ແຜນສ້າງເຂື່ອນ ທີ່ ຫລວງພຣະບາງ
2009.05.27
ສ່ວນນຶ່ງຂອງແມ່ນ້ຳຂອງແຂວງຫລວງພຣະບາງ ຊຶ່ງເປັນສາຍນ້ຳຄູ່ຊີວິດຂອງຊາວເມືອງແຫ່ງນີ້.
ໂຄງການສ້າງເຂື່ອນ ໄຟຟ້າກັ້ນນ້ຳ ຂອງຂະໜາດ 1,410 ເມກາວັດ ໃນເຂດບ້ານໂຄກ ເມືອງປາກອູ ແຂວງ ຫລວງພຣະບາງ ໃນປັດຈຸບັນ ກຳລັງສຳຣວດ ຄວາມ ເປັນໄປໄດ້ຢູ່ ຄາດວ່າໃນໂອກາດ ອັນໃກ້ໆນີ້ ຈະຮູ້ຜົລສຳຣວດ ວ່າຈະສາມາດ ສ້າງເຂື່ອນ ໃນທີ່ນັ້ນ ໄດ້ເມື່ອໃດ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງທ່ານນື່ງ ຂອງລາວເວົ້າວ່າ:
ຄວາມຄືບຫນ້າ ທີ່ຂະເຈົ້າ ເອົາຫີນແລະດີນ ໄປວີຈັຍແລ້ວ ຂະເຈົ້າຍັງ ບໍ່ທັນລາຍງານ ເທື່ອວ່າມັນເປັນ ແນວໃດ ແຕ່ວ່າດຽວນີ້ ຣັຖບານ ໃຫ້ສຳຣວດ ຄວາມເປັນໄປ ໄດ້ ໃນການສ້າງເຂື່ອນ ແລະຂະເຈົ້າ ຈະເບີ່ງວ່າ ຕໍ່ສະພາບແວດລ້ອມ ຈະເປັນຢ່າງໃດ ແລ້ວເຮົາຈະເຮັດ ເຂື່ອນຂະໜາດໃດ ອັນນີ້ຂະເຈົ້າ ຍັງໄປວິເຄາະ ທາງດ້ານນີ້ ຢູ່.
ທ່ານກ່າວເພີ້ມ ອີກວ່າ ຫລັງຈາກເສັດສີ້ນ ການສຳຣວດ ຫນ່ວຍງານດັ່ງກ່າວ ກໍ່ຈະມາສເນີ ຜົລສຳຣວດຕໍ່ ທາງການກ່ຽວຂ້ອງ ຂອງຣັຖບານລາວ ເພື່ອການ ອະນຸຍາດ ໃນການສ້າງສາ ແຕ່ຈະໃຊ້ ເວລາ ພໍສົມຄວນ ກ່ອນຈະລົງ ມືໄດ້ ເພາະໃນ ປັດຈຸບັນ ທືນໃນການ ສ້າງສາ ກໍ່ຍັງບໍ່ມີ ການຄາດຄະເນກັນ ຢ່າງແນ່ນອນເທື່ອ.
ກ່ຽວກັບ ການໂຍກຍ້າຍ ປະຊາຊົນ ທ່ານກ່າວວ່າ:
ເຮົາຕ້ອງໄດ້ ຈັດສັນທີ່ດີນ ຈັດສັນບ້ານໃຫມ່ ຈັດສັນໃຫ້ຂະເຈົ້າ ແນ່ນອນແລ້ວມັນ ກໍ່ຕ້ອງມີບັນຫາ ຜົລກະທົບ ນ້ຳຖ້ວມບ້ານ ນັ້ນແຫລະ ນ້ຳຖ້ວມບ້ານ ຖ້ວມດີນ ກັນນ້ຳ.
ໂຄງການດັ່ງກ່າວ ແມ່ນການລົງທືນ ຂອງບໍຣີສັດ ພະລັງງານ ວຽດນາມຮ່ວມກັບ ຣັຖບານລາວ ເພື່ອສົ່ງໄຟຟ້າ ໄປຂາຍໃຫ້ ວຽດນາມ ແຕ່ບໍຮູ້ວ່າ ຮັຖບານລາວ ມີຫຸ້ນສ່ວນ ຫລາຍປານໃດ.









