ໂຄງການສ້າງເຂື່ອນ ດອນສະໂຮງ ແລະຜົນກະທົບ ຕໍ່ສະພາບແວດລ້ອມ

ການສ້າງເຂື່ອນ ດອນສະໂຮງ ຄວນຈະຄິດເຖິງ ຜົນກະທົບ ຂ້າມເຂດຊາຍແດນ ທີ່ອາດຈະມີຂື້ນ.
ໂພໄຊສວັດ
2009.09.01

ມູນນິທິ ຟື້ນຟູຊີວິດ ແລະທັມມະຊາດ ຫລື TERRA ຊີ້ແຈງໃຫ້ເຫັນວ່າ ໂຄງການສ້າງເຂື່ອນ ດອນສະໂຮງ, ໃນເຂດເມືອງໂຂງ ແຂວງຈຳປາສັກ ແລະ ໃນການສຶກສາ ຄວາມເປັນໄປໄດ້ ໃນການກໍ່ສ້າງ ຄວນຈະໄດ້ຮັບ ຄວາມຮ່ວມມື ຣະຫວ່າງ4ປະເທດ, ຊຶ່ງມີລາວ, ກໍາພູຊາ, ວຽດນາມ ແລະໄທ ເພື່ອປ້ອງກັນ ບັນຫາ ຜົນກະທົບ ຂ້າມເຂດຊາຍແດນ ທີ່ອາດຈະເກີດຂື້ນ. ດັ່ງເຈົ້າຫນ້າທີ່ໄທ ຜູ້ນຶ່ງ ໄດ້ອະທິບາຍວ່າ:

"ຄວນເອົາເຣື້ອງບັນຫາ ຜົນກະທົບ ຂ້າມເຂດຊາຍແດນ ມາໃຊ້, ແລ້ວກໍໃຫ້ເປັນ ການສຶກສາ ຮ່ວມກັນຂອງພາກ ປະຊາສັງຄົມ ໃນທັງ4ປະເທດ, ແລະບໍ່ຄວນຄິດ ວ່າບ່ອນຫັ້ນເປັນ ເຂດຂອງລາວ, ເປັນອະທິປະໄຕ ຂອງລາວທັງໝົດ ແບບນັ້ນ, ເພາະວ່າ ຣະບົບນິເວດວິທຍາ ມັນບໍ່ມີເຂດ ເສັ້ນພົມແດນແບ່ງກັ້ນ."

ທ່ານເວົ້າຕື່ມວ່າ ປັດຈຸບັນນີ້ ອົງການແມ່ນ້ຳຂອງ ສາກົນ (MRC) ກໍກຳລັງມີການ ຊຸກຍູ້ໃຫ້ມີ ກົດເກນມາຕການ ກ່ຽວກັບຜົນກະທົບ ຂ້າມເຂດຊາຍແດນ ໃນແມ່ນ້ຳ   ຂອງສາຍຫລັກ ຈາກໂຄງການພັທນາ ຕ່າງໆເຊັ່ນກັນ.

ໃນຂນະດຽວກັນ ກໍໄດ້ມີລາຍງານ ຈາກແຫລ່ງຂ່າວ ພະນົມເປັນໂປສຕ ມື້ວັນທີ28 ສິງຫາ2009 ຜ່ານມາວ່າ, ໂຄງການສ້າງເຂື່ອນ ດອນສະໂຮງ ຈະເຮັດໃຫ້ຊາວ ກຳພູຊາ ທີ່ອາສັຍຢູ່ຕາມ ແຄມຟັ່ງແມ່ນ້ຳຂອງ ພາກລຸ່ມ ຂາດແຄນອາຫານ, ຈຶ່ງຕ້ອງການໃຫ້ ມີການ ພິຈາຣະນາ ຢ່າງຮອບຄອບ ກ່ອນການກໍ່ສ້າງ. ດັ່ງເຈົ້າໜ້າທີ່ ຈາກມູນນິທິ ຟື້ນຟູຊີວິດ ແລະທັມມະຊາດ ໄດ້ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ມັນເປັນຊ່ອງທາງ ການອົພຍົບ ຂອງປາ ທີ່ສຳຄັນຈາກ ທະເລສາບຂອງຂເມນ ຂື້ນໄປທາງເທິງ ຖ້າໄປສກັດກັ້ນ ແທ້ກໍຈະໄປ ຫລຸດຄວາມ ອຸດົມສົມບູນ ຂອງປາທັງ ເໜືອແລະໃຕ້ ຜົນກະທົບ ຈະຕິດຕໍ່ມາເຖິງ ທະເລສາບ ໃນຂເມນ ພຽງແຕ່ຊາວບ້ານ ທີ່ມີອາຊີບ ຫາປາ ທີ່ຢູ່ໃນພື້ນທີ່ ສີພັນດອນ ກໍມີຫລາຍພັນ ຄອບຄົວແລ້ວ."

ທ່ານໄດ້ເວົ້າສລຸບວ່າ ການສ້າງເຂື່ອນ ມີຈຸດປະສົງ ວ່າຈະສົ່ງຜົນ ປໂຍດຕໍ່ເສຖກິດ ແລະ ໃຊ້ເປັນເຄື່ອງມື ຫລຸດຜ່ອນຄວາມທຸກຍາກ ແຕ່ກົງກັນຂ້າມ ອາຈສ້າງຄວາມ ທຸກຍາກໃຫ້ຊາວບ້ານ, ທີ່ຈະໄດ້ຮັບ ຜົນກະທົບພາຍ ໃນປະເທດ ແລະ ຂ້າມຮອດເຂດ ຊາຍແດນ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.