ບໍຣິສັທສິງຄະໂປ ເຂົ້າມາລົງທຶນ ສົ່ງເສີມປູກຕົ້ນ ຢາສູບ ຢູ່ ແຂວງຫລວງພຣະບາງ


2008.01.30

ບໍຣິສັທສິງຄະໂປ ເຂົ້າມາລົງທຶນ ສົ່ງເສີມປູກຕົ້ນຢາສູບ ຢູ່ແຂວງ ຫລວງພຣະບາງ ໃນມູລຄ່າທັງໝົດ ປະມານ 8 ລ້ານ ດອລລາຣ໌ສະຫະຣັຖ.

ທ່ານ ສາຍສມອນ ຄົມທະວົງ ຮອງເຈົ້າແຂວງໆຫລວງພຣະບາງ ໄດ້ເປີດເຜີຽວ່າ: ທາງກາຣແຂວງຫລວງພຣະບາງ ໄດ້ອະນຸຍາຕ ໃຫ້ເອກກະຊົນ ສິງຄະໂປຣາຍໜື່ງ ເຂົ້າມາລົງທຶນ ສົ່ງເສີມປູກໃບຢາສູບ ຢູ່ໃນເຂຕແຂວງຫລວງພຣະບາງ ເພື່ອສົ່ງອອກເປັນ ສິນຄ້າ ແລະຄາດວ່າ ຈະປະສົບຜົລສຳເຣັຈ ເປັນຢ່າງດີ ເພາະຊາວບ້ານ ໃນຫລາຍພື້ນທີ່ ພາຍໃນແຂວງ ກໍເຄີຽປະສົບປະກາຣ ໃນດ້ານກາຣປູກຕົ້ນຢາ ນີ້ມາເປັນປະຈຳຢູ່ແລ້ວ ດັ່ງທີ່ທ່ານຮອງເຈົ້າແຂວງ ໄດ້ໃຫ້ກາຣອະທິບາຍ ກ່ຽວກັບເຣື່ອງນີ້ວ່າ:

(ສຽງ) “ບໍຣິສັທຂອງສິງຄະໂປນັ້ນ ແລ້ວມາຊຸກຍູ້ ໃຫ້ປະຊາຊົນປູກ ອະນຸຍາດ ເປັນທາງກາຣແລ້ວ ມີແຕ່ວ່າ ບຸກເບີກດີນ ທີ່ຈະຕັ້ງເປັນໂຮງງານ ແລະເວລານີ້ ເຂົາເຈົ້າກໍລົງໄປແລ້ວ ລົງໄປສູ່ບັນດາ ເມືອງຕ່າງໆ ເພື່ອເຣີ່ມເກັບຊື້ໃບຢາສູບ ທີ່ຊາວບ້ານມີ ປັຈຈຸບັນ ປະຊາຊົນປູກນັ້ນ ມັນມີມູລເຊື້ອຢູ່ແລ້ວ”

ເຈົ້າໜ້າທີ່ລາວ ດັ່ງກ່າວໄດ້ແຈ້ງເພີ່ມວ່າ: ທາງກາຣລາວ ໄດ້ອະນຸຍາຕ ໃຫ້ບໍຣິສັທ ສິງຄະໂປ ເຂົ້າມາລົງທຶນ ໃນຫວ່າງທ້າຍປີ 2007 ຜ່ານມາ ໃນລັກສະນະ Contract Farming ໃນຣະຍະ 30 ປີ ທີ່ຕົກເປັນມູລຄ່າ ທັງໝົດ ປະມານ 8 ລ້ານ ດອລລາຣ໌ ສະຫະຣັຖ ຊື່ງແມ່ນທາງບໍຣິສັທ ເປັນຜູ້ໃຫ້ແນວພັນ ຢາສູບ ຕລອດ ຮອດກາຣອົບຮົມ ດ້ານເທຄນິຄ ວິຊາກາຣຕ່າງໆ ເພື່ອຊ່ວຍຊາວບ້ານ ຂຍາຍພື້ນທີ່ກາຣປູກ ໂດຽແມ່ນທາງ ບໍຣິສັທ ເປັນຝ່າຍຮັບຊື້.

ພ້ອມດຽວກັນນີ້ ທາງບໍຣິສັທ ກໍມີກາຣກໍ່ສ້າງ ໂຮງອົບຢາສູບຂື້ນ ແບບຄົບວົງຈອນ ຢູ່ແຂວງຫລວງພຣະບາງ ກ່ອນທີ່ຈະສົ່ງ ອອກຂາຍຕ່າງປະເທດ.

ເຖີງຢ່າງໃດກໍຕາມ ໃນເວລານີ້ ຍັງມີກາຣຊອກຫາພື້ນທີ່ ໃຫ້ເໝາະສົມເພື່ອສົ່ງເສີມ ໃຫ້ປະຊາຊົນ ປູກຕົ້ນຢາສູບ ດັ່ງກ່າວໃຫ້ມີຄຸນນະພາບ. ນອກຈາກນັ້ນ ທາງບໍຣິສັທຍັງມີ ໂຄງກາຣ ທີ່ຈະປູກໝາກເດືອຍ ໝາກໄມ້ ພືຊຜັກຕ່າງໆ ແລະກາຣລ້ຽງຄັ່ງນຳດ້ວຍ ເພື່ອສົ່ງເສີມ ໃຫ້ຊາວບ້ານ ມີຣາຍຫລາຍເພີ່ມຂື້ນ ໃນອະນາຄົດ.

ຫວາດ ສີມູນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.