ສື່ມວລຊົນ ປະຊາຊົນ ຮ່ວມກັນ ປະທ້ວງ ທາງການ ສປຈີນ
ຫວາດ ສີມູນ
2009.09.14
2009.09.14
ອົງກາຣຂ່າວ AP ແຈ້ງວ່າ, ຄນະປະທ້ວງ ມີທັງໝົດບໍ່ຕໍ່ກວ່າ 700ຄົນ ພາກັນນຸ່ງເຄື່ອງສີດຳ ແລ້ວໂຮມຊຸມນຸມ ກັນຢູ່ຕໍ່ໜ້າ ໂຮງກາຣຕຳຣວຈ ຂອງຮົງກົງ, ກ່ອນທີ່ຈະເຄື່ອນຍ້າຍ ໄປຕັ້ງຫລັກຢູ່ ຕໍ່ໜ້າໂຮງກາຣ ຣັຖບາລຮົງກົງ, ແລະ ພາກັນຂື້ນກ່າວ ໂຮ່ຮ້ອງວ່າ, ທາງເຈົ້າໜ້າທີ່ ໃຊ້ອຳນາຈເກີນ ຂອບເຂຕເຂັນຂ້າ ປະຊາຊົນ ເຖີງຂັ້ນມີຜູ້ ເສັຽຊີວີຕ ແລະ ໄດ້ຮັບບາຕເຈັບ ຢ່າງຫລວງຫລາຍນັ້ນ.
ຍານາງ Mark Yin-ting ປະທານ ຂອງສະມາຄົມ ສື່ມວລຊົນ ປະຈຳຮົງກົງ ໄດ້ກ່າວເນັ້ນໃນ ຕອນໜື່ງວ່າ: ເຈົ້າໜ້າທີ່ຕຳຣວຈ ບໍ່ແມ່ນແຕ່ທຸບຕີ ແລະ ເຂັນຂ້າບັນດາ ນັກຂ່າວເທົ່ານັ້ນ, ແຖມຍັງໄດ້ກ່າວ ຫາວ່າສື່ມວລຊົນ ທີ່ຕິດຕາມເອົາ ຂ່າວນັ້ນ, ເປັນຜູ້ສົ່ງເສີມ ແລະສນັບສນູນ ໃຫ້ປະຊາຊົນ ປະທ້ວງແລະເກີດມີ ກາຣປະທະກັນ ຣະຫວ່າງຊົນເຜົ່າ ຊາວຈີນຮັ໋ນ ແລະ ຊົນເຜົ່າມູສລີມວີເກີ໊” ໃນຄາວນັ້ນຕື່ມອີກ.









