ຊາວວີເກີ ບໍ່ພໍໃຈຕໍ່ ນະໂຍບາຍ ຂອງຈີນ

ປະທານ ສະພາຕໍ່າ ສະຫະຣັດ ອະເມຣິກາ Nancy Pelosi ຖີ້ມໂທດໃສ່ ນະໂຍບາຍ ທີ່ແຂງກະດ້າງ ຂອງຈີນວ່າ ເປັນຕົ້ນເຫດ ຄວາມບໍ່ພໍໃຈ ເປັນຢ່າງຍີ່ງ ໃນຊຸມຊົນ ຊາວວີເກີ ເຂດຊີນຈຽງ ຊຶ່ງເປັນຊົນ ກຸ່ມນ້ອຍຂອງຈີນ. ພ້ອມດຽວກັນ ກໍຮຽກຮ້ອງໃຫ້ ທາງການ ປັກກິ່ງ ຊອກຊ່ອງທາງ ເຈຣະຈາ ກັບຊົນເຜົ່າ ຊາວວີເກີ ນັ້ນນໍາດ້ວຍ.
ມະນີຈັນ
2009.07.08
F-soldiers ກຳລັງທະຫານທີ່ຕຣຽມພ້ອມຮັບມືກັບການຈະລາຈົນ ທີ່Urumqi ໃນວັນທີ8 ກໍຣະກະດາ 2009
Photo: RFA Cantonese/Hailan

ມາດາມ Pelosi ຜູ້ຕໍານິ ວິພາກວິຈານ ປະວັດການ ຣະເມີດສິດທິມະນຸດ ຂອງຈີນ ຢູ່ເລື້ອຍ ນັ້ນກ່າວວ່າ  ການກະທໍາ ຮຸນແຮງແລະຄວາມ ພຍາຍາມ ໃຫ້ມີຄວາມ ເຄັ່ງຕຶງ ທາງດ້ານຊົນເຜົ່າ ຫລາຍຂຶ້ນຢູ່ຕໍ່ໄປ ຈາກທຸກຝ່າຍນັ້ນ ຈະຕ້ອງຖືກ ປະຕິເສດ ແລະວ່າ ຣັຖບານຈີນ ຄວນເອົາບາດກ້າວ ທີ່ຈໍາເປັນຕ່າງໆ ເພື່ອຮັປກັນວ່າ ສິດທິໃນການ ສະແດງ ຄວາມຄິດເຫັນ ຢ່າງສັນຕິ ຂອງປະຊາຊົນ ຈະໄດ້ຮັບການປົກປ້ອງ ແລະຣັຖບານ ຄວນອະນຸຍາດ ໃຫ້ນັກຂ່າວ ນັກສັງເກດການ ແລະ ອົງການຈັດຕັ້ງ ຕ່າງໆສາມາດ ຣາຍງານກ່ຽວກັບ ເຫດການຜັນແປ ທີ່ເກີດຂຶ້ນຢູ່ ເຂດຊີນຈຽງນັ້ນ ໂດຍບໍ່ມີການ ຈໍາກັດໃດໆ.

ຂ່າວ AFP ຣາຍງານວ່າ ຂນະທີ່ທາງການຈີນ ພຍາຍາມທີ່ ຈະຟື້ນຟູຄວາມສງົບ ໃນເມືອງເອກ Urumqi ຂອງ ຊິນຈຽງ ທາງພາກຕາເວນຕົກ ຂອງຈີນຢູ່ນັ້ນ ມາດາມ Pelosi ສະມາຊິກສະພາ ສະພາຜູ້ແທນ ຈາກຣັຖ California ກ່າວຫາວ່າ ນະໂຍບາຍ ແຂງກະດ້າງ ຊຶ່ງທາງການຈີນ ປະຕິບັດ ຢູ່ເຂດຊີນຈຽງ ນັ້ນເຮັດໃຫ້ ສະພາບເຄັ່ງຕຶງ ແລະ ຄວາມບໍ່ພໍໃຈ ມີເພີ່ມຫລາຍຂຶ້ນ ໃນໝູ່ ປະຊາຊົນ ຊາວວີເກີ ແລະກໍເປັນເວລານານ ມາແລ້ວທີ່ ບັນດາຜູ້ນໍາ ທາງການຈີນ ຈະມີການ ເໜັງຕີງ ເພື່ອເຈຣະຈາ ແລະທໍາຄວາມ ເຂົ້າໃຈກັບ ຊາວວິເກີຕໍ່ໄປ.

ພ້ອມກັນນັ້ນ ກໍນັບຖືສິດທິ ຂອງຊົນເຜົ່າສ່ວນນ້ອຍ ຕາມທີ່ໄດ້ບົ່ງໄວ້ ໃນກົດໝາຍ ຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.