ການສົ່ງອອກ ຜລີຕພັນ ທີ່ເຮັດດ້ວຍໄມ້ ຈາກ ສສວຽດນາມ ຫລຸດລົງ

ຜລີຕພັນໄມ້ ຫລືສີນຄ້າ ທີ່ເຮັດດ້ວຍໄມ້ ຕ່າງໆທີ່ທາງກາຣ ສສວຽຕນາມ ໄດ້ສົ່ງອອກຂາຍ ຕ່າງປະເທສ ໃນຣະຍະ 8ເດືອນ ຂອງປີ 2009 ນີ້ນັ້ນໄດ້ຫລຸດລົງ 15.2% ທີ່ເປັນມູລຄ່າທັງໝົດ 1.55ຕື້ ດອລລາຣ໌ສະຫະຣັຖ ທຽບໃສ່ໃນ ຣະຍະດຽວກັນກັບ ປີທີ່ຜ່ານມາ.
ຫວາດ ສີມູນ
2009.09.02

ທ່ານ Nguyen Ton Quyen ຮອງປະທານ ສະມາຄົມ ໄມ້ແປຮູບ ແລະຜລິຕພັນ ຈາກປ່າໄມ້ ໄດ້ແຈ້ງວ່າ, ສາເຫຕຫລັກທີ່ເຮັດ ໃຫ້ກາຣສົ່ງສີນຄ້າ ປະເພສເຮັດ ດ້ວຍໄມ້ຕ່າງໆ, ໄດ້ຫລຸດລົງຢ່າງ ຫລວງຫລາຍ, ກໍຍ້ອນວ່າ ຣາຄາຕົກຕໍ່າ, ແລະຄວາມຕ້ອງກາຣ ໃນຕລາດໂລກ ໂດຽສະເພາະໃນ ສະຫະຣັຖ, ແລະເຂຕ ສະຫະພາບ ຢູໂຣປ, ໄດ້ຫລຸດລົງເຖີງ 34%. ສະນັ້ນທາງ ບໍຣິສັທ ກ່ຽວຂ້ອງໃນວຽຕນາມ, ຈື່ງບໍ່ສາມາດ ສົ່ງສິນຄ້າອອກໄດ້ ຕາມທີ່ເຄີຽປະຕິບັຕ ມາດັ່ງເມື່ອກ່ອນ.

 ແຕ່ໃນຂນະດຽວກັນນີ້ ທາງພາກສ່ວນຂອງ ສະມາຄົມ, ກໍກຳລັງນຳສເນີ ເພື່ອໃຫ້ມີກາຣ ດັດແປງ, ແລະຜລິຕສິນຄ້າ ຕາມທີ່ບັນດາ ລູກຄ້າ ມີຄວາມຕ້ອງກາຣ ໃນຕລາດຂອງ ແຕ່ລະປະເທສນັ້ນໆ. ເຊັ່ນໃນຣັສເຊັຽ ເຂຕຢູໂຣປ ຕາເວັນອອກ, ແລະໃນເຂຕ ອະເມຣິກາໃຕ້ ນຳດ້ວຍ.

ທາງກະຊວງ ອຸຕສາຫະກັມ ແລະກາຣຄ້າວຽຕນາມ ໃຫ້ກາຣຄາດຄະເນວ່າ, ມູລຄ່າຂອງກາຣ ສົ່ງສີນຄ້າປະເພສ ຜລີຕພັນໄມ້ ດັ່ງກ່າວອອກຂາຍ ຕ່າງປະເທສ ໃນປີນີ້, ຈະຮວມເປັນທັງໝົດ ປະມານ2.66ຕື້ ດອລລາຣ໌, ຊື່ງກໍເປັນຈຳນວນ ທີ່ນ້ອຍກວ່າມູລຄ່າ ຂອງກາຣສົ່ງອອກ ທຸກໆປີໃນ ຣະຍະທີ່ຜ່ານມາ.

ຢ່າງໃດກໍຕາມ ໃນຣະຍະ2ປີ ທີ່ຜ່ານມາ, ທາງອົງກາຣປົກປ້ອງ ສະພາບແວດລ້ອມ ທີ່ມີຫ້ອງກາຣ ຢູ່ປະເທສອັງກິດ ໄດ້ອອກຣາຍງານວ່າ, ໄມ້ທີ່ຖືກນຳ ໄປແປຮູບ ເປັນສິນຄ້າຕ່າງໆ, ຮວມທັງເຄື່ອງໃຊ້ ປະຈຳບ້ານເຮືອນ ຫລືເຄື່ອງເຟີນີເຈີຣ໌ ຢູ່ວຽຕນາມ ແລະສົ່ງອອກຂາຍ ຕ່າງປະເທສນັ້ນ, ສ່ວນຫລາຍແມ່ນໄມ້ ທີນຳໄປຈາກ ປະເທສລາວ, ຊື່ງກໍຮວມທັງ ຈຳພວກໄມ້ທີ່ ທາງກາຣ ສປປລາວ ສົ່ງຂາຍໃຫ້ວຽຕນາມ ຕາມໂຄຕ໊າ ທີ່ອະນຸຍາຕໃຫ້, ແລະມີສ່ວນໜື່ງ ທີ່ຖືກລັກລອບ ຕັດແບບບໍ່ຖືກ ຕ້ອງຕາມກົດໝາຍ ນັ້ນນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.