ຮ່າງດຳຣັດໃໝ່ ເພື່ອລາວນອກ ຢູ່ລາວໄດ້ດົນ

ທາງການລາວ ກຳລັງ ຮ່າງດຳຣັດ ອາດຈະອານຸຍາດໃຫ້ຄົນລາວຕ່າງປະເທດ ຜູ້ທີ່ໄປຢ້ຽມຢາມລາວ ສາມາດຢູ່ລາວໄດ້ ດົນກວ່າເກົ່າ.
ສິດນີ
2010.01.21

ຄົນລາວຢູ່ຕ່າງປະເທດ ອາດຈະມີຄວາມຊົມຊື່ນ ແລະ ຍີນດີ ທີ່ຖືກອະນຸຍາດ ໃຫ້ຢູ່ລາວໄດ້ ເປັນເວລາຍາວນານ ໃນການກັບເມືອຢ້ຽມຢາມ ບ້ານເກີດເມືອງນອນ ຂອງພວກຂະເຈົ້າ ອີງຕາມຂໍ້ຄວາມ ໃນດຳຣັດ ທີ່ຮ່າງໂດຍ ກະຊວງການຕ່າງປະເທດ ສປປລາວ ພແນກການພົວພັນ ກັບຕ່າງປະເທດ. ດຳຣັດ ດັ່ງກ່າວ ຣະບຸວ່າ ຄົນລາວຈາກ ຕ່າງປະເທດ ຜູ້ທີ່ກັບໄປຢາມ ບ້ານເກີດເມືອງນອນຂອງຕົນ ອາດຈະອະນຸຍາດ ໃຫ້ຢູ່ປະເທດໄດ້ 9 ເດືອນແທນທີ່ຈະເປັນ ພຽງແຕ່30ວັນ ໃນນາມ VISA ນັກທອ່ງທ່ຽວ ແຕ່ດຳຣັດສະບັບດັ່ງ ກ່າວຍັງບໍ່ທັນແນ່ນອນເທື່ອ. ຮ່າງດຳຣັດ ຍັງຈະສົ່ງໃຫ້ຣັຖບານ ເພື່ອການອະນຸຍາດ ໃນການປະຕິບັດໃຊ້.

ການກະທຳດັ່ງກ່າວ ຂອງຣັຖບານລາວ ກໍ່ເພື່ອຊັກຊວນ ໃຫ້ຄົນລາວ ຈາກຕ່າງປະເທດ ກັບມາລາວ ເພື່ອມີສ່ວນຮ່ວມ ໃນການສ້າງສາ ແລະ ພັທນາ ປະເທດຊາດ. ກ່ຽວກັບດຳຣັດ ການລົງທືນ ຮອງຫົວຫນ້າກົມຕ່າງປະເທດ ປະຈຳສະພາແຫ່ງ ຊາດລາວ ທ່ານນື່ງເວົ້າວ່າ:

"ໂອໂຕນີ້ ເພີ່ນກຳລັງປັບປຸງໃຫມ່ ຕອນນີ້ເພີ່ນເອົາຜ່ານ ກອງປະຊຸມສະພາເຮົາເນາະ ແຕ່ມີບາງອັນຕ້ອງ ໄດ້ປັບປຸງໃຫມ່ ເພີ່ນບໍ່ທັນປະກາດໃຊ້ເທື່ອ ມັນມີຫລາຍໆຢ່າງ ເພາະວ່າ ມັນມີບາງອັນຕ້ອງໃຊ້ ຄວາມອະອຽດອ່ອນ ເບີ່ງຄືນຕື່ມ".

