ຈ່າຍເງີນໃຕ້ໂຕະ ຈື່ງໄດ້ວຽກ ເປັນເຈົ້າຫນ້າທີ່ຣັຖ

ເຈົ້າຫນ້າທີ່ລາວ ທ່ານນື່ງ ເວົ້າວ່າ ການໃຊ້ເສັ້ນສາຍ ແລະຈ່າຍເງີນໃຕ້ໂຕະ ຈື່ງຈະໄດ້ເຮັດວຽກ ເປັນເຈົ້າຫນ້າທີ່ຣັຖ ໃນລາວ ໃນຕຳແຫນ່ງທີ່ສຳຄັນ.
ສິດນີ
2009.02.23

ໃນປັດຈຸບັນ ເຖີງແມ່ນວ່າ ຣັຖບານລາວຈະ ວາງມາຕການຢ່າງ ເຂັ້ມງວດ ປານໃດກໍ່ຕາມ ໃນການສອບເສັງ ເອົາພນັກງານຣັຖ ແຕ່ໃນສພາບ ຄວາມເປັນຈີງນັ້ນ ການ ໃຊ້ເສັ້ນສາຍແລະ ການຈ່າຍເງີນໃຕ້ໂຕະ ເປັນສີ່ງທີ່ແນ່ນອນ ກວ່າທີ່ຈະໄດ້ເຂົ້າ ເປັນພນັກງານຣັຖ ເປັນເຮື້ອງທີ່ຮັບ ຮູ້ກັນໃນສັງຄົມລາວ ໂດຍທົ່ວໄປ ດັ່ງນາງກ່າວໃນ ຕອນນື່ງວ່າ:

ຢາກໄດ້ຕຳແຫນ່ງໃດ ນາມສກຸນກັບ ໃຕ້ໂຕະ ກໍ່ມີແຮງເທົ່າກັນ ຮຸ່ງໃວ ຄົນອື່ນຕອ້ງສ້າງ ຄຸນງານຄວາມດີ 4-5 ປີ ກອ່ນຈະໄດ້ຂັ້ນນື່ງ ປະມານນີ້.

ນາງວ່າໃນສັງ ຄົມລາວໃນປັດຈຸບັນ ຄວາມແຕກຕ່າງຣະຫວ່າງ ຄົນລວຍກັບຄົນຈົນ ນັ້ນຖືວ່າມີຫລາຍ ລູກຫລານຜູ້ຮັ່ງມີ ນາມສກຸນໃຫຍ່ ຫລືມີຖານະ ທາງສັງຄົມສູງ ມີໂອກາດດີກ່ວາ ລູກຫລານຂອງຄົນ ທັມມະດາ ທີ່ຈະໄດ້ບັນຈຸ ເຂົ້າໃນຕຳແຫນ່ງທີ່ສຳຄັນ ຂອງຣັຖບານແລະ ກໍ່ໄດ້ຂັ້ນ ຢ່າງວອ່ງໃວ ຫລັງຈາກທີ່ໄດ້ ຮັບຕ່ຳແຫນ່ງໃວ ກວ່າພນັກງານຣັຖ ຄົນທັມມະດາ ສາມັນທີ່ໄຕ່ເຕົ້າ ມາເປັນເວລາ ຫລາຍປີ. ດ້ວຍເຫດຜົລດັ່ງກ່າວ ຈື່ງເຮັດໃຫ້ທາງການ ລາວຂາດພນັກງານ ຣັຖຜູ້ທີ່ມີ ຄວາມຮູ້ຄວາມ ສາມາດເພື່ອມາ ບໍຣີຫານງານ ໃນແຕ່ລະກະຊວງ ໂດຍສະເພາະ ກະຊວງທີ່ສຳຄັນ ໃນການເຈຣະຈາ ກັບຕ່າງປະເທດ.

ນາງກ່າວເພີ້ມອີກວ່າ:

ຮູ້ສືກແລ້ວ ກໍ່ມາເບັ່ງກ້າມໃສ່ກັນ ໃນຖານະທີ່ ເຮົາເປັນຣຸ້ນເອື້ອຍ ຣຸ້ນອ້າຍ ເຮົາມີປະສົບ ປະການກວ່າ ເວລາທີ່ເຂົາຈະ ໃຊ້ວຽກຂະເຈົ້ານີ້ ຂະເຈົ້າຈະບໍ່ແຄ ເຮົາສຸດທ້າຍ ວຽກມັນກໍ່ບໍ່ແລ່ນ.

ເຖີງຢ່າງໃດກໍ່ຕາມ ນາງວ່າ ໃນປັດຈຸບັນ ເຈົ້າຫນ້າທີ່ຣະດັບ ຜູ້ນ້ອຍຫລາຍຄົນ ຈາກຫລາຍພາກສ່ວນ ກໍ່ມີຄວາມນ້ອຍ ເນືອ້ຕ່ຳໃຈ ໃນການເຮັດວຽກ ໃຫ້ຣັຖທີ່ຂາດ ຄວາມສເມີພາບ ແລະຄວາມຍຸທ ຕິທັມ ໃນຫນ້າທີ່ການ ງານຂອງຕົນ ໂດຍສະເພາະ ໃນການເລື່ອນຊັ້ນ ຊື່ງຕ່ຳ ແຫນ່ງດີໆ ກໍ່ຈະຖືກກັກ ໃວ້ ສຳລັບຜູ້ທີ່ມີ ເສັ້ນສາຍ ຫລືສຳລັບການ ຊື້ຈ້າງ ຫລືບຸກຄົນທີ່ ເປັນສມາຊີກພັກ ຫລາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.