ພະມ້າຖືກປະນາມ ກາຣບັງຄັບ ອອກແຮງງານ
ຫວາດ ສີມູນ
2009.11.23
2009.11.23
Mme Laetitia Dard ໂຄສົກຂອງອົງກາຣ ແຮງງານສາກົລ ຫລື ILO ວ່າ: ຍັງມີກາຣລະເມິດ ສິທທິພື້ນຖານ ຂອງປະຊາຊົນຢູ່ພະມ້າ ຢ່າງໜ້າເປັນຫ່ວງ ຈຶ່ງມີກາຣຜ່ານມະຕິ ໃນມື້ວັນພຣະຫັດຜ່ານມາ ເພື່ອທວງໃຫ້ຣັຖບາລພະມ້າ ໄດ້ປ່ອຍນັກໂທສ ທຸກຄົນອອກຈາກຄຸກຄຸມຂັງ ຊຶ່ງກໍຮວມທັງ ນັກໂທສກາຣເມືອງ ທີ່ຮຽກຮ້ອງ ປະຊາທິປະໄຕ ແລະບາງສ່ວນກໍຖືກ ບັງຄັບອອກແຮງງານ ຊຶ່ງມີທັງໝົດບໍ່ຕໍ່າກວ່າ 2,000ຄົນ.
ໃນຂນະດຽວກັນ ອົງກາຣປົກປ້ອງສິທທິ ມະນຸສຍະຊົນ ແລະຜູ້ນຳຂອງຣັຖບາລ ໃນຫລາຍປະເທສ ຍັງສືບຕໍ່ກົດດັນໃຫ້ ຣັຖບາລທະຫາຣພະມ້າ ປ່ອຍ Mme Aung San Suu-kiy ຜູ້ນຳພັກຝ່າຍຄ້ານ ທີ່ຖືກກັກບໍຣິເວນ ເປັນເວລາດົນນານ ບໍ່ຕໍ່າກວ່າ14ປີ ໃນຣະຍະ20ປີ ທີ່ຜ່ານມາ ໃຫ້ເປັນອິສຣະ ໂດຽບໍ່ມີເງື່ອນໄຂໃດໆ ເພື່ອໃຫ້ທຸກພາກສ່ວນ ຂອງພັກກາຣເມືອງໄດ້ ເຂົ້າຮ່ວມກາຣເລືອກຕັ້ງ ທີ່ມີກຳໜົດຈັດຂຶ້ນ ໃນປີ2010ນີ້ ຢ່າງໂປ່ງໃສຕາມຫລັກ ປະຊາທິປະໄຕ ທີ່ແທ້ຈິງ.









