ບັນຫາການ ສໍ້ຣາສ-ບັງຫລວງ ໃນລາວ ທຸກວັນນີ້

ປະຊາຊົນລາວ ໃຫ້ຄວາມເຫັນວ່າ ປັນຫາການ ສໍ້ຣາສ-ບັງຫລວງ ໃນລາວ ຍັງມີຫລາຍຢູ່ຄືເກົ່າ ຍ້ອນວ່າບໍ່ມີການ ປະຕິບັດ ກົດໝາຍ ແລະກົດລະບຽບ ຕ່າງໆຢ່າງຈິງຈັງ ແຕ່ເຈົ້າໜ້າທີ່ ພາກຣັຖບາງຄົນ ໃຫ້ຄໍາເຫັນວ່າ ບັນຫາການ ສໍ້ຣາສ-ບັງຫລວງ ໃນລາວທຸກວັນນີ້ ຫລຸດຜ່ອນລົງແດ່ແລ້ວ ຍ້ອນວ່າມີຫນ່ວຍງານ ກວດສອບໃນແຕ່ລະແຂວງ.
ສົມເນ
2009.08.04

ກ່ຽວກັບເຣື້ອງນີ້ ປະຊາຊົນຄົນນຶ່ງ ຢູ່ແຂວງເຊກອງ ໄດ້ໃຫ້ສັມພາດວ່າ:

"ຄິດວ່າມັນຍັງຢູ່ຄືເກົ່າ ກໍຍັງມີຢູ່ ຍັງບໍ່ເຫັນວ່າອັນໃດ ທີ່ມັນດີເດັ່ນ ມັນກໍຍາກໜ້ອຍນຶ່ງ ຢູ່ລາວກົດໝາຍ ສໍ້ຣາສ-ບັງຫລວງ ເພິ່ນບໍ່ທັນໄດ້ໃຊ້ ມີແຕ່ເວົ້າໄປຊື່ໆ ຍັງບໍ່ທັນ ເອົາອອກມາໃຊ້ໄດ້ດີ ເພາະວ່າກົດໝາຍນີ້ ຜູ້ທີ່ຂຽນກົດໝາຍ ກໍຍັງຢັ້ງຢູ່ ຖ້າເອົາມາໃຊ້ ມັນກໍຊີ່ເປັນ ຄືອ່ວຍປາຍມີດ ໃສ່ຕົນເອງ"

ດັ່ງທີ່ທ່ານໄດ້ ກ່າວມານັ້ນວ່າ ກົດໝາຍຕໍ່ຕ້ານການ ສໍ້ຣາສ-ບັງຫລວງ ໃນລາວມີຢູ່ ແຕ່ປະຕິບັດບໍ່ໄດ້ ປັນຫານີ້ຈຶ່ງຍັງ ມີຢູ່ຄືເກົ່າ. ໃນຂນະດຽວກັນ ເຈົ້າໜ້າທີ່ພາກຣັຖ ຈາກແຂວງສວັນນະເຂດ ໄດ້ຕອບຄໍາຖາມວ່າ ການສໍ້ຣາສ-ບັງຫລວງ ໃນລາວມີເພີ້ມຂື້ນ ຫລືວ່າຫລຸດລົງ ທ່ານກໍໃຫ້ຄວາມ ເຫັນວ່າຫລຸດລົງ ຫລັງຈາກ ຣັຖບານໄດ້ ເອົາມາຕການ ເຂັ້ມງວດຂື້ນ:

"ຄິດວ່າຫລຸດ ເພາະວ່າເພິ່ນໄດ້ ປັບປຸງມາເລື້ອຍໆ ບາງຄົນກໍໄດ້ອອກ ຈາກຣາຊການ ກໍອອກມາແນວນັ້ນ ເພິ່ນປັບໄປແນວນັ້ນ ເອີ້ນວ່າ ເພິ່ນເຮັດໃນຜ່ານມາ ເພິ່ນເອົາຈິງເອົາຈັງ ແລ້ວໃດ໋ ດຽວນີ້."

ໃນປີ2008 ຜ່ານມາອົງການ ເພື່ອຄວາມໂປ່ງໃສ ລະຫວ່າງປະເທດ ໄດ້ລາຍງານໂຕເລກ ຂອງປະເທດທີ່ມີ ການສໍ້ຣາສ-ບັງຫລວງ ຫລາຍທີ່ສຸດສໍາລັບ ປີ2007 ພົບວ່າ ສປປ ລາວ ເປັນປະເທດນຶ່ງ ທີ່ມີການ ສໍ້ຣາສ-ບັງຫລວງ ຫລາຍທີ່ສຸດຄືໄດ້ ຄະແນນ 1.9 ຕໍ່ຄະແນນເຕັມ 10ຄະແນນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.