ຈະບໍ່ມີການ ເຈຣະຈາ ເຣື້ອງກຳລັງ ທະຫານ ສະຫະຣັຖ ໃນຍີ່ປຸ່ນ
2009.09.01
ສະຫະຣັຖ ອະເມຣິກາ ວ່າຈະບໍ່ເຈຣະຈາ ໃໝ່ອີກ ກັບຣັຖບານ ຊຸດໃໝ່ຂອງຍີ່ປຸ່ນ, ກ່ຽວກັບ ກໍາລັງທະຫານ ຂອງສະຫະຣັຖ ຢູ່ໃນປະເທດຍີ່ປຸ່ນ. ໃນລະຍະຜ່ານມາ ທ່ານ Yukio Hatoyama ຜູ້ທີ່ຈະເປັນ ນາຍົກຣັຖມົນຕຣີ ຄົນໃໝ່ຂອງຍີ່ປຸ່ນ, ເຄີຍຮຽກຮ້ອງໃຫ້ ສະຫະຣັຖ ຍ້າຍກໍາລັງ ທະຫານມາຣີນ ອອກຈາກຖານທີ່ໝັ້ນ Futenma. ເນື່ອງຈາກວ່າ ສຖານທີ່ນັ້ນ ຕັ້ງຢູ່ໃນເຂດເມືອງ, ທີ່ມີຊຸມຊົນ ໜາແໜ້ນ ຢູ່ໃນພາກໃຕ້ ຂອງເກາະ ໂອກີນາວາ.
ໂຄສົກປະຈໍາ ກະຊວງການຕ່າງ ປະເທດ ສະຫະຣັຖ ທ່ານ Ian Kelly ກ່າວວ່າ, ສະຫະຣັຖ ຈະບໍ່ຫວນຄືນໄປ ເວົ້າເຖິງຂໍ້ຕົກລົງ ທີ່ຫາກໍບັນລຸກັນ ກັບຣັຖບານ ຊຸດປັດຈຸບັນ ສອງສາມເດືອນ ຜ່ານມານີ້ເອງ.
ໃນນັ້ນຮ່ວມທັງ ການຍ້າຍກໍາລັງ ທະຫານໄປຍັງ ດິນແດນຂອງ ສະຫະຣັຖ ທີ່ເກາະກວມ. ທ່ານ Kelly ເວົາວ່າ ສະຫະຣັຖ ບໍ່ມີເຈຕນາທີ່ ຈະເຈຣະຈາ ຊອກຫາສຖານທີ່ ໃໝ່ເພື່ອມາທົດແທນ Futenma ຫລືການໂຍກຍ້າຍ ໄປຢູ່ເກາະກວມ.
ຜ່ານມາຣັຖບານ ໃນສະໃໝ ປະທານາທິບໍດີ ທ່ານ George W Bush ໄດ້ຕົກລົງກັບ ທາງການຍີ່ປຸ່ນ ທັບມ້າງຖານທັບ ທະຫານມາຣິນ ຢູ່ Futenma ແລ້ວຍ້າຍໄປຢູ່ ສຖານທີ່ແຫ່ງໃໝ່ ທີມິດງຽບ ຢູ່ໃນເກາະ ໂອກີນາວາ ເຊັ່ນດຽວກັນ. ນັກເຄື່ອນໃຫວ ຈໍານວນນຶ່ງ ສນັບສນູນພັກ ປະຊາທິປະໄຕ ຂອງທ່ານ Hatoyama. ໃນເວລາພັກນີ້ ເປັນພັກຝ່າຍຄ້ານ ທີ່ຢາກໃຫ້ສະຫະຣັຖ ຍ້າຍກໍາລັງທະຫານ ອອກຈາກເກາະ ໂອກີນາວາ ທັງໝົດ ແລະ ໃນການໂຄສະນາ ຫາສຽງການເລືອກຕັ້ງ ວັນສຸດທ້າຍ ວັນທີດຜ່ານມານີ້ ພັກປະຊາທິປະໄຕ ກ່າວວ່າ ພວກຕົນຈະໄປ ຕາມທິດທາງ ທົບທວນບົດບາດ ຂອງກໍາລັງທະຫານ ຂອງສະຫະຣັຖ ໃນປະເທດຍີ່ປຸ່ນ ອີກໃໝ່.
ເກາະໂອກີນາວາ ຕັ້ງຢູ່ຣະຫ່ວາງ ພາກໃຕ້ຂອງຊ້ອງແຄບ ເກາະໃຕ້ຫວັນກັບ ຈີນແຜ່ນດິນໃຫ່ຽ ມີທະຫານ ສະຫະຣັຖ ປະຈໍາການຢູ່ 47,00ຄົນ ນັບຕັ້ງແຕ່ ສົງຄາມໂລກ ຄັ້ງທີສອງໄດ້ ສີ້ນສຸດລົງ.
ການຕົກລົງກັນ ເມື່ອບໍ່ນານມານີ້ ສະຫະຣັຖ ຈະຍ້າຍກໍາລັງ ທະຫານມາຣິນ ຂອງຕົນຈໍານວນ 8,000ຄົນ ອອກຈາກ ເກາະ ໂອກີນາວາ ພ້ອມກັບ ຄອບຄົວອີກ 9,000ຄົນ ໄປຢູ່ເກາະກວມ ພາຍໃນປີ2014 ໂດຍແມ່ນ ຣັຖບານຍີ່ປຸ່ນ ເປັນຜູ້ເສັຽຄ່າ ໂຍກຍ້າຍ ເປັນຈໍານວນເງິນ 2,800ລ້ານusd.









