ໂຄງການເຂື່ອນ ດອນສະໂຮງ ອາຈມີ ບັນຫາ
2009.09.15
ທາງຣັຖບານ ໄດ້ຕອບຄໍາຖາມ ເຖິງສາເຫດ ທີ່ໂຄງການນີ້ ຍັງບໍ່ຜ່ານ ການອະນຸມັດວ່າ, ອາຈມີບັນຫາ ກ່ຽວກັບຜົລກະທົບ ທີ່ຈະເກີດຂຶ້ນ ກັບປາໂລມາ ອິຣະວະດີ ຫລືປາຄ່າ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຫ້ອງການ ສີ່ງແວດລ້ອມ ແຂວງຈໍາປາສັກ:
"ດອນສະໂຮງນີ້ ມັນເປັນໂຄງການ ຂອງຣັຖບານ ຕົວນີ້ຈະໄດ້ ດໍາເນີນຢູ່ໄດ້ ຍັງຜ່ານເຣື້ອງ ສີ່ງແວດລ້ອມຢູ່ ຍັງເວົ້າເຣື້ອງ ສີ່ງແວດລ້ອມ ເຣື້ອງປາຄ່າ ປາຫຍັງໝູ່ນີ້ບໍ່ ປາໂລມາເດ້ ກໍສຶກສາຮວມໝົດ ຫັ້ນແຫລະ."
ເຈົ້າໜ້າທີ່ຫ້ອງການ ສີ່ງແວດລ້ອມ ແຂວງຈໍາປາສັກ ກ່າວເຖິງບັນຫາ ຜົລກະທົບຕໍ່ ປາຄ່າວ່າ ອາຈບໍ່ມີຫລາຍ ພໍເທົ່າໃດ, ເນື່ອງຈາກວ່າ ເຂດກໍ່ສ້າງເຂື່ອນ ດອນສະໂຮງນີ້ ຈະຢູ່ຫ່າງໄກ ຈາກເຂດທີ່ຢູ່ອາໃສ ຂອງປາຄ່າ. ແລະການເປີດເຜີຍ ເຖິງການສຶກສາ ເຣື້ອງຜົລກະທົບ ຕໍ່ສີ່ງແວດລ້ອມ ໃນດ້ານອຶ່ນນັ້ນ ກໍພົບວ່າ ອາຈມີພຽງເລັກນ້ອຍ:
"ຮູສະໂຮງນີ້ ກະທົບບໍ່ຫລາຍ ເຮົາບໍ່ໄດ້ເຮັດ ເຂື່ອນໃຫຍ່ ນໍ້າບໍ່ຖ້ວມ ບໍ່ມີຜົລກະທົບ ຫຍັງຫລາຍ ກະທົບນ້ອຍ ນໍ້າຖ້ວມມີແຕ່ພຽງ 10ເອັກຕາຣເທົ່ານັ້ນ ບໍຣິເວນ ໜ້າເຂື່ອນນັ້ນແຫລະ ບໍຣິເວນທົ່ງນາ ປະຊາຊົນ."
ພ້ອມດຽວກັນ ທ່ານກໍກ່າວເຖິງ ຜົລການສໍາຣວດ ໃນເບື້ອງຕົ້ນ ຊຶ່ງທ່ານຄິດວ່າ ໂຄງການນີ້ມີ ຄວາມເປັນໄປໄດ້ສູງ ແລະຄາດວ່າ ຜົລການອະນຸມັດ ຈາກຣັຖບານ ຄົງຈະອອກມາ ພາຍໃນປີ2010.
ກ່ຽວກັບຜົລກະທົບ ທີ່ເກີດຂຶ້ນກັບປາ ໂລມາອິຣະວະດີ ຫລືປາຄ່ານີ້ ຣາຍງານຂອງອົງການ Save the Mekong ເມື່ອປີ2008 ເວົ້າວ່າ, ເຂື່ອນດອນສະໂຮງ ຈະຕັ້ງຢູ່ໃນ ແມ່ນໍ້າຂອງ ເຂດທີ່ພົບປາໂລມາ ອິຣະວະດີ ໃນບໍຣິເວນ ຊາຍແດນ ລາວ-ກັມພູຊາ ຈຶ່ງຈະກະທົບ ໂດຍກົງໃສ່ທີ່ ຢູ່ອາໃສ ຂອງປາໂລມາ ສ່ຽງຕໍ່ການສູນພັນ ແລະ ໝາຍເຖິງຣາຍໄດ້ ຈາກອຸດສາຫະກັມ ການທ່ອງທ່ຽວ ຂອງທ້ອງຖີ່ນ ຈາກນັກທ່ອງທ່ຽວ ທີ່ເດີນທາງໄປເບີ່ງ ໄປຊົມປາໂລມາ ອິຣະວະດີ ກໍຈະຖືກສູນເສັຽ ໄປດ້ວຍ.









