ໄທ ຈະສືບຕໍ່ໄຫ້ການຊ່ວຍເຫລືອ ແລະລົງທຶນ ໃນສປປລາວ ຄ່ຽງຄູ່ກັນໄປ


2008.03.04

ທ່ານ ສະມັກ ສຸນທໍຣະເວດ ນາຍົກຣັຖະມົນຕຣີໄທ ໄດ້ກ່າວໃນ ລາຍການສົນທະນາ ປະຈຳສັປະດາ ກັບປະຊາຊົນ ທີ່ຖ່າຍທອດ ໃນໂທຣະທັດ ຊ້ອງ 11 ແລະວິທະຍຸ ກະຈາຍສຽງແຫ່ງຊາດຂອງໄທ ໃນຈຸດທີ່ກ່ຽວກັບການ ເດີນທາງໄປຢ້ຽມຢາມ ປະເທດລາວ ໂດຍສະເພາະ ດ້ານການລົງທຶນໃນ ສປປ ລາວ ໃນຕອນນຶ່ງວ່າ “ທ່ານ ມີຄວາມອອນຊອນນຳ ຊັພະຍາກອນ ທັມະຊາດ ຂອງລາວ ຈະວ່າດ້ານພະລັງງານ ເຂື່ອນຜລິດກະແສໄຟຟ້າ ກໍຄືກັບແຮ່ທາດ,

(ສຽງ) "ໃນຖານະເປັນນາຍົກຣັຖະມົນຕຣີ ໄດ້ນັ່ງເວົ້າຈາກັນຊົ່ວໂມງນຶ່ງ ແລະ ໄດ້ຮູ້ໃນສິ່ງທີ່ບໍ່ເຄີຽ ໄດ້ຮູ້ມາກ່ອນເລີຽ ຄື ສປປ ລາວ ເຂົາເປີດປະເທດ ໃຫ້ ຄົນໄປລົງທຶນ ແລະຄົນທີ່ລົງທຶນໃຫ່ຽທີ່ສຸດ ຫລາຍທີ່ສຸດ ຄືປະເທດໄທ ນະ ບໍ່ນ່າເຊື່ອນະ ບໍຣິສັດໃນປະເທດໄທ ລົງທຶນເປີດທຳເໝືອງແຮ່ເຫລັກ. ເຫັລກເມືອງໄທ ມີແຕ່ເປີດບໍ່ໄດ້ ເພາະເຫັນວ່າມັນນ້ອຍ, ທີ່ລາວມີມະຫາສານ ."

ທ່ານໄດ້ກ່າວເຖິງແຮ່ທາດຕ່າງໆ ທີ່ ປະເທດລາວ ມີຢ່າງມະຫາສານ, ໄດ້ເວົ້າເຖິງການລົງທຶນ ດ້ານພະລັງງານໄຟຟ້າ ໃນໂຄງການເຂື່ອນຕ່າງໆ ໃນລາວ.

ໃນດ້ານການສ້າງທາງຣົຖໄຟ ຈາກທ່ານາແລ້ງ ໄປຫານະຄອນຫລວງ ວຽງຈັນ ອີກ 9 ກິໂລແມດ ທີ່ທາງການລາວ ຕ້ອງການຢາກໃຫ້ສ້າງນັ້ນ ທ່ານວ່າ ສຳລັບໄທແລ້ວ ໄດ້ທັງນັ້ນ ບໍ່ມີບັນຫາ. ທ່ານໄດ້ເວົ້າເຖິງ ການສ້າງສະນາມບິນ ໃນແຂວງຈຳປາສັກ ທີ່ບໍຣິສັດໄທ ເປັນຜູ້ສ້າງ, ໄດ້ເວົ້າເຖິງການສ້າງຂົວຂ້າມ ແມ່ນໍ້າຂອງ ແຫ່ງທີ່ສາມ ລະຫ່ວາງນະຄອນພະນົມ ກັບເມືອງທ່າແຂກ ແຂວງຄຳມ່ວນຂອງລາວ ຊຶ່ງມີກຳນົດວາງສີລາເຣິກ ໃນການລົງມືສ້າງໃນມໍ່ໆນີ້, ແລະຂົວຂ້າມນ້ຳຂອງ ແຫ່ງທີສີ່ລະຫ່ວາງ ເມືອງຊຽງຂອງ ແຂວງຊຽງຮາຍ ແລະເມືອງຫ້ວຍຊາຍ ແຂວງບໍ່ແກ້ວຂອງລາວ.

ທີ່ນ່າຕື່ນເຕັ້ນທີ່ສຸດທ່ານວ່າ ໄດ້ໂອ້ລົມກັບ ນາຍົກຣັຖະມົນຕຣີ ຂອງລາວ ທ່ານ ບົວສອນ ບຸບຜາວັນ ກ່ຽວກັບ ການເຮັດເຂື່ອນ ກັ້ນນ້ຳຂອງ ເພື່ອຍົກລະດັບນ້ຳຂອງ ໃຫ້ສູງຂື້ນເຖິງ 18 ແມດ ຈາກທັມະດາ. ທ່ານບອກກັບຊາວໄທວ່າ ຄວາມໝັ້ນຄົງຂອງລາວ ກໍຄືຄວາມໝັ້ນຄົງ ຂອງໄທ ເພາະວ່າຍັງຫລາຍໂຄງການ ທີ່ໄທຈະຮ່ວມມືກັບລາວ ເພື່ອໃຫ້ສອງຝ່າຍໄດ້ຮັບຜົນປະໂຍດ. ທ່ານວ່າ ການໄປຢ້ຽມຢາມ ສປປ ລາວຄັ້ງນີ້ ນອກຈາກ ວຽກງານທາງການແລ້ວ ຍັງໄດ້ແວະໄປຮັປະທາອາຫານ ເຊົ້າຢູ່ໃນຕະລາດເຊົ້າ ຂອງລາວ ກ່ອນຈະແວະໄປ ໃຫ້ວພຣະທາດຫລວງ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.