ອຸປະທູດ Sweden ສແດງຄວາມເສັຽໃຈ ທີ່ຣັຖບານ Sweden ປິດສຖານທູດ ທີ່ ສປປລາວ


2008.01.29

ອຸປທູດ Sweden ສແດງຄວາມເສັຽໃຈ ທີ່ຣັຖບານ Sweden ປິດສຖານທູດ ທີ່ ສປປລາວ ການທຳງານ ກໍ່ຈະສີ້ນສຸດລົງ ໃນ ເດືອນ ສີງຫາ ປີນີ້.

ນາງ Annlist Aberg ອຸປທູດ ສວີເດນເວົ້າວ່າ ນາງຮູ້ສືກເສັຽໃຈ ທີ່ຈະມີການປີດສຖານທູດ ສວີເດນໃນລາວ ຄວນຈະໃຫ້ການຊ່ອຍເຫລືອ ຕໍ່ໄປຢ່າງນ້ອຍ 2-3 ປີ ເພາະ ສປປລາວ ເປັນປະເທດ ທີ່ທຸກຈົນ ປະເທດນື່ງໃນໂລກ ທີ່ຕ້ອງການການຊ່ອຍເຫລືອ ຈາກຕ່າງປະເທດ. ເລີ້ມຈາກເດືອນສີງຫາ ປີ 2008 ເປັນຕົ້ນໄປ ກິຈການຕ່າງໆ ທີ່ສຖານທູດ ສວີເດນ ກໍ່ຈະຖືກຢຸດຕິລົງ ໂຄງການຊ່ອຍເຫລືອຕ່າງໆ ຈາກ ອົງການ ສີດາ ຂອງ ສວີເດນ ທີ່ໄດ້ຊ່ອຍເຫລືອລາວ ມາແລ້ວ ກໍ່ຈະຖືກຢຸດຕິລົງເປັນ ຣະຍະ ໂຄງການ ທີ່ຍັງເຫລືອ ເວລາໃນການປະຕິບັດງານ ຢູ່ໃນບາງໂຄງການ ກໍ່ຈະໃຫ້ສີ້ນສຸດລົງ ໃນທີ່ສຸດ ດ້ວຍການເບີ່ງແຍງ ຂອງຫນ່ວຍງານຊົ່ງຄາວ.

ນາງວ່າ ນາງເສັຽໃຈ ທີ່ການຊ່ອຍເຫລືອລາວ ປະເພດຕ່າງໆ ຈາກປະເທດ ສວີເດນ ກໍ່ຈະສີ້ນສຸດລົງເຫມືອນກັນ. ສຳລັບຄວາມສຳພັນກັບ ສປປລາວນັ້ນ ຍັງຈະສືບຕໍ່ໄປ ເຊັ່ນການໃຫ້ ວີຊາ ໄປມາ ແລະບັນຫາ ທາງດ້ານການທູດ ຈະຍົກໃຫ້ເປັນພາຣະຂອງ ສຖານທູດ ສວີເດນ ທີ່ບາງກອກ ປະເທດໄທ ເປັນຜູ້ຮັບຜິດຊອບ.

ປະເທດ ສວີເດນ ໄດ້ໃຫ້ການຊອ່ຍ ເຫືລອ ສປປລາວ ມາເປັນເວລາ 30 ປີ ສ່ວນໃຫຍ່ ກໍ່ແມ່ນການຊ່ອຍເຫລືອ ທາງດ້ານ ການສືກສາ ການພທັນາ ໂຄງຮ່າງພື້ນຖານ ທາງດ້ານເສຖາກິດໃນລາວ ການປົກຄອງທີ່ດີ ແລະ ການພທັນາຊັພຍາກອນທັມມະຊາດ.

ເຫດຜົລທີ່ປະເທດ ສວີເດນປີດ ສຖານທູດຂອງຕົນທີ່ ສປປລາວ ຢ່າງນື່ງກໍ່ແມ່ນ ວ່າ ການປະຕິຮູບ ທາງກ້ານການປົກຄອງ ໃນລາວ ມີການຊັກຊ້າເກີນໄປ ນອກຈາກນັ້ນ ກໍ່ແມ່ນການຕັດຮອນ ໃນການຊອ່ຍເຫລືອ ຕ່າງປະເທດ ຊື່ງປະເທດ ສວີເດນ ມີຈຸດ ຈະຫັນແຜນການ ໃຫ້ຄວາມຊ່ອຍເຫລືອ ຈາກເອເຊັຽ ໄປໃສ່ປະເທດ ອາຟຣີກາ ຫລາຍກວ່າ ແລະໂຄງການຊອ່ບເຫລືອຕ່າງໆ ໃນຣະຍະທີ່ຜ່ານມາ ໃນຈຳນວນ 70 ປະເທດ ກໍ່ໄດ້ຕັດລົງ ຍັງເຫລືອແຕ່ 33 ປະເທດ ໃນປີ 2008.

ສິດນີ້ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.