ກອງປະຊຸມ ສໄມສາມັນ ຄັ້ງທີ 5 ຂອງສະພາ ແຫ່ງຊາຕ ຊຸດທີ 6

ປະທານ ອົງການ ກວດສອບ ແຫ່ງຣັຖ ເວົ້າວ່າ ການຄຸ້ມຄອງ ງົປມານ ແຫ່ງຣັຖ ຍັງມີ ການບົກຜ່ອງຫລາຍ ເຮັດໃຫ້ ມີການຮົ່ວໄຫລ ທຸກຣະດັບ.
ວຽງໄຊ ຣາຍງານ
2008.07.08

ໃນມື້ທຳອິດ ຂອງກອງປະຊຸມ ສໄມ ສາມັນ ຄັ້ງທີ່ 5 ຂອງສະພາແຫ່ງຊາຕ ໃນເຊົ້າວັນຈັນນີ້ ໃນຈຳນວນ ບຸກຄົນ ສຳຄັນ ທີ່ຂຶ້ນສເນີ ຣາຍງານ ຕໍ່ກອງປະຊຸມ ມີປະທານ ອົງການ ກວດສອບ ແຫ່ງຣັຖ ຮ່ວມຢູ່ດ້ວຍ. ເປັນທີ່ ໜ້າສັງເກດ ວ່າ ນອກຈາກ ຣາຍງານ ຢ່າງລະອຽດ ກ່ຽວກັບ ລາຍຮັບ ແລະ ລາຍຈ່າຍ ຂອງຣັຖແລ້ວ ທ່ານຍັງ​ໄດ້ ຍົກເອົາ ຂໍ້ຂາດຕົກບົກຜ່ອງ ໃນພາກ ປະຕິບັດ ຣະບຽບກົດໝາຍ ຊຶ່ງເຮັດໃຫ້ ຕົວເລຂ ທີ່ກະຊວງ ການຄັງ ແລະ ກົມກອງ ຮັບຜິດຊອບ ດ້ານການເກັບ ພາສີອາກອນ ຣາຍງານ ຂຶ້ນມາ ນັ້ນ ບໍ່ສອດຄ້ອງກັນ.

“ລາຍຮັບ ຊ່ວຍສາ ອາກອນ ຕາມບົດສລຸບ ແມ່ນໄດ້ 2,570.61 ຕື້ກີບ ແຕ່ຢູ່ ໃນບົດສລຸບ ຂອງ ທ່ານຣັຖມົນຕຣີ ວ່າການ ກະຊວງ ການເງິນ ຜັດວ່າ ໄດ້ 2,584.07 ຕື້ກີບ. ຖ້າເອົາ ບົດສລຸບ 2 ສບັບ ມາສົມທຽບ ແລ້ວເຫັນວ່າ ຜິດດ່ຽງກັນ 6.54 ຕື້ກີບ ກໍ່ໝາຍຄວາມວ່າ ບໍ່ທັນ ເປັນເອກພາບກັນ ທາງດ້ານຕົວເລຂ”

ນອກຈາກວ່າ ຣາຍ​ໄດ້ ທັງໝົດ ຈະບໍ່ນຳ ໄປເຂົ້າງົປມານ ຂອງຣັຖ ຕາມຣະບຽບກົດໝາຍ ແລ້ວ ຣາຍຈ່າຍ ຍັງເປັນໄປ ແບບຊະຊາຍ ໂດຍສະເພາະ ການຈ່າຍເງິນ ສຳຫລັບ ໂຄງການ ໃຫຍ່ເປັນເງິນ ຫລາຍຮ້ອຍລ້ານ ດອລລ້າ ໂດຍບໍ່ມີ ການປະມູນ ຈະແມ່ນ ໂຄງການກໍ່ສ້າງ ຫລື ໂຄງການ ຊື້ອຸປກອນ ຕ່າງໆ ກໍ່ດີ.

ສ່ວນ ການປະຕິບັດ ພັນທະ ຂອງຝ່າຍ ຣັຖວິສາຫະກິດ ກໍ່ບໍ່ສມໍ່າສເມີ ບໍ່ຄົບ ຕາມຣະດັບ ພັນທະ ຂອງພວກຕົນ ແລະ ບໍ່ເອົາໃຈໃສ່ ຕິດຕາມ ເກັບໜີ້ສິນ ທີ່ໂຄງຄ້າງຢູ່.

ທ່ານ ມ້ວນທ້າຍ ຣາຍງານ ໂດຍສ​ເນີ ວິທິແກ້​ໄຂ ຂໍ້ບົກຜ່ອງ ທີ່ກ່າວມາແລ້ວ ວ່າ

“ທຸກແຫລ່ງ ລາຍຮັບ ທີ່ເກັບໄດ້ ທັງສາຍ ຮັບວິຊາການ ຕ້ອງໄດ້ ມອບເຂົ້າງົປມານ ແຫ່ງຣັຖ ທັງໝົດ ແລະ ຕ້ອງປະຕິບັດ ຢ່າງເຂັ້ມງວດ ຕໍ່ພາກສ່ວນ ຫລື ບຸກຄົນ ທີ່ກະທຳຜິດ ຕໍ່ວິນັຍ ການເງິນ”

ກອງປະຊຸມ ສໄມ ສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາຕ ຊຸດທີ່ 6 ຈະດຳເນີນໄປ ຕັ້ງແຕ່ ວັນຈັນ ທີ່ 7 ກໍຣະກະດາ ໄປຮອດ ວັນທີ່ 26 ກໍຣະກະດາ ນອກຈາກ ມີການ ຖ່າຍທອດ ສົດທາງໂທຣະທັດ ແລະ ວິທຍຸ ແຫ່ງຊາຕລາວ ແລ້ວ ຍັງເປີດ ໂອກາດໃຫ້ ປະຊາຊົນ ສເນີ ຄວາມຄິດຄວາມເຫັນ ໄປຍັງ ກອງປະຊຸມໄດ້ ທາງຈົດໝາຍ ທາງ e-mail ແລະ ທາງໂທຣະສັພ ສາຍຕຣົງ ທີ່ບໍ່ຕ້ອງເສັຍຄ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.