ເຈົ້າຫນ້າທີ່ລາວ ໃຊ້ຣົຖ ແລະ ນ້ຳມັນຫລວງຢ່າງພຸມເພືອຍ
2009.02.20
ບັນຫາ ການໃຊ້ຣົຖຫລວງ ແລະນ້ຳມັນຫລວງ ຂອງເຈົ້າຫນ້າທີ່ຣັຖ ໃນລາວ ເປັນບັນຫາທີ່ ແກ້ໃຂບໍ່ໄດ້ ແລະກໍ່ປະຕິບັດ ກັນຢ່າງກວ້າງຂວາງ ໃນເວລານີ້ ໃນທຸກຣະດັບ ຜູ້ທີ່ມີສີດໃຊ້ ການໃຊ້ ສ່ວນໃຫຍ່ກໍ່ແມ່ນ ເພື່ອຜົລປະໂຍດ ຄອບຄົວຂອງຕົນເອງ ຫລາຍກວ່າ ບໍ່ແມ່ນວຽກ ທາງຣາຊການ ເຮັດໃຫ້ຣັຖບານ ຕ້ອງເສັຽງົບປະມານ ຢ່າງຫລວງຫລາຍ ໃນແຕ່ລະປີ ແທນທີ່ຈະມາ ສ້າງສາ ປະເທດຊາດ ດັ່ງເຈົ້າຫນ້າທີ່ ທ່ານນື່ງເວົ້າວ່າ:
ຣົຖປະຈຳ ຕ່ຳແຫນ່ງແລະ ກໍ່ມີນ້ຳມັນແບບ ມີຜູ້ຕິດຕາມເອົາ ໄປໃຊ້ໂດຍບໍ ແມ່ນວຽກຮວມກໍ່ ຂ້ອນຂ້າງຢາກຫລາຍ ມັນກໍ່ເປັນມາແຕ່ ໃດກໍ່ຄືວ່າ ແຫລະສວຍໂອກາດ ໄປໃຊ້ກໍ່ບໍ່ດີ ນັ້ນແຫລະ ກໍ່ຖືວ່າຜູ້ນຳ ກໍ່ບົກຜ່ອງຕໍ່ ຫນ້າທີ່ວຽກງານ.
ທ່ານວ່າ ທີ່ຜ່ານມາ ຣັຖບານ ກໍ່ອອກກົດຣະບຽບ ເພື່ອຄວບຄຸມການ ໃຊ້ຣົຖຣັຖ ແລະການເບີກນ້ຳ ມັນຫລວງ ໃນແຕ່ລະ ຫ້ອງການ ແຕ່ພາກ ປະຕິບັດຕົວ ຈີງນັ້ນ ບໍ່ມີປະສີດທິພາບ ເລີຍ ເພາະເຈົ້າຫນ້າທີ່ ຣັຖສ່ວນໃຫຍ່ ບໍ່ມີຣົຖສ່ວນຕົວ ຍ້ອນເງີນເດືອນນ້ອຍ ຕ້ອງອາສັຍຣົຖຫລວງ ເປັນຍານພາຫານະ ສົ່ງລູກໄປໂຮງຮຽນ ເອົາຄອບຄົວໄປ ຕລາດ ອອກໄປຕ່າງແຂວງ ຫລືທຳກິຈກັມ ປະເພດຕ່າງໆ ນອກຈາກນັ້ນ ກໍ່ເພື່ອສແດງ ອອກເຖີງກຽດສັກສີ ທີ່ຕົນມີຣົຖຫລວງ ແລະນ້ຳມັນຫລວງ ໃຊ້ແບບຟຣີໆ ໂດຍບໍ່ຄຳນື່ງເຖີງ ການເສັຽພາສີ ຂອງປະຊາຊົນ ແລະການຂໍງົບ ປະມານ ແຕ່ລະປີ ຈາກຕ່າງປະເທດ ຂອງຣັຖບານ.









