ນໍ້າເທີນ 1 ຄວນຫລຸດຄວາມສູງລົງ ເພື່ອຫລຸດຜົລກະທົບ

ຫ້ອງການ ສະພາບແວດລ້ອມ ແຂວງບໍຣິຄຳໄຊ ສເນີໃຫ້ໂຄງການ ເຂື່ອນໄຟຟ້າ ນ້ຳເທີນ1 ຫລຸດຄວາມສູງ ຂອງເຂື່ອນລົງ.
ຈຳປາທອງ
2009.11.03

ຫ້ອງການສິ່ງແວດລ້ອມ ແຂວງບໍຣິຄຳໄຊ ເປີດເຜິຍຄວາມຄືບໜ້າ ຂອງໂຄງການເຂື່ອນ ໄຟຟ້ານ້ຳເທີນ1 ທີ່ເມືອງປາກກະດິງ ແຂວງບໍຣິຄຳໄຊ ວ່າ ທາງຫ້ອງການສິ່ງ ແວດລ້ອມ ໄດ້ສເນີໃຫ້ ບໍຣິສັດ ເຈົ້າຂອງໂຄງການ ຫລຸດຄວາມສູງ ຂອງເຂື່ອນລົງ ເພື່ອຜ່ອນຜົນກະທົບ ທີ່ອາດຈະເກີດຂື້ນ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກ່າວກ່ຽວກັບເລື່ອງນີ້ວ່າ:

"ຍັງມີການຕົກລົງ ກ່ຽວກັບ ບໍຣິສັດຢູ່ວ່າ ຕັນເຂື່ອນຫັ້ນໜາ ເຮົາຈະຕັນສູງຣະດັບ ນີ້ບໍ່ ຫລືວ່າຈະຫລຸດຣະດັບ ໃດລົງຫັ້ນໜາ ເພາະຖ້າຫລຸດຣະດັບ ນີ້ລົງແລ້ວ ແມ່ນຜົນກະທົບ ອາດຈະບໍໍ່ຫລາຍ ແຕ່ບາງບໍຣິສັດ ຍັງບໍ່ໄດ້ຕອບຮັບ ເທື່ອ".

ຕາມແຜນການ ແມ່ນຈະສ້າງເຂື່ອນ ສູງເຖິງ 292ແມັດ ຈາກ ຣະດັບນ້ຳທະເລ. ເມື່ອສ້າງແລ້ວ ອາດຈະເຮັດໃຫ້ ເກີດນ້ຳຖ້ວມບ້ານເຮືອນຂ ອງປະຊາຊົນ ເຖິງ 7 ໝູ່ບ້ານ ຢູ່ເມືອງວຽງທອງ. ຖ້າຫາກວ່າມີ ການຫລຸດຣະດັບ ເຂື່ອນລົງ ຜົນກະທົບນັ້ນ ກໍຈະຫລຸດລົງ ຊຶ່ງປັດຈຸບັນນີ້ ປະຊາຊົນກໍ ກຳລັງລໍເບິ່ງວ່າ ທາງການລາວຈະ ໃຫ້ບໍຣິສັດ ເຫລົ່ານັ້ນ ຫລຸດຄວາມສູງຂອງເຂື່ອນ ລົງຫລືບໍ່ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ:

"ຕອນນີ້ຊາວບ້ານ ເພີ່ນກໍຄົງຄອຍ ຢູ່ວ່າ ສິໄດ້ໂຍກຍ້າຍ ບໍ່ຫລືບໍ່ໂຍກຍ້າຍ ໃນໃຈເຂົາເຈົ້າກໍຢາກ ໃຫ້ຫລຸດຣະດັບ ນ້ຳລົງອີກ ເພາະວ່າບ້ານທີ່ ຖືກໂຍກຍ້າຍຫັ້ນ ມັນຈະຖ້ວມ ເຄິ່ງນ່ຶງຫລືວ່າຖ້ວມ ບາງສ່ວນຫັ້ນໜາ ຫລືວ່າອາດຈະ ບໍ່ຖ້ວມ ເພາະສະນັ້ນ ຜົນກະທົບ ກໍອາດສິຫນ້ອຍລົງ ຊາວບ້ານກໍຢາກ ໃຫ້ຫລຸດຣະດັບລົງ."

ທ່ານເວົ້າຕື່ມວ່າ ມາຮອດ ປັດຈຸບັນນີ້ ກໍຍັງບໍ່ທັນໄດ້ ມີການຜ່ານ ບົດປະເມີນຜົນກະທົບ ທາງດ້ານສິ່ງແວດລ້ອມ ແລະ ຍັງບໍ່ມີພື້ນທີ່ ສຳລັບໂຍກຍ້າຍ ປະຊາຊົນ ຈຳນວນ7ບ້ານ ໄປຢູ່ເທື່ອ.

ໂຄງການເຂື່ອນໄຟຟ້າ ນ້ຳຕົກນີ້ຈະໄດ້ ຢຸດການສໍາຣວດ ເປັນເວລາປະມານ1ປີ ເນື່ອງຈາກວ່າ ທາງບໍຣິສັດ ຍັງຢູ່ໃນຣະຫວ່າງ ການເຈຣະຈາ ຊື້-ຂາຍ ກະແສໄຟຟ້າ  ກັບການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທ. ຖ້າຫາກການເຈຣະຈາ ຕົກລົງກັນໄດ້ ກໍອາດຈະມີ ການສຳຣວດລາຍ ລະອຽດເພີ່ມຕື່ມອີກ.

ໂຄງການເຂື່ອນໄຟຟ້າ ນ້ຳເທີນ1 ເປັນໂຄງການຮ່ວມ ລົງທຶນຣະຫວ່າງ Lao Holding State Enterprice, ບໍຣິສັດ Gamuda ຂອງ ມາເລເຊັຍ ແລະບໍຣິສັດ EGCO ຂອງໄທ, ເປັນໂຄງການ ຂະໜາດ 523MW.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.