ທາງການລາວ ສັງເກດເຫັນວ່າ ມີຢາເສບຕິດ ປະເພດ ເຮໂຣອີນ ຫລັ່ງໄຫລເຂົ້າມາ ຕາມຊາຍແດນ ພາກເໜືອຂອງລາວ


2008.03.07

ໃນປີ 2008 ນີ້ທາງການລາວ ສັງເກດເຫັນວ່າ ມີຢາເສບຕິດ ປະເພດ ເຮໂຣອີນ ຫລັ່ງໄຫລເຂົ້າມາ ຕາມຊາຍແດນ ພາກເໜືອຂອງລາວ ເພີ້ມຂື້ນ ແລະເຈົ້າໜ້າທີ ່ກໍຈັບໄດ້ຫລາຍກໍຣະນີແລ້ວ, ຕາມທີ່ເຈົ້າໜ້າທີ່ ກ່ຽວຂ້ອງກັບການປາບປາມ ຢາເສບຕິດ ໃນພາກເໜືອຂອງລາວ ໄດ້ກ່າວວ່າ:

(ສຽງ) "ເຮໂຣອີນ ມັນເຂົ້າມາຕາມຊາຍແດນ ພາກເໜືອຂອງລາວ ບໍ່ແກ້ວ ຕິດພະມ້າ ແລ້ວປັດຈຸບັນ ກໍາລັງມີປະຊາຊົນ ຈຳນວນນຶ່ງ ເລີ້ມຕິດຢາເຮໂຣອີນ."

ຢາເສບຕິດປະເພດເຮໂຣອີນ ແລະຢາບ້າທີ່ລັກລອບ ເຂົ້າມາຕາມຊາຍແດນ ພະມ້າ ແລະໄທ ຜ່ານເຂົ້າມາທາງ ແຂວງບໍ່ແກ້ວ ໄດ້ສົ່ງຕໍ່ໄປຍັງແຂວງຫົວພັນ ແລະແຜ່ລາມໄປ ຍັງແຂວງອື່ນ ໃນພາກເໜືອຂອງລາວ.

ດຽວນີ້ກໍມີປະຊາຊົນ ຈຳນວນນຶ່ງ ຕິດຢາເຮໂຣອີນໄປແລ້ວ. ເຈົ້າໜ້າທີ່ຢາເສບຕິດ ຂອງລາວແລະໄທ ກໍໄດ້ຮ່ວມມືກັນປາບປາມ ການລັກລອບນີ້ຢູ່ ແຕ່ນັກລັກລອບຂົນສົ່ງຢາ ໄຊ້ເສັ້ນ ທາງຫລາຍເສັ້ນ ເກີນກ່ວາທີ່ເຈົ້າໜ້າທີ ່ຈະສາມາດສະກັກກັ້ນໄດ້ ດັ່ງທີ່ເຈົ້າ ໜ້າທີ່ລາວທ່ານນີ້ໄດ້ກ່າວວ່າ:

(ສຽງ) "ທາງການກໍມີການປາບປາມ ຢູ່ແຂວງເຮົາ ກໍມີກອງຕຣວດປາບປາມ ເຂົາເຈົ້າເຮັດໜ້າທີ່ ບາງຄັ້ງ ກໍມີການຢຶດໄດ້ຢາເຮໂຣອີນ ແລະຢາບ້າ."

ເຈົ້າໜ້າທີ່ລາວວ່າ ມີການປະຊຸມກັນເລື້ອຍໆກັບເຈົ້າໜ້າທີ່ຝ່າຍປາບປາມຂອງໄທ. ແຕ່ລະຄັ້ງນັ້ນ ກໍໄດ້ແລກປ່ຽນ ຂ່າວສານໃຫ້ກັນ. ບາງກໍຣະນີ ກໍຮູ້ທີ່ມາຂອງຢາ ລ່ວງໜ້າກ່ອນຈະຈັບໄດ້.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.