ກົດຫມາຍທີ່ດິນໃນລາວ ຍັງຕ້ອງການຂໍ້ມູນເພີ້ມ

ກົດຫມາຍ ວ່າດ້ວຍ ກັມມະສິດ ການໃຊ້ທີ່ດິນ ຂອງນັກລົງທຶນ ຕ່າງຊາດ ໃນລາວ ຍັງບໍ່ສາມາດ ນໍາໃຊ້ໄດ້ ຍັງຕ້ອງການ ລາຍລະອຽດ ເພີ້ມເຕີ່ມ.
ສິດນີ
2010.05.12

ຫລັງຈາກສະພາ ໄດ້ຜ່ານມະຕິ ຮັບຮອງກົດຫມາຍ ໃຫ້ນັກລົງທຶນ ຕ່າງຊາດມີສິດ ນຳໃຊ້ທີ່ດີນ ໃນການ ສັມປະທານພື້ນທີ່ ບາງແຫ່ງ ໃນລາວໄປແລ້ວ ແຕ່ໃນພາກ ປະຕິບັດຕົວຈິງ ກົດຫມາຍດ່ັງກ່າວ ຍັງບໍ່ສາມາດ ປະຕິບັດໄດ້ ເນື່ອງຈາກວ່າ ຕ້ອງການລາຍລະອຽດ ເພີ້ມເຕີ່ມ ໃນການບັງຄັບໃຊ້ ຈຶ່ງຈະສາມາດ ປະຕິບັດໄດ້. ດັ່ງເຈົ້າຫນ້າທີ່ ສົ່ງເສີມການລົງທຶນ ກະຊວງແຜນການ ການລົງທຶນ ສປປລາວ ທີ່ນະຄອນຫລວງ ວຽງຈັນ ທ່ານນຶ່ງເວົ້າວ່າ:

"ຍັງຢູ່ໃນລາຍ ລະອຽດ ປະຕິບັດຢູ່ ດ້ານຫລັກການ ອະນຸມັດແລ້ວ ແຕ່ໃນລາຍລະອຽດ ມັນປະຕິບັດ ບໍ່ໄດ້ ຕ້ອງມີ ລາຍລະອຽດ ການເພີ້ມເຕີ່ມກ່ອນ ມັນຕ້ອງມີບົດ ສະເພາະ ອະທິບາຍລະອຽດ ກຳລັງຄົ້ນຄວົ້າຢູ່ ກຳລັງດຳເນີນ ການຢູ່".

ທ່ານກ່າວຕໍ່ໄປວ່າ ບົດສະເພາະ ອະທິບາຍ ລາຍລະອຽດ ກ່ຽວກັບກົດຫມາຍ ອະນຸຍາດ ນັກລົງທຶນຕ່າງຊາດ ມີສິດ ໃຊ້ທີ່ດີນ ໃນລາວນັ້ນ ຕ້ອງໄດ້ໃຊ້ເວລາ ໃນການ ຄົ້ນຄວົ້າ ຫາຂໍ້ມູນເພີ້ມເຕີ່ມ ຍ້ອນວ່າກົດຫມາຍ ດັ່ງກ່າວຍັງມີ ຫລາຍປະເດັນທີ່ ຈະຕ້ອງແກ້ໄຂ ໂດຍສະເພາະເນື້ອ ໃນຂອງກົດຫມາຍ ກັບສະພາບຄວາມ ເປັນຈິງໃນ ປັດຈຸບັນ ຍັງບໍ່ສອດຄ່ອງ ກັນເທົ່າທີ່ຄວນ ຈຶ່ງຕ້ອງມີການ ຄົ້ນຄວົ້າ ແລະແກ້ໄຂເພີ້ມເຕີ່ມ. ທ່ານກ່າວເພີ້ມອີກວ່າ:

"ມັນຈະກ່ຽວພັນ ໃນສ່ວນອຶ່ນໆ ທີ່ຕ້ອງໄດ້ປັບປຸງ ຄຽງຄູ່ກັນໄປ ມັນເຣື້ອງກົດຫມາຍ ກ່ຽວຂ້ອງ ກົດໝາຍກັມມະສິດ ກົດຫມາຍຕ່າງໆ ຍັງຫລາຍກົດຫມາຍ ຕ້ອງໃຊ້ ເວລາຕຶ່ມ".

ກົດຫມາຍວ່າດ້ວຍ ກັມມະສິດການ ໃຊ້ທີ່ດີນໃນລາວ ຂອງນັກລົງທຶນ ຕ່າງຊາດ ໄດ້ຜ່ານສະພາ ແບບເປັນຫລັກການ ມາແລ້ວ ແຕ່ຕ້ອງການ ການດັດແປງໃຫມ່ ເພື່ອໃຫ້ສອດຄ່ອງ ກັບນະໂຍບາຍ ການພັທນາເສຖກິດ ຂອງຣັຖບານ ໃນການຫລຸດຜ່ອນ ສະພາບຄວາມທຸກຍາກ ຂອງປະຊາຊົນລາວ ໃນທົ່ວປະເທດ. ກົດຫມາຍດັ່ງກ່າວ ຍັງບໍ່ຖືກ ປະຕິບັດ ຢ່າງຈິງຈັງ ຈາກນັກລົງທຶນ ຕ່າງຊາດ ໃນບາງພື້ນທີ່ ແລະບາງກໍຣະນີ ທີ່ຈະໃຫ້ຜົລປໂຍດ ແກ່ຄົນລາວ ໂດຍທົ່ວໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.