ນັກວິທຍາສາດ ຄົ້ນພົບ ເຕົ່າຊນິດທີ່ ຫາຍາກຢູ່ ພະມ້າ
ອາວະຣີ
2009.09.09
2009.09.09
ທ່ານ Colin Poole ຫົວໜ້າອົງການ ປົກປັກຮັກສາສັດປ່າ ປະຈຳເອເຊັຍ ກ່າວວ່າ, ນັກວິທຍາສາດ ດີໃຈຫລາຍ ທີ່ໄດ້ພົບເຫັນ ເຕົ່າຊນິດດັ່ງກ່າວ, ເພາະສັດປ່າຊນິດນີ້ ຫາຍາກແທ້ໆ ແລະດີໃຈທີ່ເຕົ່າ ຍັງມີສຸຂພາບ ແຂງແຮງດີ. ຕໍ່ໄປ ນັກວິທຍາສາດ ຈະພຍາຍາມ ຢ່າງສຸດຄວາມ ສາມາດ ເພື່ອປົກປັກຮັກສາ ສັດປ່າປະເພດ ດັ່ງກ່າວ.
ເຈົ້າໜ້າທີ່ອົງການ ຮັກສາສັດປ່າ ກ່າວອີກວ່າ ທະຫານອັງກິດ ຄົ້ນພົບເຕົ່າ ຊນິດນີ້ຢູ່ພະມ້າ ແຕ່ປີ 1908 ແລະ ນັກວິທຍາສາດ ພົບເຫັນສັດປ່າ ຊນິດນີ້ເປັນ ເທື່ອສຸດທ້າຍ ເມື່ອປີ 1994.
ສັດປ່າຢູ່ ເອເຊັຍ ຕາວັນອອກສ່ຽງໃຕ້ ກຳລັງມີຈຳນວນ ຫລຸດໜ້ອຍຖອຍລົງ ເປັນຕົ້ນ: ເສືອ, ເຕົ່າ, ຫລິ່ນແລະແລນ, ເພາະພວກພໍ່ຄ້າ ສັດປ່າ ຊອກຫາຈັບເປັນ ປະຈຳ ເພື່ອສົ່ງໄປຂາຍ ເປັນອາຫານຢູ່ຈີນ.









