Hillary Clinton ຊຸກຍູ້ ໃຫ້ຕໍ່ຕ້ານ ການຄ້າມະນຸສ
2009.09.15
ຕາມຣາຍງານຂ່າວ ຈາກກຸງວຽນນາ ປະເທດ Austria ໃນວັນຈັນນີ້, ມາດາມ Clinton ໄດ້ກ່າວຜ່ານ ເທບວີດີໂອ ຕໍ່ກອງປະຊຸມ ສາກົນ, ວ່າດ້ວຍແຮງງານ ບັງຄັບ ຂ້າທາດທາງເພດ ແລະ ຮູບການຂູດຮີດ ໃນແບບອຶ່ນໆນັ້ນວ່າ: ຈໍາເປັນຕ້ອງມີ ບາດກ້າວອັນຮີບດ່ວນ ເພື່ອປາບປາມ ພວກຄ້າມະນຸດ. ມາດາມ Clintin ໃນຂນະດຽວກັນ ກໍກ່າວເຖິງພວກ ເຄາະຮ້າຍ, ທີ່ໄດ້ຮັບການ ກະທົບກະເທືອນ ຈາກການຄ້າມະນຸດ ໃນຕອນນຶ່ງວ່າ:
"I’ve seen firsthand of suffering that trafficking causes in Thailand.... ນາງໄດ້ເຫັນຄວາມ ທໍຣະມານ ຄວາມເຈັບປວດໂດຍກົງ, ຊຶ່ງການຄ້າມະນຸດ ໄດ້ກໍ່ຂຶ້ນ."
ທີ່ປະເທດໄທ ນາງໄດ້ເຫັນ ພວກແມ່ຍິງ ທີ່ຖືກຂາຍໄປ ແຕ່ຕອນອາຍຸ ເຍົາໄວ, ແລະຂນະນີ້ກໍາລັງ ຈະເສັຽຊີວິດຍ້ອນ ໂຣກເອດສ. ທີ່ປະເທດເຂດຢູໂຣບ ຕາເວນອອກ ນາງກໍໄດ້ພົບ ຜູ້ເປັນແມ່ ຊຶ່ງລູກສາວ ຂອງເຂົາເຈົ້າ ໄດ້ຫາຍສາບສູນໄປ ແລະເຂົາເຈົ້າບໍ່ມີ ບ່ອນທີ່ຈະໄປ ຂໍຄວາມຊ່ວຍເຫລືອ.
ມາດາມ Clinton ພ້ອມດຽວກັນ ກໍເຕືອນວ່າ ຄວາມກົດດັນ ທາງດ້ານເສຖກິດ ຄັ້ງໃໝ່ນີ້ປາກົດວ່າ, ຈະເຮັດໃຫ້ ບັນຫານັ້ນ ມີຄວາມໜັກໜ່ວງ ຂຶ້ນຢູ່ຕໍ່ໄປ.
ກອງປະຊຸມ ດັ່ງກ່າວ ຂອງອົງການ ເພື່ອຄວາມປອດໄພ ແລະການຮ່ວມມື ໃນຢູໂຣບ ມີກໍານົດ ດໍາເນີນໄປ ເປັນເວລາ2ວັນ ຢູ່ກຸງວຽນນາ.