ນອກຈາກນັ້ນ ຮ່າງດຳຣັດ ຍັງໄດ້ແນະນຳ ໃຫ້ສິດທິການ ເປັນເຈົ້າຂອງທີ່ດີນ ບ້ານເຮືອນໃນລາວ ຮ່ວມດ້ວຍການສະສາງ ກົດຣະບຽບຕ່າງໆ ໃຫ້ແກ່ພວກຂະເຈົ້າ ຖ້າເຂົາມາແຕ່ງ ງານກັບຄົນລາວ. ຕາມຮ່າງດຳຣັດ ລາວນອກ ຜູ້ທີ່ຈະມາລົງທືນ ໃນລາວຈະໄດ້ ຮັບຜົລປໂຍດ ໃນການຫລຸດຜ່ອນ ພາສີໃຫ້ ດຳຣັດດັ່ງກ່າວ ຄາດການວ່າ ໃນປັດຈຸບັນ ມີຈຳນວນລາວນອກ ຢູ່ຕ່າງປະເທດ ປະມານ 60 ພັນກວ່າຄົນອາດຫລາຍກວ່ານັ້ນ.

ກ່ອນຫນ້ານີ້ ຄະນະກັມມະການສາມັນ ປະຈຳສະພາແຫ່ງຊາດລາວ ໄດ້ຜ່ານການດັດແປງ ກົດຫມາຍ ດຳຣັດ ສະບັບອື່ນອີກ ທີ່ກຳນົດ ການລົງທືນປະມານ 5 ແສນໂດລາ ແທນທີ່ຈະແມ່ນ 3 ແສນໂດລາ ທີ່ລາວນອກ ຈະສາມາດຊື້ທີ່ດີນ ບ້ານເຮືອນແລະ ທຳທຸຣະກິດໃນລາວ ໂດຍການໃສ່ຊື່ ຕົນເອງໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 21, 2010 07:28 AM

It's so sad when I've read this news. I don't understand why Lao PDR government still discriminate against Lao NOK. If I were a powerful person in the Lao PDR government I would have granted them DUAL CITIZENSHIPS in order for us to be able to reunite and build our nation together.

Anonymous
Jan 21, 2010 08:41 AM

ແມ່ນແລ້ວ ເພີ່ນເຮັດຖືກແລ້ວ!! ຖ້າໃຫ້ຢູ່ພຽງ 30 ວັນນັ້ນ ເງີນທີ່ຖື
ໄປຍັງບໍ່ທັນໜົດເທື່ອ ຕ້ອງຢູ່ອີກ 180 ວັນ.ຈື່ງໄດ້ຮີດ ໄດ້ໄຖ ຕາມ
ສະບາຍ !! ເງີນໃນຖົງ ກໍ່ຈະໜົດ ແລະ ຕ້ອງຮີດເອົາຈາກ VISA
or Mastercard ອີກ.

Anonymous
Jan 21, 2010 10:32 AM

I strongly urge Lao government; especially, whoever has full power putting this bill into law; please consider Lao Nok as our compatriots, do not discriminate against them because they are Laotians (KHON LAO) as well. If we'd like to reunite laotians from all over the world. Why don't we grant them DUAL CITIZENSHIP? Then they will joint us building our country to be one of the strongest nation in the world.

Anonymous
Jan 25, 2010 02:20 AM

As a Laotian Hmong American, I am strongly urged the Lao law makers to consider this bill and pass it without reservation. A lot of Laotians overseas want to come to Laos to invest and to help the GOL build the country using their expertise in a variety of fields. However, there are still problems: (1) mistrust b/ the GOL and Laotians overseas, especially if you are a Hmong; (2)rule of law=weak; (3) corruption+discrimination=common; (4)courts=not independent to enforce contract law, and etc. These problems make a person thinks twice before he/she decides to come to invest in Laos.

Anonymous
Jan 21, 2010 10:07 AM

LPDR is not something less than a beggar. Only want to get, never want to give. who ever want to invest in Lao is a stupid. Lao economic policy over Lao oversea never work. If you buy a land, soon they will accuse you of what ever crine against you to take away your property. who? will want to go and do business in Lao? Only Chinese and Vietnamese who politically override Lao can do any thing they want. Am I right folks?