຕົນ, ປົກປັກຮັກສາ ຊັພຍາກອນ ທັມມະຊາດ ຂອງຕົນ ແລະ ຮັກສາຄວາມປອດພັຍ ໃຫ້ເຮືອ ຊາວປະມົງ ຂອງຕົນ.
ທ່ານ ເວົ້າຕື່ມ ອີກວ່າ ຊາວປະມົງຈີນ ປະເຊີນກັບ ບັນຫາທ້າທາຍ ຫລາຍຢ່າງ ພວກຂະເຈົ້າ ຕ້ອງສ່ຽງທີ່ຈະຖືກຈັບ ໂດຍບໍ່ຖືກຕ້ອງ ຕາມກົດໝາຍ ໂດຍຝ່າຍ ຣັຖບານອື່ນ, ສ່ຽງຕໍ່ ການຈະຖືກ ປຸ້ນໂຈມຕີ ຈາກພວກໂຈນສລັດ ແລະ ກໍຕ້ອງໄດ້ແຂ່ງກັບ ຊາວປະໂມງ ຕ່າງດ້າວທີ່ ລັກລອບເຂົ້າມາ ຫາປາ ໃນນ່ານນ້ຳ ເຂດຫາປາ ຂອງຈີນ.
ເຫດການ ທີ່ເກີດຂື້ນ ຫວ່າງມໍ່ໆ ມານີ້ ກໍແມ່ນ ເມື່ອວັນທີ 20 ມິຖຸນາ ຜ່ານມາ ເມື່ອທາງການ ອິນໂດເນເຊັຍ ຈັບຊາວປະມົງຈີນ 75 ຄົນ ແລະ ຝູງເຮືອ 8 ລຳ ຊຶ່ງມາຈາກເຂດ ໄບໄຮ ແຂວງ ກວງຊີຊວງ ໃນຈີນ.









