ຜູ້ລັກລອບຄ້າສັຕປ່າຖືກຈັບໄດ້

ເຈົ້າໜ້າທີ່ກັມພູຊາ ຈັບຜູ້ຕ້ອງຫາລັກລອບ ຄ້າສັຕປ່າໄດ້ 2 ຄົນ ພ້ອມຂອງກາງ ເປັນສັຕທີ່ຫາຍາກ ນ້ຳໜັກຮວມກັນເກືອບ 2ຕັນ
ຫວາດ ສີມູນ
2009.12.04

ເຈົ້າໜ້າທີ່ຕຳຣວຈ ກັມພູຊາ ແຈ້ງຕໍ່ອົງກາຣຂ່າວ AFP ໃນມື້ວັນພຣະຫັດນີ້ວ່າ ໄດ້ຈັບຜູ້ຕ້ອງຫາ 2 ຄົນ ພ້ອມດ້ວຍຂອງກາງ ເປັນຈຳພວກສັຕປ່າ ທີ່ຫາຍາກເຊັ່ນ ງູແລະເຕົ່າ ຮວມນ້ຳ ໜັກເກືອບຮອດ 2 ຕັນ ຢູ່ໃນເຮືອທີ່ມຸ້ງໜ້າ ໄປປະເທສວຽຕນາມ ໃນຕອນເຊົ້າຂອງ ມື້ວັນພຸດຜ່ານມານີ້.

ທ່ານ Chan Savouen ຫົວໜ້າຕຳຣວຈປະຈຳແຂວງ Kandal ທີ່ຕິດກັບປະເທສ ວຽຕນາມໄດ້ແຈ້ງວ່າ ເຈົ້າໜ້າທີ່ຕຳຣວຈ ເຂົ້າກວດຄົ້ນເຮືອ ແລະພົບເຫັນ ສັຕປ່າຈຳພວກງູຕ່າງໆ ຊຶ່ງສ່ວນຫລາຍເປັນ ປະເພສງູເຫລືອມ ຮວມນ້ຳໜັກ 1,655 ກິໂລກຼາມ ແລະເຕົ່າ 263 ໂຕ ທີ່ມີນ້ຳໜັກ 317 ກິໂລກຼາມ. ສ່ວນຜູ້ຕ້ອງຫາ ທີ່ຖືກຈັບນັ້ນເປັນຜູ້ຊາຍ ຊາວກັມພູຊາ ອາຍຸ 17 ແລະ 20 ປີ.

ທ່ານ Chan Savouen ໄດ້ແຈ້ງເພີ່ມວ່າ ຈຳພວກສັຕປ່າ ທີ່ຖືກລັກລອບ ສົ່ງໄປວຽຕນາມຄັ້ງນີ້ ສ່ວນຫລາຍແມ່ນຖືກຕາມລ່າ ຈັບຢູ່ຕາມເຂຕປ່າສງວນ ໃນກັມພູຊາເອງ ແລະສ່ວນໜຶ່ງ ອາຈຖືກຈັບໄດ້ ແລະສົ່ງໄປຈາກເຂຕຊາຍແດນ ໃນປະເທສໄທຽ ເພື່ອສົ່ງໄປຂາຍ ຕໍ່ທີ່ປະເທສວຽຕນາມ ຊຶ່ງບັນຫາທັ້ງໝົດ ເກິດຂຶ້ນໄດ້ກໍຍ້ອນ ຂາດກາຣເອົາມາຕກາຣ ດ້ານກົດໝາຍ ແລະກາຣຮັບສິນບົລ ຂອງເຈົ້າໜ້າທີ່ ໃນແຕ່ລະທ້ອງຖິ່ນ.

ຢ່າງໃດກໍຕາມ ເຈົ້າໜ້າທີ່ຕຳຣວຈ ກັມພູຊາ ໄດ້ກ່າວຢ້ຳວ່າ ຈຳພວກສັຕປ່າ ທີ່ຫາຍາກດັ່ງກ່າວ ຖືກຈັດສົ່ງໄປປ່ອຍ ຕາມເຂຕປ່າສງວນ ແລະກຳລັງທີ່ຈະດຳເນີນ ກາຣສືບສວນກັບ ຜູ້ຕ້ອງຫາທີ່ຖືກຈັບໄດ້ ດັ່ງກ່າວໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.