ຮັຖບານລາວ ປັບປຸງ ພັທນາ ຊັພຍາກອນ ມະນຸດ

ຮັຖບານລາວມີການປັບປຸງ ການພັທນາ ຊັພຍາກອນ ມະນຸດ ໃນນວຍງານຕາງໆ ເພອບໃຫມີການຣັບ ສີນບົນ ເກີດຂນ.

ການຣັບສີນບົນ ຂອງພະນັກງານ ພັກ ຮັຖບານລາວ  ເປັນບັນຫາທີ່ຍັງ ບໍ່ມີທາ ທີວ່າ ຈະກຳຈັດ ໃຫ້ໝົດໄປ ຈາກສັງຄົມ ໄດ້ ຢ່າງງ່າຍດາຍ.   ດັ່ງນັ້ນ  ທາງຣັຖບານ ຈື່ງມີການ ປັບປຸງ ເລື້ອງການ ພັທນາ ຊັພຍາກອນ ມະນຸດ  ແລະທັງ ຣຽກຣ້ອງ ໃຫ້ພນັກງານ ພັກ-ຮັຖ ປະຕິບັດ ໜ້າທີ່ ການງານ ດ້ວຍຄວາມ ບໍຮິສຸດ. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ກ່ຽວຂ້ອງທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ເວົ້າວ່າ:

ດຽວນີ້ ຮັຖບານລາວ ມີການ ປັບປຸງຫລາຍ ປັບປຸງ ກ່ຽວກັບ ເລື້ອງການພັທນາ ຊັພຍາກອນ ມະນຸດ ພນັກງານຕ້ອງ ສັດຊື່ຕ້ອງເຮັດ ທຸກສີ່ງທຸກຢ່າງ ທີ່ພັກ ແລະ ຮັຖບານ ມອບໃຫ້ ເຣົາສິເຮັດ ແບບກອບໂກຍ ແບບຫຍັງຍາກ.

ບັນຫາ ການຣັບສີນບົນ ຢູ່ລາວ ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ທ່ານນີ້ແລ້ວ ແມ່ນວ່າ ຍັງຄົງມີຢູ່ ຕໍ່ໄປ ເພາະລາວ ເປັນປະເທດ ດ້ອຍພັທນາ  ແລະຍັງມີໂຄງ ການຕ່າງໆ ຂອງການຕ່າງ ປະເທດຫລາຍ ແຕ່ເຖິງແນວໃດ ທາງການລາວ ກໍໄດ້ອອກ ຮະບຽບການຕ່າງໆ ເພື່ອລົງໂທດ ພນັກງານ ທີ່ຣັບສີນບົນ ໂດຍຫວັງທີ່ຈະ ຊ່ວຍຈຳກັດໄດ້ ສ່ວນໃດສ່ວນນື່ງ ທ່ານກ່າວ ກ່ຽວກັບ ການລົງໂທດ ພນັກງານ ທີ່ມີການ ກວດສອບ ແລະພົບວ່າ ໄດ້ກະທຳຜິດ ຣັບສີນບົນນັ້ນ ໃນຕອນນື່ງວ່າ:

ເຣົາກໍເຮັດ ໜັງສືແຈ້ງ ການວ່າ ຜູ້ນີ້ ເປັນຄົນຜິດວິໃນ ແລະບໍ່ໃຫ້ ພາກສ່ວນນີ້ ຣັບເອົາ ກໍຖືວ່າ ເປັນຜົນ ສນອງທີ່ ເຣັດບໍ່ດີ ຄັນເຈົ້າ ເຮັດດີ ກໍດີໄປ ຕລອດ ຄັນເຈົ້າເຮັດ ບໍ່ດີກໍຕົກອັບ ດັ່ງນັ້ນ ເຣົາ ພຍາຍາມ ສ້າງຄົນ ໃຫ້ເປັນຄົນດີ ບໍ່ໃຫ້ຣັບ ສີນບອກ ສີນບົນ.

ແລະວ່າ ການຣັບສີນບົນ ຂອງພະນັກງານ ພັກ-ຮັຖ ສປປລາວ ເປັນບັນຫາ ຊື່ງທາງນ່ວຍງານ ທີ່ກ່ຽວຂ້ອງ ຈຳເປັນ ຕ້ອງໄດ້ ທຳການ ກວດສອບ ແລະຫາຂໍ້ມູນ ທແທ້ຈິງ ກ່ອນໜ້າ ຈະມີການລົງ ໂທດ ຜູ້ກະທຳຜິດ. 



2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org