ການໃຊ້ ເສັ້ນສາຍ ພັກພວກ ເພື່ອເຂົ້າ ເຮັດວຽກໃນ ພາກສ່ວນ ຂອງຣັຖ ໃນລາວ
2009.02.24
ຕາມການເປີດເຜີຽ ຂອງນັກວິຊາການ ລາວຜູ້ທີ່ບໍ່ ປະສົງອອກຊື່ ທ່ານກ່າວວ່າການທີ່ບຸກຄົນໆ ນື່ງຈະຖືກຄັດ ເລືອກເຂົ້າເຮັດວຽກ ນໍາອົງການຂອງຣັຖ ແລະເອກະຊົນ ໃນສະພາບ ປັດຈຸບັນນີ້ ມັນຈໍາເປັນຕ້ອງ ມີຄົນຮູ້ຈັກ ກັນແດ່ມີແຕ່ ຄວາມຮູ້ຍັງບໍ່ພໍ ມັນຕ້ອງມີເສັ້ນ ມີສາຍຜູ້ໃຫ່ຽນໍາ ຍັງບໍ່ເທົ່ານັ້ນ ບາງກໍຣະນີ ກໍມີການຊື້ກັນ ດ້ວຍເງິນ ດ້ວຍຄໍາກໍມີ ບັນຫານີ້ຄື ກັນກັບໃນຫລາຍ ປະເທດທີ່ກໍາລັງ ພັດທະນາທົ່ວ ໄປໃນໂລກ ລະບົບສັງຄົມ ແບບນີ້ເຖິງແມ່ນ ວ່າສາກົນເຂົາ ບໍ່ຮັບຮູ້ກັນແລ້ວ ກໍດີແຕ່ວ່າຢູ່ໃນ ລາວແລະ ໃນປະເທດທີ່ ກໍາລັງພັດທະນາ ມັນເປັນເຣື້ອງທີ່ ຫລີກລຽງບໍ່ພົ້ນແລ້ວ.
ຖ້າວ່າເຮັດວຽກ ນໍາອົງການຕ່າງ ປະເທດນັ້ນກໍ ເປັນອີກເຣື້ອງນື່ງ ຄັນວ່າບໍ່ມີຄວາມຮູ້ ດ້ານພາສາແລະ ວິຊາສະເພາະ ແລ້ວ ເຂົາກໍບໍ່ຮັບເອົາ ການກໍາຈັດບັນຫາ ເສັ້ນສາຍອອກຈາກ ສັງຄົມຂອງລາວ ຄົງຈະແກ້ບໍ່ ໄດ້ງ່າຍໆ ເນື່ອງຈາກວ່າທາງ ຂັ້ນເທິງ ກໍ ສົ່ງເສີມໃຫ້ລູກ ຫລານຂອງຕົນໃຫ້ ມີໂອກາດໃນ ການເຂົ້າຮຽນເຂົ້າເຮັດການ ໃນການແບ່ງປັນ ຕໍາແນ່ງໜ້າທີ່ ໃຫ້ກັນ ມັນລົດເປັນລະບົບ ໂຄຕ້າໄປເລີຽ.
ໂອກາດດີໆທີ່ ຈະຕົກມາເປັນ ຂອງປະຊາຊົນ ທັມມະດາສາມັນ ນັ້ນເປັນໄປໄດ້ ນ້ອຍທີ່ສຸດ ເຖິງແມ່ນວ່າຈະ ມີຄວາມຮູ້ ຄວາມສາມາດ ປານໃດກໍຕາມ.
ທ່ານວ່າ ອັນນີ້ແມ່ນບັນຫາ ນື່ງທີ່ເຮັດໃຫ້ການ ພັດທະນາ ປະເທດຊາດກ້າວ ເດີນຊ້າລົງ.









