ຊາວຈີນ-ຮັນ ທໍາການປະທ້ວງ ໃຫ້ຜູ້ຂອງ ຊີນຈຽງ ລາອອກ
2009.09.04
ກຳລັງຕຳຣວດປ້ອງກັນຈະລາຈົນຂອງຈີນໄດ້ປິດຖນົນຢູ່ຕົວເມືອງ ອຸຣຸມຈິຍ້ອນເຫດການທີ່ເຄັ່ງຕຶງໃນວັນທີ4ກັນຍາ2009.
ການປະທ້ວງຂອງ ຊາວຈີນ-ຮັນ ຊຶ່ງບໍ່ຄ່ອຍ ຈະມີຂຶ້ນນັ້ນ, ຖືເປັນການທ້າທາຍ ພັກຄອມມິວນິສຈີນ ໃນເຂດຊີນຈຽງ ແລະກໍມີຂຶ້ນ ໃນຊ່ວງເວລາ ທີ່ຫລໍ່ແຫລມ, ໃນຊ່ວງເວລາ ທີ່ທາງການຈີນ ພ້ອມທີ່ຈະສເລີມສລອງ ວັນສ້າງຕັ້ງ ສາທາຣະນະຣັຖ ປະຊາຊົນຈີນ ວັນທີ1 ຕຸລາ ຄອບຮອບ60ປີ.
ພວກປະທ້ວງ ຮ້ອງໂຮຢູ່ນອກຕຶກ ສໍານັກງານທາງການ ຂອງເມືອງອຸຣຸມຈິວ່າ, ຫົວໜ້າພັກ ຄອມມິວນິສຈີນ ເຂດຊີນຈຽງ ບໍ່ໄດ້ເລື່ອງ ແລະ ໄຮ້ປະສິດທິພາບ. ອົງການຂ່າວ ຊີນຫົວ ຂອງທາງການຈີນ ເວົ້າວ່າ ພວກກຸ່ມທີ່ ເຂົ້າຈູ່ໂຈມນັ້ນ ມຸ້ງເປົ້າໃສ່ ຊົນເຜົ່າສ່ວນນ້ອຍ 9ກຸ່ມ ຮວມທັງຊາວຈີນ-ຮັນ ແລະ ຊາວວີເກີ-ມຸສລີມ.
ຄົນທີ່ປະທ້ວງ ທີ່ເລີ່ມຂຶ້ນ ໃນເຊົ້ານັ້ນ ກໍວ່າ, ມີຫລາຍກວ່ານຶ່ງພັນຄົນ. ຜູ້ເຫັນເຫດການ ຈໍານວນນຶ່ງເວົ້າວ່າ, ພວກຕົນເຫັນ ຊາວວິເກີ ມຸສລີມ ຖືກຊາວຈີນ-ຮັນ ທຸບຕີ ຂນະທີ່ອີກຜູ້ນຶ່ງ ເວົ້າວ່າ ເຫັນກຸ່ມຊາວຈີນ-ຮັນ ທີ່ປະທ້ວງນັ້ນ ທຸບຕີຊາວວີເກີ ທີ່ສົງໃສວ່າ ຖືຊີແລງຢູ່ໃນມື, ແຕ່ຕໍາຣວດ ໄດ້ເຂົ້າໄປຊ່ວຍແລະ ນໍາສົ່ງໂຮງໝໍ.
ຢູ່ທີ່ກຸງປັກກິ່ງ ໂຄສົກການ ຕ່າງປະເທດຈີນ ຍານາງ Jiang Yu ກ່າວຕໍ່ຊື່ມວນຊົນວ່າ, ນາງບໍ່ຮູ້ຂ່າວ ກ່ຽວກັບເຫດການ ທີ່ເກີດ ຄວາມວຸ້ນວາຍ ເທື່ອໃໝ່ໃດໆ ໃນເມືອງ ອຸຣຸມຈິ.









