ຜູ້ເປັນແມ່ ເປັນຫ່ວງ ໃນການເອົານົມ ໃຫ້ລູກກິນ

ຜຸ້ຍີງຈີນ ຜູ້ທີ່ ບໍ່ໄດ້ລ້ຽງລູກ ດ້ວຍນ້ຳນົມ ຕົນເອງ ມີຄວາມກັງວົນ ເປັນອັນມາກ ຍ້ອນເຫດ ວິກິຈ ຈາກນົມຝຸ່ນ ປົນສານເຄມີ ທີ່ຣະບາດ ໃນຈີນ.
ຊິດນີ ຣາຍງານ
2008.09.26

ນາງ ຢັງ​ໄອ​ປີງ ມື​ຂ້າງ​ນື່ງ ຂອງ​ນາງ ອຸ້ມ​ລູກ​ນອ້ຍ​ ແລະ ​ອີກຂ້າງ​ນື່ງ ຖື​ຖົງ​ນົມ​ຝຸ່ນ ​ທີ່​ນາງ​ປະສົມ​ໃຫ້​ລູກ​ນາງ​ດື່ມ ​ໃນ​ຂະນະ​ທີ່ ​ນາງ​ ພາ​ລູກ​ທາຣົກ ຂອງ​ນາງ​ ໄປ​ກວດ ​ທີ່​ໂຮງພະຍາ​ຍານ, ນາງ​ແລະ ​ຫລາຍ​ຄົນ ​ຜູ້​ເປັນ​ແມ່ ​ໃນ​ຈີນ ມີ​ຄວາມ​ກັງວົນ ​ເປັນອັນມາກ ກ່ຽວກັບ​ ເຫດ​ການ​ນົມ​ຝຸ່ນ ​ທີ່​ປະ​ປົນ ​ກັບ​ສານພິດ ທີ່ຣະບາດ ​ໃນ​ຈີນ ວ່າງ​ອາທີ​ດ ກອ່ນ.

ນາງ​ຖາມ ນາຍ​ແພດ​ ວ່າ ນົມ​ຝຸ່ນ ​ຊນີດນີ້ ປອດ​ພັຍ​ບໍ່ ​ໃນ​ຂະນະ​ທີ່ ​ນາງ​ຍໍ​ ກະປອ້ງນົມ ​ໃຫ້​ເຈົ້າຫນ້າ​ທີ່ ​ເບີ່​ງ ນາງ​ວ່າ ດ້ວຍ​ຄວາມທຸກ​ຈົນ ນາງ​ບໍ່​ມີ ​ເວລາ ​ເບີ່​ງຂ່າວ ​ແລະ ​ບໍ່​ມີ ເງີ​ນ ຈະ​ມາ​ຫາ​ຫມໍ ​ແລະ ​ກໍ່​ບໍ​ມີ ​ເວລາ ​ທີ່​ຈະ​ລ້ຽງ​ລູກ ​ດ້ວຍ​ນ້ຳນົມ​ ໂຕ​ເອງ ​ເພາະ​ຕ້ອງ ​ໄດ້​ທຳ​ງານ ​ນອກ​ບ້ານ ​ເພື່ອລ້ຽງ​ຄອບຄົວ.

​ໃນ​ຈີນ ​ໃນ​ປັດຈຸບັນ ຈຳນວນ​ ຜູ້​ຍີ​ງທີ່​ລ້ຽງ​ລູກ ​ດ້ວຍ​ນ້ຳນົມ​ ໄດ້ຫ​ລຸດລົງ ​ເປັນ​ຈຳນວນ​ມາກ ​ເປັນ​ເພາະວ່າ ສະພາບ​ ການ​ປ່ຽນ​ແປງ ຜູ້​ຍີ​ງ ຕ້ອງ​ໄດ້​ໄປ​ເຮັດວຽກ ຢູ່​ນອກ​ບ້ານ ​ແລະ​ ການ​ໂຄ​ສະນາ​ຊວນ​ເຊື່​ອ ທີ່​ວ່າ ການ​ລ້ຽງ​ລູກ ​ດ້ວຍ​ນົມ​ຝຸ່ນ ​ເຮັດ​ໃຫ້ ​ເດັກນ້ອຍ ​ມີ​ຄວາມ​ຈະ​ເຣີນ ​ເຕີບ​ໂຕ ​ແລະ​ສຸຂພາບ​ ແຂງ​ແຮງ ​ດີກວ່າ.

​ເປັນ​ທີ່​ຄາດ ​ກັນ​ວ່າ ມີ​ເດັກນ້ອຍ ​ກວ່າ 54 ພັນ​ຄົນ​ ທົ່ວ​ຈີນ ຍັງມີ​ອາການ​ ເຈັບ​ປ່ວຍ ຍ້ອນ​ການ​ດື່ມ​ນົມ​ຝົ່ນ ທີ່​ປະ​ປົນ ​ກັບ​ສານ​ເຄມີ​ຢູ່ ​ໃນ​ນັ້ນ ມີ​​ເດັກນ້ອຍ ​ເສັຽຊີ​ວີ​ດ​ແລ້ວ 4 ຄົນ. ຫ້ອງການ​ອານາ​ມັຍ​ໂລກ ອອກ​ປະກາດ​ ໃຫ້​ປະ​ເທດ ​ຕ່າງໆ ຮ່ວມ​ທັງ​ປະ​ເທດ​ຈີນ ​ຕ້ອງ​ກວດກາ​ ນົມ​ຝຸ່ນ ຢ່າງ​ຖີ່​ຖ້ວນ​ ກ່ອນ​ຈະ​ໃຫ້​ ເດັກນ້ອຍ​ດື່ມ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.