ເຂື່ອນນໍ້າເທີນ 2 ເຣີ່ມສົ່ງກະແສໄຟ

ທາງກາຣລາວ ເຣີ່ມສົ່ງກະແສໄຟຟ້າ ຈາກເຂື່ອນນໍ້າເທີນ 2 ໃຫ້ແກ່ໄທຽ ຢ່າງເປັນທາງກາຣ.
ຫວາດ ສີມູນ
2010.03.17
F-Namtheun2 ເຂື່ອນນໍ້າເທີນ2 ທີ່ແຂວງຄໍາມ່ວນ ປະເທດລາວ
Photo: NTCP

ໂຄງກາຣສ້າງເຂື່ອນ ນ້ຳເທີນ 2 ທີ່ໄດ້ຮັບ ກາຣປະນາມ ຈາກກຸ່ມອົງການ ປົກປ້ອງ ສະພາບແວດລ້ອມ ແຕ່ໄດ້ຮັບທຶນ ກາຣສນັບສນູນ ຈາກທາງທະນາຄາຣ ໂລກ ຖືກສ້າງສຳເຣັຄ ເປັນທີ່ຮຽບຮ້ອຍ ໄປແລ້ວ ແລະໄດ້ເຣີ່ມສົ່ງກະແສໄຟຟ້າ ໃນປະຣິມານ 1,000 ເມກະວັຕ ໃຫ້ໄທຽ ແຕ່ມື້ວັນຈັນທີ່ 15 ມີນານີ້.

ນອກຈາກເຂື່ອນໄຟຟ້າ ນ້ຳເທີນ 2 ດັ່ງກ່າວນີ້ແລ້ວ ທາງກາຣ ສປປລາວ ຍັງມີໂຄງກາຣ ທີ່ຈະສ້າງເຂື່ອນ ຂຶ້ນຕື່ມຫລາຍໆແຫ່ງ ເພື່ອຊ່ວຍເຮັດໃຫ້ ເມືອງລາວຫລຸດພົ້ນ ຈາກກາຣເປັນ ປະເທສທີ່ທຸກຂ໌ຈົນ ປະເທສໜຶ່ງ ໃນໂລກໃຫ້ໄດ້ ດ້ວຍກາຣຂາຍ ກະແສໄຟຟ້າ ໃຫ້ແກ່ປະເທສ ໃກ້ຄຽງຕື່ມອີກ ໃນຂັ້ນຕໍ່ໆໄປ.

ໂຄງກາຣກໍ່ສ້າງເຂື່ອນ ນ້ຳເທີນ 2 ດັ່ງກ່າວເປັນໂຄງກາຣ ໃຫຍ່ທີ່ສຸດໃນຂົງເຂຕ ໂດຽມີ ກາຣສັມປະທານ ໃນຣະຍະ 25 ປີ ຮວມເປັນມູລຄ່າ ກາຣກໍ່ສ້າງທັງໝົດ 1.45 ພັນລ້ານ (ໜຶ່ງຕື້ ສີ່ແສນ ຫ້າໝື່ນລ້ານ) ດອລລາຣ໌ ສະຫະຣັຖ, ຊຶ່ງໜ້າເຂື່ອນກາຍ ເປັນອ່າງນ້ຳ ທີ່ກວ້າງກວມເນື້ອທີ່ ກວ່າ 450 ຕາຣາງກິໂລແມ໊ຕ, ເຂື່ອນດັ່ງກ່າວ ແມ່ນບໍຣິສັທ ໄຟຟ້າຝຣັ່ງເສສ ເປັນຜູ້ຖືຫຸ້ນ 35% ສ່ວນຣັຖວິສາຫະກິຈ ໄຟຟ້າລາວ ຖືຫຸ້ນ 25% ເຊັ່ນດຽວກັບ ກາຣໄຟຟ້າຝ່າຍຜລິຕ ແຫ່ງປະເທສໄທຽ ຫລື Egat ທີ່ຖືຫຸ້ນ 25% ແລະອີກ 15% ແມ່ນບໍຣິສັທ ອີຕາລຽນ-ໄທຽ ເປັນຜູ້ຖືຫຸ້ນ.

ຢ່າງໃດກໍຕາມ ຫລັງຈາກຣະຍະ 25 ປີ ຫຸ້ນສ່ວນທັ້ງໝົດ ຈະຕ້ອງຕົກຢູ່ພາຍໃຕ້ ກາຣຄຸ້ມຄອງ ຂອງທາງກາຣລາວ ຕາມທີ່ໄດ້ຕົກລົງກັນ ໄວ້ແລ້ວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.