ຈີນ ປິດປະຕູເຂື່ອນ ນໍ້າຂອງບົກແຫ້ງ

ວິກິດການ ແມ່ນໍ້າຂອງ ຈະມີຢູ່ຕໍ່ໄປ ຈົນຮອດເດືອນ ພຶສພາ ພາຍຫລັງທີ່ ຈີນ ປິດປະຕູເຂື່ອນກັ້ນນໍ້າ.
ມະນີຈັນ
2010.03.16
F-Boat-stucked ເຮືອບັນທຸກສິນຄ້າ ທີ່ແລ່ນຕາມນໍ້າຂອງ ຕ້ອງຕົກຄ້າງ ຍ້ອນຣະດັບນໍ້າຕົກຕໍ່າ
RFA

ຫລັງຈາກທີ່ຈີນ ປ່ອຍນໍ້າເພື່ຶອໃຫ້ ເຮືອສິນຄ້າຈີນ ກັບຈິ້ງຫົງນັ້ນ ເຮັດໃຫ້ຊາວບ້ານ ເຂດແຄມ ຝັ່ງແມ່ນໍ້າຂອງ ດີໃຈໄປຊົ່ວຄາວ. ຕາມຣາຍງານຂ່າວ Manager Online ໃນວັນທີ 15 ມິນານີ້.

ຣະດັບນໍ້າ ໃນແມ່ນໍ້າຂອງ ສູງຂຶ້ນເລັກນ້ອຍ ໃນລະຍະ ທ້າຍສັປດາ ທີ່ຜ່ານມາ ໂດຍສະເພາະແຖບ ສາມຫລ່ຽມຄໍາ ຈາກເດີມ ທີ່ມີຄວາມເລິກ ບໍ່ເຖິງ 1 ແມັດ ຂຶ້ນເປັນ 1 ແມັດ 48 ເຊັນ ເມື່ອວັນທີ 12 ມິນາ ເຮັດໃຫ້ເຮືອ ບັນທຸກສິນຄ້າ ຂອງຈີນ ທີ່ຕ້ອງຈອດທຽບທ່າ ເຂດຊຽງແສນ ມາໄດ້ກວ່າ 1 ເດືອນ. ເຮືອສິນຄ້າ10 ກວ່າລໍາ ຊຶ່ງສ່ວນ ໃຫຍ່ ບັນທຸກຣົດຍົນ ມືສອງນັ້ນ ໄດ້ຄ່ອຍໆແລ່ນ ອອກຈາກຝັ່ງ ມຸ້ງໜ້າຂຶ້ນໄປເຂດ ສິບສອງພັນນາ ຂອງຈີນ. ມີຣາຍງານວ່າ ຕັ້ງແຕ່ວັນທີ 10 ມິນາ ທີ່ຣະດັບນໍ້າຂອງ ສູງຂຶ້ນແດ່ນັ້ນ ມີເຮືອຈີນ ທີ່ຕີເຮືອເປົ່າ ລົງມາ ແຈ້ງໃຫ້ເຮືອຈີນ ທັງໝົດ ຖອນສະໝໍອອກ ຈາກທ່າ ພ້ອມກັບຄອຍຊ່ວຍ ລາກເຮືອ ທີ່ອາຈຈະຄຸງ ພື້ນນໍ້າ ໃຫ້ຂຶ້ນໄປເຖິງ ສິບສອງພັນນາ ໃຫ້ໄດ້ ທັງໝົດ.

ຜູ້ປະກອບການ ທ່າເຮືອ ເຂດສາມຫລ່ຽມຄໍາ ຄົນນຶ່ງເວົ້າວ່າ  ຕົນໄດ້ຍິນ ຄົນເຮືອຂອງຈີນ ວິທຍຸແຈ້ງກັນ ແຕ່ເຊົ້າວັນທີ 12 ມິນາ ວ່າ ໃຫ້ເຮືອຈີນ ທັງໝົດ ຮີບອອກຈາກ ຝັ່ງໄທ ເພື່ອກັບຈີນ ກ່ອນທີ່ຈະບໍ່ ສາມາດ ແລ່ນເຮືອໄດ້ ເພາະທາງຈີນ ຈະປິດປະຕູ ເຂື່ອນກັ້ນນໍ້າຂອງ ອີກຮອບນຶ່ງ  ຊຶ່ງຈະປິດແຕ່ ຕອນແລງ ວັນທີ 12 ມິນາ ທີ່ຜ່ານມາ ກ່ອນທີ່ນໍ້າຂອງ ຈະແຫ້ງຂອດ ຄືນອີກ ຈົນກວ່າຈະມີ ຝົນຕົກ.

ສ່ວນ ທ່ານ ອະພິສິດ ຄໍາກິໂລ ຫົວໜ້າ ສໍານັກງານ ຂົນສົ່ງທາງນໍ້າ ແລະພານິດເນວີ ແຂວງຊຽງຮາຍ ເຜີຍວ່າ ການທີ່ແມ່ນໍ້າຂອງ ເພີ່ມຂຶ້ນນັ້ນ ອາຈເກີດຈາກການ ປ່ອຍນໍ້າ ຈາກເຂື່ອນ ໃນປະເທດຈີນ ເພື່ອຊ່ວຍໃນການ ເດີນເຮືອສິນຄ້າ ຫລືອາຈມີຝົນຕົກ ທາງຕອນເໜືອຂອງ ແມ່ນໍ້າຂອງ ແຕ່ຣະດັບນໍ້າ ກໍຍັງບໍ່ເພີ່ມຂຶ້ນ ພໍທີ່ຈະເດີນເຮືອ ສີນຄ້າ ໄດ້ຕາມປົກກະຕິ ຍັງຕ້ອງມີການ ເດີນເຮືອເປັນກຸ່ມໆ ເພື່ອຄອຍຊ່ວຍເຫລືອກັນ ຢ່າງຣະມັດ ຣະວັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.