ຊັພສິນຂອງຄນະພັກຣັດ ບໍ່ເຄີຍມີການກວດສອບ

ເຈົ້າໜ້າທີ່ ຝ່າຍນິຕິບັນຍັດ ໃນລາວ ເວົ້າວ່າ ບໍ່ເຄີຽມີ ຮ່າງກົດໝາຍ ກວດກາຊັບສິນ ຂອງເຈົ້າໜ້າທີ ພັກແລະຣັຖ.
ສົມເນ
2010.11.01

ກົດຟັງສຽງ

ເຈົ້າໜ້າທີ່ຝ່າຍ ນິຕິບັນຍັດ ໃນລາວ ຢືນຢັນວ່າ ບໍ່ເຄີຽມີການ ຮ່າງກົດໝາຍກວດສອບ ຊັບສິນ ຂອງນັກການເມືອງ ຫລືພະນັກງານ ຂອງພັກແລະຣັຖ ໃນທຸກຂັ້ນ. ກົດໝາຍກວດສອບ ຊັບສິນ ຂອງເຈົ້າໜ້າທີ່ ເຄີຽໄດ້ນໍາມາ ສົນທະນາກັນ ໃນສະພາຫວ່າງ ປະມານ 2 ປີ ຜ່ານມານີ້ ແລະໜັງສືພິມ ຂອງທາງການລາວ ເຄີຽໄດ້ເວົ້າວ່າ ທາງພັກແລະຣັຖ ຢາກຈະເຣັດເປັນກົດໝາຍ ເພື່ອບັງຄັບໃຫ້ ເຈົ້າໜ້າທີ່ ຂອງພັກແລະຣັຖ ໂດຍສະເພາະ ເຈົ້າໜ້າທີ່ລະດັບສູງ ທີ່ມີຕໍາແຫນ່ງສໍາຄັນ ໃນວຽກງານຣັຖບານ ແຈ້ງລາຍໄດ້ ແລະ ມູນຄ່າຂອງຊັບສິນ ຂອງຕົນທີ່ໄດ້ມາ ໃຫ້ທາງພາກສ່ວນກ່ຽວຂ້ອງ ຮັບຮູ້ວ່າ ໄດ້ມາແບບຖືກຕ້ອງ ຫລືບໍ່, ແຕ່ປາກົດວ່າເຣື້ອງນີ້ ໄດ້ຈາງຫາຍໄປເລີຽ. ທາງເຈົ້າໜ້າທີ່ ຝ່າຍນິຕິບັນຍັດ ຂອງລາວ ໄດ້ຢືນຢັນວ່າ: "ເອີ້ບໍ່ມີ ລ່າງບໍ່ ບໍ່ລ່າງບໍ່ ບໍ່ເຄີຽຮູ້ເທື່ອ ບໍ່ມີຕີ້".

ຜ່ານມາທາງການລາວ ຕ້ອງການຢາກ ປະຕິຮູບ ການປົກຄອງ ໃຫ້ເປັນການປົກຄອງ ທີ່ດີ ປາສຈາກການ ທຸດຈະຣິດ ໂປ່ງໃສ ມີຄວາມຣັບຜິດຊອບ ແລະໃຫ້ສອດຄ່ອງ ກັບຂໍ້ກໍານົດ ຂອງປະເທດ ທີ່ໃຫ້ການຊ່ວຍເຫລືອ ທີ່ຕ້ອງການເຫັນລະບົບ ການປົກຄອງທີ່ດີ ເກີດຂື້ນຢູ່ໃນລາວ.

ການແຈ້ງຊັບສິນ ຂອງພະນັກງານ ພັກແລະຣັຖ ຂັ້ນອາວຸດໂສ ໃນວົງການຣັຖ ແລະລະດັບບໍຣິຫານ ປະເທດ ໃນຫລາຍປະເທດ ຮ່ວມທັງວຽດນາມ ກໍມີການປະຕິບັດກັນ ຫລາຍແລ້ວ ເພື່ອແກ້ໄຂບັນຫາ ສໍ້ຣາສບັງຫລວງ ໃນວົງການຣັຖບານ. ສ່ວນໃນ ສປປ ລາວ ກໍພຽງແຕ່ເວົ້າກັນຊື່ໆ. ປັດຈຸບັນນີ້ ປະຊາຊົນ ໃນນະຄອນຫລວງວຽງຈັນ ມັກສົນທະນາກັນ ເຣື້ອງສໍ້ຣາສບັງຫລວງ ຢ່າງເປີດແປນ ແຕ່ການ ສໍ້ຣາສບັງຫລວງ ກໍຍັງເປັນບັນຫາ ຊໍາເຮື້ອຢູ່ ບໍ່ມີພາກສ່ວນໃດ ສາມາດເອົາ ມາຕການໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.