ແຂວງບໍ່ແກ້ວ ກໍາລັງລໍຖ້າ ການຮັບຮອງ ຈາກຣັດຖະບານ ເພື່ອທີ່ຈະປະກາດ ໃຫ້ປ່າສະຫງວນເຂດ ນໍ້າຄານ ຂອງແຂວງ ເປັນເຂດປ່າສະຫງວນ ແຫ່ງຊາດ


2008.03.07

ແຂວງບໍ່ແກ້ວ ເປັນເຂດແຂວງທີ່ມີຄວາມອຸດົມສົມບຸນ ທາງຊັບພະຍາກອນປ່າໄມ້ ແຕ່ປັດຈຸບັນ ຍັງບໍ່ທັນມີການຈັດຕັ້ງປະຕິບັດ ໂຄງການປົກປັກຮັກສາຊັບພະຍາກອນ ທີ່ເໝາະສົມແຕ່ຢ່າງໃດເທື່ອ. ດັ່ງນັ້ນທາງແຂວງ ຈຶ່ງໄດ້ຂໍໃຫ້ມີການ ຍົກຣະດັບປ່າສະຫງວນຂອງແຂວງ ຂຶ້ນເປັນປ່າສະຫງວນແຫ່ງຊາດ. ເຈົ້າໜ້າທີ່ຂະແໜງການປ່າໄມ້ແຂວງບໍ່ແກ້ວ ກ່າວກ່ຽວກັບເລື່ອງນີ້ວ່າ:

(ສຽງ) "ມີແຕ່ໂຕນໍ້າຄານ ເປັນຂອງແຂວງເນາະແຕ່ກ່ອນ ແລະຕອນທ້າຍປີ07 ທາງເຮົາກໍໄດ້ ໄປປຶກສາກັບທາງແຂວງ ຂໍຄວາມເຫັນ ກໍເລີຍໄດ້ເຮັດໜັງສື ໄປທາງກົມ ທາງກະຊວງວ່າ ຈະໃຫ້ເປັນປ່າສະຫງວນ ແຫ່ງຊາດແຕ່ວ່າ ເພິ່ນກໍຍັງບໍ່ໃຫ້ຄໍາຕອບ ມາເທື່ອ."

ປ່າສະຫງວນນໍ້າຄານ ມີເນື້ອທີ່ທັງໝົດ 136ພັນເອັກຕາຣ ຖືເປັນປ່າສະຫງວນທີ່ຢູ່ໃນຄວາມດູແລຂອງແຂວງບໍ່ແກ້ວ ມາເປັນເວລານານ ຊຶ່ງໄລຍະຜ່ານມາ ທາງການກໍຕ້ອງໄດ້ປະເຊີນກັບບັນຫາ ໃນການດູແລຮັກສາຊັບພະຍາກອນປ່າໄມ້ ທີ່ກວ້າງໃຫຍ່ດັ່ງກ່າວ.

ດັ່ງນັ້ນ ຈຶ່ງມີການປຶກສາຫາຣືກັນ ເພື່ອສະເນີຂໍໃຫ້ຍົກຣະດັບປ່າສະຫງວນ ດັ່ງກ່າວຂຶ້ນເປັນປ່າສະຫງວນແຫ່ງຊາດ ຊຶ່ງຈະເຮັດໃຫ້ມີຄວາມສາມາດ ປົກປັກຮັກາໄດ້ດີຂຶ້ນ ແລະທາງແຂວງກໍຫວັງວ່າ ຈະໄດ້ຮັບການຕອບສະໜອງຈາກທາງສູນກາງ. ທ່ານກ່າວຕໍ່ໄປວ່າ:

(ສຽງ) "ຄັນວ່າບໍ່ໄດ້ຂຶ້ນ ມັນກໍຊິຍາກໃນການລົງທຶນ ເພາະວ່າບໍ່ມີແຫລ່ງສິເອົາທຶນມາໄຊ້ ໃນການປົກປັກຮັກສາ ຕາມຈິດໃຈຂອງເພິ່ນກໍຢາກຈະໃຫ້ເປັນຂອງຊາດ ແລ້ວກໍສິໄດ້ມີການຍາດເຫຍີງເນາະ."

ຕາມຂໍ້ມູນປີ 2002 ສປປລາວມີປ່າສະຫວງນແຫ່ງຊາດ ທັງໝົດ 20ແຫ່ງຊຶ່ງກະຈາຍກັນຢູ່ ໃນແຂວງຕ່າງໆທົ່ວປະເທດ. ແຕ່ເນື່ອງຈາກສະພາບປ່າໄມ້ຂອງລາວ ຍັງມີການລັກລອບຕັດເພື່ອສົ່ງອອກ ຂາຍໄປຕ່າງປະເທດ, ມີການຂຸດຄົ້ນໄມ້ຈາກໂຄງການກໍ່ສ້າງ ຂະໜາດໃຫຍ່ຕ່າງໆ ໃນໄລຍະຫລາຍປີ ທີ່ຜ່ານມາ ເຮັດໃຫ້ປະເມີນວ່າປັດຈຸບັນ ພື້ນທີ່ປ່າໄມ້ຂອງລາວ ອາດຍັງເຫລືອ ບໍ່ຮອດ40ສ່ວນຮ້ອຍ ໃນປັດຈຸບັນ.

ມະນີຈັນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.