ເສື້ອແດງ ປະທ້ວງ ຢູ່ບາງກອກ ແຕ່ສລາຍຕົວ ໃນເຊົ້າ ວັນອາທິດ
2009.09.21
ທ່ານ ນັດຕະວຸດ ໄຊເກື້ອ ຜູ້ນຳທີ່ສຳຄັນ ຂອງພວກປະທ້ວງ ກ່າວວ່າ ພວກເຂົາຈະປະທ້ວງ ຕໍ່ຕ້ານຣັຖບານ ຊຸດນີ້ສືບຕໍ່ໄປ, ຈົນກວ່າປະເທດໄທ ຈະມີ ປະຊາທິປະໃຕ ຢ່າງແທ້ຈິງ. ສ່ວນທ່ານ ທັກສິນ ຊິນນະວັດ ອະອີດນາຍົກ ຣັຖມົນຕຣີ ແລະ ເປັນຜູ້ສນັບສນູນ ພວກປະທ້ວງເສື້ອແດງ ຢ່າງເຕັມທີ່ນັ້ນ, ໄດ້ກ່າວຕໍ່ພວກ ປະທ້ວງທາງ ວິດີໂອ ເມື່ອວັນເສົາ ທີ່ແລ້ວວ່າ, ທ່ານ ອະພິສິດ ເວດຊາຊີວະ ນາຍົກຣັຖມົນຕຣີໄທ ຄົນປັດຈຸບັນ ຄວນຈັດໃຫ້ມີ ການເລືອກຕັ້ງ ທົ່ວໄປໃໝ່, ເພື່ອເລືອກເອົາ ຄນະຣັຖບານ ຢ່າງຖືກຕ້ອງຕາມ ຣະບອບປະຊາທິປະໃຕ.
ພວກປະທ້ວງ ທີ່ນຸ່ງເສື້ອແດງ ເຂົ້າໃຈວ່າ ນາຍົກຣັຖມົນຕຣີ ອະພິສິດ ເວດຊາຊິວະ ຂື້ນກຳອຳນາດ ຢ່າງບໍ່ ຖືກຕ້ອງເປັນທັມ ໄດ້ອຳນາດກໍຍ້ອນ ພວກປະທ້ວງທີ່ ນຸ່ງເສື້ອສີເຫລືອງ ທີ່ປະທ້ວງຢ່າງແຮງ ແລະຍຶດສນາມບິນ ສຸວັນນພະພູມ ເມື່ອເດືອນທັນວາປີກາຍ.
ຕໍ່ການປະທ້ວງ ເທື່ອນີ້ ທ່ານ ສຸເທບ ເທືອກສຸບັນ ຮອງນາຍົກ ຣັຖມົນຕຣີໄທ ກ່າວວ່າ: ທ່ານເວົ້າວ່າ ທ່ານໄດ້ຮ່ວມມື ຮ່ວມງານກັບ ພີ່ນ້ອງຕຳຣວດ ທະຫານ ແລະ ພົລເຮືອນ, ທ່ານຄິດວ່າ ພວກເຂົາຢາກໃຫ້ ປະເທດໄທ ຈະເຣີນກ້າວໜ້າ ໄປຕາມຣະບອບ ປະຊາທິປະໃຕ; ສະນັ້ນ ເຖິງວ່າຈະມີ ກຳລັງຈະມາ ປະທ້ວງທຳຮ້າຍ ປະເທດໄທນອກ ຣະບົບແບບນີ້ ກໍຕາມ, ຣັຖບານຊຸດນີ້ ຈະບໍ່ຍອມ ເດັດຂາດ.
ນາຍົກຣັຖມົນຕຣີ ອະພິສິດ ເວດຊາຊີວະ ໄດ້ເດີນທາງໄປ ຮ່ວມກອງປະຊຸມ ຫລວງສະຫະປະຊາຊາດ ທີ່ນະຄອນນິວຢອກ ສະຫະຣັຖ ອະເມຣິກາ ເມື່ອວັນ ວັນອາທິດນີ້ ແຕ່ທ່ານ ສຸເທບ ເທືອກສຸບັນ ກ່າວວ່າ: ໃນເວລານາຍົກ ຣັຖມົນຕຣີ ບໍ່ຢູ່, ທ່ານຈະຮັບຜິດຊອບ ຖ້າຈຳເປັນກໍ ປະກາດ ພາວະສຸກເສີນ.









