ການພັທນາ ເຂຶ່ອນ ຜລິດໄຟຟ້າ ໃນລາວ

ຊາວລາວກຸ່ມນຶ່ງ ເຫັນວ່າ ການພັທນາ ເຂຶ່ອນຜລິດ ກະແສໄຟຟ້າ ໃນລາວ ຈະເຮັດໃຫ້ ປະຊາຊົນ ຫລຸດພົ້ນອອກຈາກ ຄວາມທຸກຍາກໄດ້.
ສົມເນ
2009.05.28

ປະຊາຊົນລາວ ຢູ່ໃນທ້ອງຖິ່ນ ມີຄວາມຫວັງວ່າ ພວກຕົນຈະມີ ຊີວິດ ການເປັນຢູ່ ທີ່ດີຍ້ອນ ມີການພັທນາ ໂຄງຮ່າງໃໝ່ ຢູ່ໃນທ້ອງຖິ່ນ ດັ່ງທີ່ຊາວລາວ ໃນນະຄອນ ຫລວງວຽງຈັນ ຄົນນຶ່ງໄດ້ ອອກຄວາມເຫັນ ສ່ວນຕົວວ່າ:

ໂອ!ກໍໄດ້ແທ້ 100% ໄດ້ ເຣື້ອງຊີວິດ ການເປັນຢູ່ ເຣື້ອງການດໍາຣົງ ຊີວິດ ເວົ້າເຣື້ອງການ ສຶກສາ ສາທາຣະນະສຸຂ ຕ່າງໆ ຄັນບ່ອນໃດ ມີການສ້າງເຂື່ອນ ບ່ອນນັ້ນ ມີການພັທນາ ແລ້ວ.
ທ່ານໄດ້ອ້າງວ່າ ຣັຖບານລາວ ເຫັນວ່າການສ້າງ ເຂື່ອນຜລິດ ກະແສໄຟຟ້າ ໃນລາວ ຈະສ້າງລາຍໄດ້ ອັນເປັນຫລັກ ແກ່ປະເທດຊາດ. ນອກນັ້ນກໍມີ ການພັທນາຢູ່ ໃນບໍຣິເວນ ໂຄງການສ້າງເຂື່ອນ ມີການຈັດສັນ ພື້ນທີ່ ທໍາມາຫາກິນ ໃຫ້ແກ່ ປະຊາຊົນ ສົ່ງເສີມອາຊີບ ໃໝ່ໃຫ້ແກ່ ປະຊາຊົນ. ສ້າງສະຖານທີ່ ສາທາຣະນະ ປະໂຫຍດໃໝ່ ໃຫ້ປະຊາຊົນ ເຊັ່ນວ່າສ້າງ ສາລາສຸກ ສ້າງໂຮງຮຽນ ສໍາລັບເດັກນ້ອຍ ສ້າງຖນົນຫົນທາງ ໃຫ້ປະຊາຊົນ ສາມາດໄປມາ ຫາສູ່ກັນໄດ້.

ໃນຂະນະດຽວກັນ ເຈົ້າໜ້າທີ່ລາວ ຄົນນຶ່ງຢູ່ໃນ ແຂວງບໍຣິຄໍາໃຊ ທີ່ເຄີຽອອກ ຄວາມເຫັນໃນດ້ານ ລົບຂອງການ ສ້າງເຂື່ອນວ່າ ມັນຈະທໍາລາຍ ສະພາບແວດລ້ອມ ແຕ່ໃນດ້ານດີ ນັ້ນ ທ່ານວ່າ ມັນສາມາດເຮັດ ໃຫ້ປະຊາຊົນ ຫລຸດພົ້ນຈາກ ຄວາມທຸກຍາກໄດ້ ເນື່ອງຈາກວ່າ ຣັຖບານ ມີລາຍໄດ້ຕື່ມ ຈາກການຂາຍ ໄຟຟ້າ:

ແນ່ນອນໆ ຍົກຕົວຢ່າງ ເທີນຫີນບູນ ວັນນຶ່ງ ໄດ້ສອງແສນຫລຽນ ອັນນີ້ສະເພາະ ລະຍະທີນຶ່ງ ອີກບໍ່ພໍເທົ່າ ໃດປີຂ້າງໜ້າ ຖືວ່າມອບໃຫ້ ຣັຖບານ ຕາມການບັນທຶກ ຂໍ້ວິຈັຍຂອງ ອົງການທີ່ບໍ່ ຂື້ນກັບຣັຖບານ ຂອງໄທວ່າ ການວິເຄາະ ທາງດ້ານເສຖກິດ ຂອງເຂື່ອນຜລິດ ກະແສໄຟຟ້າ ບໍ່ໄດ້ຮັບຮອງ ວ່າໃນລະຍະ ໄກ ເຂື່ອນຈະໃຫ້ ຜົລປະໂຫຍດ ທີ່ຄຸ້ມຄ່າກັບ ຄວາມເສັຽຫາຍຂອງ ຊັພຍາກອນ ທັມມະຊາດ ຫລືບໍ່.

ໃນຫລາຍປີ ທໍາອິດນັ້ນ ລາຍໄດ້ຈາກການ ຂາຍໄຟຟ້າ ຈະຕ້ອງແບ່ງໄປ ໃຊ້ຄ່າດອກເບັ້ຽ ໜີ້ສີນເງີນກູ້ ທີ່ຣັຖບານ ຢືມມາ ພັທນາເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.