ສະມາຊິກສະພາ ວິຈານ ຄ່ານ້ຳປະປາ
2009.07.08
ມື້ວັນທີ12 ຂອງກອງປະຊຸມ ສະພາແຫ່ງຊາດ ສະມາຊິກສະພາ ໄດ້ຍົກບັນຫາ ການຂື້ນຄ່ານ້ຳ ປະປາທີ່ເປັນ ທີ່ສົນໃຈຂອງ ປະຊາຊົນ ຂື້ນມາສົນທະນາ.
ສະມາຊິກສະພາ ເຫັນວ່າຣັຖບານ ຄວນເປີດໂອກາດ ໃຫ້ປະຊາຊົນ ມີສ່ວນຮ່ວມ ແລະມີຄວາມ ຮູ້ກ່ຽວກັບ ສຖານະການນ້ຳ ຂອງປະເທດ ກ່ອນຈະຕັດສີນໃຈ ຂື້ນຣາຄາ ນ້ຳປະປາ ດັ່ງ ຍານາງ ສຸວັນເພັງ ບຸບຜານຸວົງ ສະມາຊິກ ສະພາເຂດ1 ນະຄອນຫລວງ ວຽງຈັນ ເວົ້າໃນຕອນ ນຶ່ງວ່າ:
“ຕ້ອງມີຂັ້ນຕອນ ຢັ່ງສຽງຂອງ ປະຊາຊົນວ່າ ມັນໄດ້ບໍ່ ຂື້ນສໍ່ານີ້ ເໝາະສົມບໍ່ ຟັງຫາງສຽງແລ້ວ ກໍຈຶ່ງມາ ຕັດສິນໃຈ ແລະພ້ອມກັບການ ໂຄສະນາເຜີຍແຜ່ ຄວາມສຳຄັນ ຂອງນ້ຳ ອັນນີ້ຕ້ອງໃຫ້ ປະຊາຊົນ ເຂົ້າໃຈກ່ອນຈະຂື້ນຣາຄາ ອັນນີ້ ຂ້າພະເຈົ້າ ຢາກໃຫ້ມີ ຂັ້ນຕອນນີ້ ຫລືຂຽນ ໃນກົດໝາຍນີ້.”
ທີ່ຜ່ານມາ ການຂື້ນຄ່າ ນ້ຳປະປາ ໂດຍບໍ່ໄດ້ແຈ້ງ ການລ່ວງໜ້າ ເຮັດໃຫ້ມີການ ວິພາກວິຈານ ໃນໝູ່ ປະຊາຊົນ ຢ່າງຫລວງຫລາຍ ເນື່ອງຈາກວ່າ ພວກຂະເຈົ້າ ບໍ່ເຂົ້າໃຈເຖິງ ເຫດຜົນທີ່ແທ້ຈິງ ໂດຍສະເພາະ ການຂື້ນຣາຄາ ໃນລະຍະທີ່ ພາວະເສຖກິດ ຝືດເຄືອງທັງ ຣາຄາສິນຄ້າ ແລະ ການບໍຣິການ ເຄັ່ງຕຶງ ໃນຂນະທີ່ລາຍຮັບ ຂອງປະຊາຊົນ ກໍບໍ່ໄດ້ເພີ້ມຂື້ນ ຈຶ່ງສ້າງຄວາມ ລຳບາກ ແລະບໍ່ພໍໃຈ ແກ່ປະຊາຊົນ ຢ່າງຫລວງຫລາຍ.
ກ່ຽວກັບເຣື້ອງນີ້ ສະມາຊິກສະພາ ເຫັນວ່າຄວນ ໃຫ້ຄວາມສຳຄັນ ແກ່ສຽງຈາກ ປະຊາຊົນ ແລະ ເປີດໂອກາດ ໃຫ້ພວກຂະເຈົ້າ ມີສ່ວນຮ່ວມ ນອກຈາກນັ້ນ ຍັງຮຽກຮ້ອງໃຫ້ ທາງການປັບປຸງ ການບໍຣິການ ນ້ຳປະປາ ໃຫ້ດີກ່ອນທີ່ຈະຂື້ນ ຣາຄາ ເພື່ອໃຫ້ ປະຊາຊົນ ຍອມຮັບການ ຕັດສີນໃຈຂອງ ຣັຖບານ ດັ່ງທ່ານ ບຸນຍົງ ກິ່ງສມອນ ສະມາຊິກ ສະພາ ເຂດ12 ແຂວງຄຳມ່ວນ ເວົ້າວ່າ:
“ໃນເມື່ອຣາຄາ ບໍ່ດີ ສະແດງວ່າ ການຈັດຕັ້ງການ ບໍຣິການ ນັ້ນບໍ່ດີ ກະແມ່ນກະມີສ່ວນ ແຕ່ວ່າພວກເຮົາ ສເນີ ຜ່ານມານີ້ນີ່ ໄດ້ປັບປຸງການ ຈັດຕັ້ງດີແລ້ວບໍ່ ພວກເຮົາຈຶ່ງສເນີ ໃຫ້ຣັຖບານ ຂື້ນຣາຄາໄດ້.”
ເຖິງຢ່າງໃດກໍຕາມ ພາກຣັຖມີສິດ ທີ່ຈະປັບປຸງ ການເກັບລາຍຮັບ ໂດຍບໍ່ໃຫ້ ຫລຸບທຶນ ຄືດັ່ງເມື່ອ ສອງປີຜ່ານມາ ພ້ອມທັງຍັງມີ ນະໂຍບາຍ ເພື່ອພັທນາ ຣະບົບນ້ຳປະປາ ໂດຍມີແຜນການ ໃຫ້ເອກກະຊົນ ເຂົ້າມາຮ່ວມ ລົງທຶນ ແລະຫລຸດ ອັຕຣາພາສີ ນຳເຂົ້າອຸປກອນ ກ່ຽວກັບນ້ຳປະປາ ເພື່ອສົ່ງເສີມຂຍາຍ ຣະບົບນ້ຳປະປາ ພາຍໃນປະເທດ.









