ທ່ານ Barack Obama ພົບປະກັບ ທ່ານ Hu Jintao
2009.09.24
ປະທານາທິບໍດີ ບາຣັກໂອບາມາ ກຳລັງກ່າວຕໍ່ ກອງປະຊຸມ ສະຫະປະຊາຊາຕ ຄັ້ງທີ64 ທີ່ນະຄອນນີວຢ໊ອກ ວັນທີ23ກັນຍາ2009.
ທ່ານ Barack Obama ປະທານາທິບໍດີ ສະຫະຣັຖ ອະເມຣິກາ ພົບປະກັບ ທ່ານ Hu Jintao ປະທານປະເທດຈີນ, ໃນວັນພຸດນີ້ ຊຶ່ງບັນຫາຫລັກ ທີ່ມີການ ຫາຣືກັນນັ້ນ, ກໍມີທັງບັນຫາ ກ່ຽວແກ່ ເກົາຫລີເໜືອ, ອິຣ່ານ ແລະການປ່ຽນແປງ ຂອງສະພາບອາກາດ ຮວມຢູ່ດ້ວຍ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຝ່າຍ ບໍຣິຫານຂັ້ນສູງ ຂອງສະຫະຣັດ.
ທ່ານກ່າວຕອບຄໍາຖາມ ກ່ຽວກັບບັນຫາ ນິວເຄລັຽຂອງອິຣ່ານວ່າ, ປະທານາທິບໍດີ ໂອບາມາ ໄດ້ເນັ້ນວ່າ ສະຫະຣັດ ກໍຫວັງຈະໄດ້ ຮັບການຮ່ວມມື ທີ່ໜ້າປະທັບໃຈ ຈາກຈີນ ໃນບັນຫານິວເຄລັຽ ຂອງອິຣ່ານ, ດັ່ງດຽວກັນກັບ ການຮ່ວມມືໃນ ບັນຫາເກົາຫລີເໜືອ. ສະຫະຣັຖ ຮູ້ດີວ່າຈີນ ກໍບໍ່ປະສົງ ທີ່ຈະເຫັນ ອິຣ່ານ ພັທນາອາວຸດ ນິວເຄລັຽຄືກັນ.
ກ່ຽວກັບ ເກົາຫລີເໜືອນັ້ນ, ເຈົ້າໜ້າທີ່ຂັ້ນສູງ ຝ່າຍບໍຣິຫານ ກໍວ່າ, ປະທານາທິບໍດີ ໂອບາມາ ໄດ້ເນັ້ນເຖິງຄວາມ ຈໍາເປັນທີ່ຈະສືບຕໍ່ ການເຈຣະຈາ 6ຝ່າຍແລະໃນຂອບ6ຝ່າຍ, ແລະກໍໄດ້ເນັ້ນ ເຖິງຄວາມຈໍາເປັນ ທີ່ເກົາຫລີເໜືອ ຈະຕ້ອງປະຕິບັດ ຕາມສັນຍາທີ່ ໄດ້ໃຫ້ໄວ້ໃນປີ 2005ນັ້ນ.
ພ້ອມດຽວກັນ ທ່ານໂອບາມາ ກໍໄດ້ເນັ້ນເຖິງ ຄວາມສໍາຄັນ ໃນການສືບຕໍ່ ປະຕິບັດຍັດຕິ ສະຫະປະຊາຊາດ ຂອງທັງສະຫະຣັຖ ແລະຈີນ, ເພື່ອສະແດງເຖິງ ຄວາມເປັນ ເອກກະພາບ ກັນຣະຫວ່າງ ສະຫະຣັຖແລະຈີນ ໃນບັນຫານີ້, ຖ້າບໍ່ດັ່ງນັ້ນ ກໍຈະເຮັດໃຫ້ ເກົາຫລີເໜືອ ມີການປະພຶດຕົນ ໄປໃນທາງທີ່ ບໍ່ສົມຄວນຈະເຮັດ.
ໃນຣະຫວ່າງ ການພົບປະກັບ ທ່ານຫູຈີນຕ໊າວ, ປະທານາທິບໍດີ ໂອບາມາ ກໍໄດ້ກ່າວຕໍ່ຊື່ ມວນຊົນຕອນນຶ່ງວ່າ: " ທ່ານຢືນຢັນ ທີ່ຈະມີການພົວພັນ ຮ່ວມມືກັບຈີນ ເປັນຢ່າງຍີ່ງ ແລະຮອບດ້ານ, ແລະທັງສອງຝ່າຍ ກໍຈະຕ້ອງໄດ້ ພັທນາໃຫ້ການ ພົວພັນນັ້ນ ແໜ້ນແຟ້ນ ແລະ ມີປະສິດທິພາບ ຂຶ້ນ."
ຫລັງຈາກນັ້ນ ທັງສອງທ່ານກໍໄດ້ ຫາລືເລື້ອງການ ປ່ຽນແປງທາງ ສະພາບອາກາດ ພາວະໂລກຮ້ອນ, ຊຶ່ງທ່ານໂອບາມາ ໄດ້ກ່າວເນັ້ນວ່າ ໃນຖານະເປັນ ຜູ້ປ່ອຍປາກົດ ການເຮືອນແກ້ວ ສູ່ນ່ານບັນຍາກາດ ຂອງໂລກ ທີ່ນໍາໜ້າໝູ່ນັ້ນ, ສະຫະຣັຖແລະຈີນ ຕ່າງກໍເປັນ ຜູ້ຮັບຜິດຊອບ ໃນເລື້ອງນີ້. ໃນນັ້ນພວກທ່ານ ຕ້ອງມີການຮ່ວມມື ເລື້ອງພລັງງານສອາດ, ຄວາມພຽງພໍຂອງ ພລັງງານ.
ເພື່ອໃຫ້ ກອງປະຊຸມທີ່ ນະຄອນ Copenhagen ບັນລຸເປົ້າໝາຍ ສະຫະຣັຖແລະຈີນ ຈະຕ້ອງມີ ບົດບາດທີ່ສໍາຄັນ ເທົ່າທຽມກັນ.









