ຄນະທູດ ສະຫະຣັຖ ໄປເຈຣະຈາ ໃນພະມ້າ
2009.11.02
ເຈົ້າໜ້າທີ່ທາງການ ສະຫະຣັຖ ເປີດເຜີຍໃນມື້ ວັນອາທິດທີ1 ພຶສຈິກາ2009 ຜ່ານມາວ່າ ຄນະທູດຂັ້ນສູງ ສະຫະຣັຖ ທີ່ເດີນທາງໄປ ພະມ້າ ອາທິດນີ້ ຈະພົບປະກັບ ສັນຍາລັກ ປະຊາທິປະໄຕ ມາດາມ ອອງຊານຊູຈີ ແຕ່ອາດຈະບໍ່ໄດ້ ພົບປະກັບ ຜູ້ນຳຜະເດັດການ ທະຫານ.
ຮອງຣັຖມົນຕຣີ ກະຊວງ ການຕ່າງປະເທດ ກິຈການເອຊຽນ ປາຊີຝິກທ່ານ Kurt Campbell ແລະຜູ້ຊ່ວຍ ຄືທ່ານ Scot Marciel ມີກຳນົດໄປ ຢ້ຽມຢາມພະມ້າ ໃນບາດກ້າວອັນ ສຳຄັນ ຂອງຄນະບໍຣິຫານ ຂອງ ປະທານາທິບໍດີ Barack Obama ທີ່ຈະຮ່ວມພົວພັນ ກັບກຸ່ມຜະເດັດການ ທະຫານພະມ້າ ຫລາຍຂື້ນ.
ທັງສອງຈະເດີນທາງ ໄປເມືອງເອກ ໃນປີດາວ ເພື່ອພົບກັບ ນາຍົກຣັຖມົນຕຣີ ທຽນຊິນ ມື້ວັນອັງຄານ ແຕ່ຈະບໍ່ອະນຸຍາດ ໃຫ້ພົບ ຜູ້ນຳສູງສຸດ ທ່ານ ແທນສວີ ແລະໃນວັນພຸດ ກໍຈະໄປພົບ ມາດາມ ອອງຊານຊູຈີ ແລະ ສະມາຊິກພັກ ສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ພະມ່າ. ການພົບປະດັ່ງກ່າວ ມີຂື້ນຫລັງຈາກ ການປະຊຸມຢູ່ ນິວຢອກ ສະຫະຣັຖ ອະເມຣິກາ ເມື່ອເດືອນກັນຍາ2009 ລະຫວ່າງ ສະຫະຣັຖ ກັບເຈົ້າໜ້າທີ່ ທາງການພະມ້າ ຊຶ່ງເປັນການພົບປະກັນ ຄັ້ງທຳອິດລະຫວ່າງ ສອງປະເທດ ພາຍໃນທົສວັດນຶ່ງ ຜ່ານມາ.
ຄນະບໍຣິຫານຂອງ ປະທານາທິບໍດີ Obama ປ່ຽນນະໂຍບາຍ ຈາກການເຮັດໃຫ້ ພະມ້າ ເປັນປະເທດທີ່ຢູ່ໂດດດ່ຽວ ຊຶ່ງບໍ່ໄດ້ຜົນດີ ແຕ່ຍັງຢືນຢັນວ່າ ຈະບໍ່ຫລຸດຜ່ອນການ ເອົາມາຕການລົງໂທດ ໃນຂນະທີ່ພະມ້າ ຍັງບໍ່ມີຄວາມ ຄືບໜ້າ ດ້ານປະຊາທິປະໄຕ ແລະ ສິດທິມະນຸດ.









