ນະຄອນຫລວງວຽງຈັນ ຈັດພິທີ ບູຊາ ເພື່ອບູຣະນະ ປະຕິສັງຂອນ ວັດສີສະເກດ ຢ່າງເປັນທາງການ


2008.03.05

ນະຄອນຫລວງວຽງຈັນ ຈັດພິທີ ບູຊາ ເພື່ອບູຣະນະ ປະຕິສັງຂອນວັດ ສີສະເກດ ຢ່າງເປັນທາງການ ໃນວັນທີ 4 ມິນານີ້ ເນື່ອງຈາກວ່າ ອາຄານ ຕ່າງໆ ພາຍໃນວັດເກົ່າແກ່ຫລາຍເຖິງ 190 ປີເພື່ອໃຫ້ກັບຄືນ ສູ່ສະພາບເດີມ.

ທຶນທີ່ຈະໄຊ້ເຂົາໃນວຽກງານ ບູຣະນະນີ້ຈະໄດ້ມາຈາກພາຍໃນ ແລະຕ່າງປະເທດ. ກ່ຽວກັບໂຄງການ ບູຣະນະ ແລະປະຕິສັງຂອນນັ້ນ ຍານາງ ຈັນພອນ ໄຊຍະສາດ ຮອງຫົວໜ້າ ກົມມໍຣະດົກ ປະຈຳນະຄອນ ຫລວງວຽງຈັນໃຫ້ ລາຍລະອຽດວ່າ:

(ສຽງ) "ໂຄງຫລັງຄາບໍ່ ຍອດຊໍ່ຟ້າບໍ່ ຫລືວ່າສິມບໍ່ ຄືຈັ່ງຊັ້ນໝົດ ມັນເພພັງ ຈະຕ້ອງໄດ້ຊ່ອມແປງຄືນ ມັນມີມູນຄ່າ ລ້ານກ່ວາ ໂດລາ ສະຫະຣັຖນີ້ແຫລະ ເພິ່ນເຮັດຄ້າວໆ."

ການບູຣະນະ ປະຕິສັງຂອນວັດຄັ້ງນີ້ ແມ່ນນຳພາໂດຍ ກົມມໍຣະດົກໂລກ ແລະຄະນະ ອຳນວຍການ ກອງວິຊາການ ພິພິຕະພັນສະຖານໂບຮານ. ໃນພິທີບູຊາ ບູຣະນະ ປະຕິສັງຂອນ ນີ້ກມີເຈົ້າໜ້າທີ່ຂັນສູງຂອງລາວ ເຈົ້າໜ້າທີ່ທູຕະນຸທູດ ຈາກຕ່າງປະເທດ ຈຳນວນນຶ່ງ ແລະເຈົ້າໜ້າທີ່ ບໍຣິສັດເບັຽລາວເຂົ້າຮ່ວມນຳ. ໃນຈຳນວນ ທີ່ຕ້ອງບູຣະນະສ້ອມແປງ ນັ້ນທານອະທິບາຍວ່າ:

(ສຽງ) "ຈັ່ງວ່າວິຊາກາຈະກນົດ ບ່ອນໃດຊລຸດຫລາຍເອົາ ອັນນັ້ນກ່ອນ ກະໂຕສິມແຫລະ ຕົວເຈັຽມັນຢູ່ໃນຫັ້ນຫລາຍ ມັນຂີ້ ມັນອີ່ຫຍັງເຕັມ ມີປວກມີຫຍັງຫລາຍ ອາດຈະຊ່ອມອັນນັ້ນກ່ອນແຫລະ. "

ຕາມລາຍການ ທີ່ຈະສ້ອມແປງນັ້ນ ກໍມີໂຄງຫລັງຄາຊໍ່ຟ້າ ວັນແລນ ໄມ້ອົກໄກ່ ກອນແກ ປ້ານລົມ. ສຳລັບກະໂຕສິມ ຈະມີການໂບກຝາ ແອວຂັນ ຂັ້ນບັນໃດ ຮາວບັນໃດ ແລະອື່ນໆ.

ສົມເນ ຣາຍງານ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.