ການສໍາຣວດ ແລະສໍາພາດ ຊາວມົ້ງລາວ ຫ້ວຍນໍ້າຂາວ ສໍາເຣັດໄປແລ້ວ 70 ເປີເຊັນ ແລະຄາດວ່າ ຈະເສັດສີ້ນໃນໄວໆນີ້


2008.01.25

ຊາວມົ້ງລາວ ໃນເຂດບ້ານຫ້ວຍນໍ້າຂາວ ແຂວງເພັດສະບູນ ຂອງໄທ ເວົ້າວ່າ ເຈົ້າໜ້າທ ີ່ທະຫານ ໄດ້ສໍາພາດ ແລະສໍາຣວດ ຄວາມຄິດເຫັນ ຊາວມົ້ງລາວ ທີ່ຫ້ວຍນໍ້າຂາວ 7 ພັນກວ່າຄົນ ໄກ້ຈະເສັດສີ້ນແລ້ວ ຊຶ່ງເຮັດໃຫ້ ພວກເຂົາເຈົ້າ ຢ້ານກົວວ່າ ຈະຖືກສົ່ງກັບລາວ ໃນອີກບໍ່ນານນີ້ ຕາມຂໍ້ຕົກລົງ ຣະຫວ່າງ ທາງການລາວ ກັບໄທ. ຊາວມົ້ງລາວ ທີ່ຫ້ວຍນໍ້າຂາວ ຜູ້ນຶ່ງໃຫ້ຣາຍລະອຽດ ກ່ຽວກັບບັນຫານີ້ວ່າ:

(ສຽງ) "ແຕ່ວ່າ ດຽວນີ້ໝົດ 70 ເປີເຊັນ ແລ້ວ ເພິ່ນເວົ້າວ່າ ການສໍາພາດ ຈະທໍາດ້ວຍມະນຸດສະທໍາ ແຕ່ວ່າ ກະວ່າເຄີ່ງເດືອນ ກໍຈະໝົດແລ້ວລະ ດຽວນີ້ສໍາພາດໝົດໄປ 5 ກຸ່ມ ຍັງແຕ ່2 ກຸ່ມ."

ເຈົ້າໜ້າທີ່ ທະຫານໄທ ໄດ້ສອບຖາມປະວັດເບື້ອງຕົ້ນ ຂອງຊາວມົ້ງລາວນັ້ນ ວ່າບ້ານເດີມ ຢູ່ໃສ ມາຈາກປ່າ ຫລືວ່າເມືອງໃດ ໜີເຂົ້າໃທດ້ວຍເຫດຜົນອັນໃດ ມີອັນຕະຣາຍແທ້ຫລືບໍ່. ພ້ອມກັນນັ້ນ ກໍມີການຖ່າຍຮູບ ແລະແປະໂປ້ ແຕ່ລະຄົນ.

ຂະນະນີ້ ໄດ້ສໍາພາດໄປແລ້ວ 5 ກຸ່ມ ຍັງເຫລືອອີກ 2 ກຸ່ມ. ໃນຣະຫວ່າງການສໍາພາດ ເຈົ້າໜ້າທີ່ທະຫານ ຈຸລະປະມານ 5 ຫາ 7 ຄົນ ເປັນຜູ້ລົງສໍາຣວດ ແລະບັນທຶກ ໂດຍບໍ່ມີການ ບີບບັງຄັບໃດໆ. ໃນການສໍາຣວດນັ້ນ ທາງເຈົ້າໜ້າທີ່ທະຫານ ບອກວ່າ ເຮັດໄປດ້ວຍຄວາມຈີງໃຈ ແລະຄໍານຶງເ ຖີງຫລັກມະນຸດສະທໍາ. ແຕ່ເຖີງແນວໃດ ຊາວມົ້ງລາວ ກໍຍັງສະແດງ ຄວາມວິຕົກກັງວົນຢູ່. ດັ່ງຊາວມົ້ງລາວຜູ້ດຽວກັນນີ້ ເວົ້າຕໍ່ໄປວ່າ:

ຈະເຮັດໃຫ້ພວກເຮົາ ໄດ້ຢ້ານກົວ ການສໍາພາດ ຄັ້ງນີ້ ບໍ່ໄປສໍາພາດ ກໍບໍ່ໄດ້ ໄປສໍາພາດ ກໍບໍ່ດີ ຂໍໃຫ້ ທຸກໆອົງການ ນາໆຊາດ ຈັບຕາເບີ່ງ ແລະ ຍື່ນມືມາຊ່ວຍ ພວກຂ້າດ້ວຍ.

(ສຽງ) "ຈະເຮັດໃຫ້ພວກເຮົາໄດ້ຢ້ານກົວ ການສໍາພາດຄັ້ງນີ້ ບໍ່ໄປສໍາພາດກໍບໍ່ໄດ້ ໄປສໍາພາດກໍບໍ່ດີ ຂໍໃຫ້ທຸກໆອົງການນາໆຊາດ ຈັບຕາເບີ່ງ ແລະຍື່ນມືມາຊ່ວຍ ພວກຂ້າດ້ວຍ."

ອີງຕາມຂໍ້ຕົກລົງລາວ-ໃທ ແລ້ວແມ່ນວ່າ ພວກເຂົາເຈົ້າ ຈະຖືກສົ່ງກັບ ພາຍໃນ ປີ 2008 ນີ້. ການເກັບກໍາຂໍ້ມູນ ກ່ຽວກັບຊາວມົ້ງລາວ ຫ້ວຍນໍ້າຂາວ ເທື່ອນີ້ບໍ່ເປັນເທື່ອທໍາອິດ ແຕ່ກໍເປັນເທື່ອທໍາອິດ ທີ່ມີການ ເກັບກໍາຂໍ້ມູນ ດ້ວຍການໄຊ້ compute -ບັນທຶກ.

ນອກຈາກນັ້ນ ຍັງມີການຂັດເລືອກ screening ຊາວມົ້ງລາວ ຜູ້ອາດປະເຊີນກັບ ໄພອັນຕຣາຍ ຫາກຖືກສົ່ງກັບນັ້ນ ໄປພ້ອມໆກັນ ເພື່ອສ້າງຄວາມໝັ້ນໃຈວ່າ ຜູ້ທີ່ຢູ່ໃນສະພາບ ທີ່ຊ່ຽງແທ້ໆນັ້ນ ກໍຈະມີການພິຈາຣະນາ ບໍ່ສົ່ງກັບ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.